18.8 C
Vientiane
ວັນທີ 22 January, 2026

CATEGORY

ເສດຖະກິດ-ສັງຄົມ

ລາຄານ້ຳມັນດິບຢູ່ໃນລະດັບຕ່ຳຫຼັງຈາກຫຼຸດລົງສອງວັນຕິດຕໍ່ກັນ ທ່າມກາງຄວາມກັງວົນກ່ຽວກັບສະພາບນ້ຳມັນລົ້ນຕະຫຼາດ

ບລູມເບີກ "Bloomberg" ລາຍງານວ່າ ລາຄານ້ຳມັນດິບເວສເທັກຊັສອິນເຕີມີເດຍ (WTI) ປັບຕົວເພີ່ມຂຶ້ນເໜືອ 58 ໂດລາຕໍ່ບາເຣວໃນວັນນີ້ (10 ທັນວາ 2025) ຫຼັງຈາກຫຼຸດລົງ 3% ໃນສອງວັນເຮັດວຽກກ່ອນໜ້ານີ້ ໃນຂະນະທີ່ລາຄານ້ຳມັນດິບເບຣນທ໌ ປິດຢູ່ປະມານ 62 ໂດລາ. ສະຫະລັດອາເມລິກາກ່າວວ່າ ການຜະລິດນ້ຳມັນດິບພາຍໃນປະເທດຈະບັນລຸລະດັບສູງສຸດເປັນປະຫວັດການທີ່ 13.6 ລ້ານບາເຣວຕໍ່ວັນໃນປີນີ້ ເຊິ່ງເປັນການເພີ່ມປະລິມານອຸປະທານທີ່ໄຫຼເຂົ້າສູ່ຕະຫຼາດໂລກ "ບໍ່ວ່າຈະເປັນອຸປະທານລົ້ນຕະຫຼາດ ຫຼື ລົ້ນຕະຫຼາດຫຼາຍ...

ລັດຖະມົນຕີ ຍທຂ ລົງຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກທີ 9

ຂປລ. ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາຊາຍແດນລາວ-ຫວຽດ ນາມ ເມືອງເຊໂປນ ແຂວງສະຫວັນນະເຂດ...

ເຊກອງ ຈະສູ້ຊົນສົ່ງອອກສິນຄ້າ ໃຫ້ບັນລຸ 2.570 ລ້ານກວ່າໂດລາ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ການສົ່ງອອກສິນຄ້າ ໃຫ້ບັນລຸ 2.575,60 ລ້ານໂດລາສະຫະລັດ (ສະເລ່ຍ 515,12 ລ້ານໂດລາຕໍ່ປີ); ການນໍາເຂົ້າສິນຄ້າໃຫ້ຢູ່ໃນລະດັບ 1.081,40 ລ້ານໂດລາສະຫະລັດ (ສະເລ່ຍ 216,28 ລ້ານໂດລາຕໍ່ປີ); ສ້າງມູນຄ່າຈໍລະຈອນສິນຄ້າໃຫ້ບັນລຸ 2.900,02 ຕືິ້ກີບ...

ປະຊາຊົນ 4 ບ້ານ ຮ່ວມແຮງຮ່ວມໃຈ ສ້າງຂົວໄມ້ຂ້າມນ້ຳເຊລະນອງ ພຽງມື້ດຽວສຳເລັດ

ວັນທີ 8 ທັນວາ 2025 ປະຊາຊົນທີ່ຢູ່ຟາກເຊລະນອງ ໄດ້ຮ່ວມກັນສ້າງຂົ້ວໄມ້ໄລ່ຂ້າມນໍ້າເຊລະນອງຂົວມີຂະໜາດ ຄວາມກວ້າງ 3 ແມັດ, ຍາວ 260 ແມັດ. ໂດຍໃຊ້ແຮງງານ ຈໍານວນ 126 ແຮງງານ, ມີ 4 ບ້ານ ຄື: ບ້ານ ອາລັອງ, ບ້ານ ປໍ,...

ຫຼວງພະບາງພາວເວີ ເປີດ “ຫິງຫ້ອຍ ສະຕູດິໂອ” ສູນຮຽນຮູ້ຫັດຖະກຳ ສົ່ງເສີມພັດທະນາທັກສະອາຊີບສູ່ຊຸມຊົນຫຼວງພະບາງ ສືບສານພູມປັນຍາທ້ອງຖິ່ນ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້...

ລະວັງ! ເສັ້ນທາງສີໄຄ-ທົ່ງປົ່ງ ທໍ່ນ້ຳປະປາແຕກມີລົດຈັກເກີດອຸປະຕິເຫດແລ້ວຕອນກາງຄືນ

ວັນທີ 9 ທັນວາ 2025 ປະຊາຊົນສ່ອງແສງວ່າ: ມີທໍ່ນໍ້າປະປາແຕກ ຢູ່ເສັ້ນທາງສີໄຄ-ທົ່ງປົ່ງ ເຂດບ້ານໂພສີໜ້າຮ້ານອາເມຊອນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ທໍ່ນໍ້າໄດ້ແຕກຊືມມາໄດ້ 1 ອາທິດກວ່າແລ້ວ ໂດຍມີສາຍເຕືອນໄພອ້ອມກັນໄວ້ ແລະ ຈຸດດັ່ງກ່າວເຄີຍເກີດອຸປະຕິເຫດມາແລ້ວຫລາຍຄັ້ງ ໂດຍສະເພາະແມ່ນຜູ້ຂັບຂີ່ລົດຈັກໃນຕອນກາງຄືນ. ຝາກເຖິງພາກສ່ວນກ່ຽວຂ້ອງລົງກວດກາແລະແກ້ໄຂໂດຍດ່ວນດ້ວຍ, ເພື່ອຮັກສານ້ຳ ແລະ ເພື່ອຫລີກລ່ຽງການເກີດອຸປະຕິເຫດຊ້ຳອີກ.

ລາຄາຄຳໂລກຄົງຕົວຢູ່ລະດັບ 4,200 ໂດລາ ຂະນະທີ່ລາຄາເງິນພຸ່ງຂຶ້ນເຂົ້າໃກ້ຈຸດສູງສຸດປະຫວັດສາດໃໝ່

ບລູມເບີກ (Bloomberg) ລາຍງານວ່າ ລາຄາໂລຫະເງິນເຄື່ອນໄຫວເຂົ້າໃກ້ລະດັບສູງສຸດຕະຫຼອດການ ໂດຍໄດ້ຮັບແຮງຫນູນຈາກສັບປະດາທີ່ມີຍອດເງິນໄຫຼເຂົ້າກອງທຶນລວມດັດຊະນີ ETF ທີ່ມີເງິນໜູນຫຼັງແຂງແຮງທີ່ສຸດນັບຕັ້ງແຕ່ເດືອນກໍລະກົດ ຂະນະທີ່ລາຄາຄຳຄົງຕົວຢູ່ທີ່ລະດັບ 4,200 ໂດລາຕໍ່ອອນສ໌ ໂລຫະມີຄ່າສີຂາວຕົວນີ້ເພີ່ມຂຶ້ນສູ່ລະດັບ 58.50 ໂດລາຕໍ່ອອນສ໌ ຫ່າງຈາກລະດັບສູງສຸດເກົ່າທີ່ເຮັດໄວ້ໃນມື້ກ່ອນໜ້າບໍ່ເຖິງ 1 ໂດລາ ຍອດການຖືຄອງລວມໃນກອງທຶນ ETF ທີ່ມີໂລຫະເງິນໜູນຫຼັງເພີ່ມຂຶ້ນເກືອບ 590 ຕັນໃນສັບປະດາທີ່ແລ້ວ ສະທ້ອນມຸມມອງວ່າບັນດານັກລົງທຶນຍັງເຊື່ອວ່າລາຄາເງິນມີໂອກາດໄປຕໍ່ ແຮງພຸ່ງຂຶ້ນຮອບຫຼ້າສຸດຂອງລາຄາເງິນຍັງໄດ້ຮັບແຮງເສີມຈາກຄວາມຄາດຫວັງທີ່ເພີ່ມຂຶ້ນວ່າ ເຟດຈະຫຼຸດດອກເບ້ຍໃນສັບປະດານີ້ ເຊິ່ງເປັນປັດໃຈບວກຕໍ່ໂລຫະມີຄ່າທີ່ບໍ່ມີດອກຜົນ ນອກຈາກນີ້...

ໂຈນລັກມ້າງໝໍ້ແບ່ງ ຢູ່ໂຮງງານຫລັກ18 ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື

ຄືນວັນທີ 3 ທັນວາ 2025 ເກີດເຫດໂຈນມາລັກມ້າງໝໍ້ແບ່ງເອົາສາຍທອງ ຢູ່ໂຮງງານຫລັກ18 ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື. ປັດຈຸບັນ, ເຈົ້າຂອງໂຮງງານໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ແລ້ວ ເພື່ອຕິດຕາມຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ. ພາບ: Muay Guo Svk

ປະເທດຜະລິດນ້ຳມັນເຊື້ອໄຟລາຍໃຫຍ່ ຈະຮັກສາແຜນການໂຈະການເພີ່ມປະລິມານການຜະລິດໃນ 3 ເດືອນຕົ້ນປີໜ້າ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍດົນມານີ້, ອົງການປະເທດ ຜູ້ສົ່ງອອກ ນ້ຳມັນເຊື້ອໄຟ ຫລື ໂອເປັກ ໄດ້ອອກຖະແຫລງການວ່າ: ປະເທດຜະລິດ ນ້ຳມັນເຊື້ອໄຟລາຍໃຫຍ່ ທີ່ເປັນສະມາຊິກ ໂອເປັກ ແລະ ນອກໂອເປັກ ທັງໝົດ 8 ປະເທດໄດ້ຕົກລົງວ່າ: ຈະຮັກສາ ແຜນການປະລິມານ ການຜະລິດ ທີ່ຖືກກຳນົດໄວ້ ໃນຕົ້ນເດືອນພະຈິກປີນີ້, ໂຈະການເພີ່ມຜະລິດໃນ...

ເລີ່ມລົງມືກໍ່ສ້າງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2 ປາກຊັນຫາຊາຍແດນລາວ-ຫວຽດນາມ

ພາຍຫຼັງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍໄດ້ເຊັນສັນຍາກາງເດືອນຕຸລາ ແລະ ມາຮອດທ້າຍເດືອນຕຸລາ 2025 ບໍລິສັດ ຜູ້ພັດທະນາກໍຄືກຸ່ມບໍລິສັດ ນໍ້າທາກໍ່ສ້າງ-ຂົວ-ທາງ ຈຳກັດຜູ້ດຽວ ໄດ້ສົ່ງທີມງານພ້ອມດ້ວຍເຄື່ອງກົນຈັກເຂົ້າປະຈຳຢູ່ພາກສະໜາມແລ້ວໃນຊ່ວງທີ 2 ມີໄລຍະທາງຍາວທັງໝົດ 203,8 ກິໂລແມັດ ຈາກເມືອງປາກຊັນຫາຊາຍແດນລາວ-ຫວຽດນາມ ເຂດເມືອງໄຊຈຳພອນ ແຂວງບໍລິຄຳໄຊ. ທ່ານ ຫຼຽນທອງ ວົງຫາຈັກ ຮອງຫົວໜ້າໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ ຊ່ວງ 1 ແລະ ຊ່ວງ 2...

ຂ່າວລ່າສຸດ