18.8 C
Vientiane
ວັນທີ 22 January, 2026

CATEGORY

ເຫດການ

ລົດກະບະຕຳກັນ ປີ້ນ ຢູ່ 4 ແຍກໄຟແດງ ຖະໜົນລ້ານຊ້າງ ຕັດກັບຖະໜົນສາມແສນໄທ ຍັງບໍ່ມີລາຍງານຄົນໄດ້ຮັບບາດເຈັບ

ເວລາປະມານ 23:15 ໂມງ ວັນທີ 7 ມັງກອນ 2026 ເກີດອຸປະຕິເຫດລົດກະບະຕຳກັນ ຈົນເຮັດໃຫ້ຄັນໜຶ່ງປີ້ນທ້ອງ ຢູ່ 4 ແຍກໄຟແດງ ຖະໜົນລ້ານຊ້າງ ຕັດກັບ ຖະໜົນສາມແສນໄທ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ຍັງບໍ່ມີລາຍງານຄົນໄດ້ຮັບບາດເຈັບ ສ່ວນສາເຫດຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງເຈົ້າໜ້າທີ່.

ໃນປີ 2025 ອັດຕະປື ມີຜູ້ເສຍຊິວິດ 26 ຄົນ ຍ້ອນອຸບັດເຫດຕາມທ້ອງຖະໜົນ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນປີ 2025 ທົ່ວແຂວງອັດຕະປື ມີອຸບັດເຫດເກີດຂຶ້ນຕາມທ້ອງຖະໜົນ 459 ລາຍ, ທຽບໃສ່ປີ 2024 ເພີ່ມຂຶ້ນ 81 ລາຍ, ມີຜູ້ເສຍຊີວິດ 26 ຄົນ ຍິງ 4 ຄົນ, ຖ້າທຽບໃສ່ປີ 2024 ຈໍານວນຜູ້ເສຍຊີວິດຫລຸດລົງ 13...

ເສຍຊີວິດ 782 ຄົນຈາກອຸບັດເຫດໃນໄລຍະ 11 ເດືອນຂອງປີ 2025

ໃນໄລຍະເດືອນມັງກອນ ຫາເດືອນພະຈິກ 2025 (11 ເດືອນ) ທົ່ວປະເທດມີຜູ້ເສຍຊີວິດເຖິງ 782 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 5,740 ລາຍ, ມີພາຫະນະເສຍຫາຍ 10,229 ຄັນ ແລະ ມີຜູ້ບາດເຈັບ 8,873 ຄົນ. ສະເພາະໄລຍະປີໃໝ່ສາກົນ 2025 ເປັນພຽງໄລຍະສັ້ນໆ ມີອຸບັດເຫດ 170 ລາຍ ເຮັດໃຫ້ມີຜູ້ເສຍຊີວິດ...

ພົບເຫັນການລັກອຸປະກອນໝໍ້ແປງໄຟຟ້າ ຢູ່ ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໃນຄືນຂອງ ວັນທີ 26 ທັນວາ 2025, ໄດ້ມີຮັບແຈ້ງເຫດການໄຟຟ້າດັບ ແລະ ຮັບແຈ້ງມີການລັກອຸປະກອນໄຟຟ້າ ຢູ່ບໍລິເວນ ບ້ານແສນອຸດົມ ເມືອງໄຊທານີ ຜ່ານການລົງກວດກາ ເຈົ້າໜ້າທີ່ກວດພົບເຫັນວ່າ ມີກຸ່ມຄົນບໍ່ດີລັກມ້າງ ແລະ ເອົາອຸປະກອນປະກອບໝໍ້ແປງໄຟຟ້າ ເຊິ່ງເປັນສາເຫດຫຼັກທີ່ເຮັດໃຫ້ລະບົບໄຟຟ້າຂັດຂ້ອງ ແລະ ໄຟມອດເປັນບໍລິເວນກວ້າງ. ການລັກຊັບຂອງລັດ ໂດຍສະເພາະອຸປະກອນໄຟຟ້າ ບໍ່ພຽງແຕ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ແຕ່ຍັງສ້າງຄວາມອັນຕະລາຍຕໍ່ຊີວິດ ແລະ ສ້າງຄວາມລຳບາກໃຫ້ແກ່ສັງຄົມ. ປະຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງເລັ່ງດຳເນີນການສ້ອມແປງຢ່າງຮີບດ່ວນ...

ເກີດເຫດລົດບັນທຸກ ຕໍາກັບລົດກະບະ ຢູ່ກາງຂົວ ບ້ານຄໍາແກ້ວ ຫາບ້ານສອງຫອ້ງ ເມືອງຫີນບູນ

ວັນທີ 25 ທັນວາ 2025 ເກີດອຸປະຕິເຫດ ລົດບັນທຸກ ຕໍາກັບລົດກະບະ ຢູ່ກາງຂົວ ບ້ານຄໍາແກ້ວ ຫາບ້ານສອງຫອ້ງ ເມືອງຫີນບູນ ແຂວງຄໍາມ່ວນ ລາຍງານເບື້ອງຕົ້ນຈາກຜູ້ເຫັນເຫດການ ມີຜູ້ໄດ້ຮັບບາດເຈັບ 2 ຄົນ. ສ່ວນສາເຫດ ແລະ ລາຍລະອຽດຍັງຢູ່ໃນຂັນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ຫາກມີຂໍ້ມູນເພີ່ມເຕີມຈະແຈ້ງໃຫ້ຊາບພາຍຫລັງ. ພາບ: Pornsawat Psv

ເກີດອຸປະຕິເຫດລົດບັນທຸກ ເສຍຫລັກ ລົງຂ້າງທາງ

ຕອນເຊົ້າ ວັນທີ 24 ທັນວາ 2025 ເກີດອຸປະຕິເຫດລົດບັນທຸກ ເສຍຫລັກ ລົງຂ້າງທາງ ຢູ່ເຂດ 4 ແຍກສາຍລົມເຢັນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໂຊກດີໂຊເຟີປອດໄພ ບໍ່ໄດ້ຮັບບາດເຈັບ. ພາບ: ທີ່ນີ້ໄຊຍະບູລີ

ເກີດອຸປະຕິເຫດ ລົດບັນທຸກຕົກຂົວ ເສຍຊີວິດ 1 ຄົນ

ວັນທີ 23 ທັນວາ 2025 ເກີດອຸປະຕິເຫດລົດບັນທຸກ ກາຍໂຄ້ງຕົກຂົວ ເມືອງຕະໂອ້ຍ ແຂວງສາລະວັນ ເຮັດໃຫ້ໂຊເຟີລົດເສຍຊີວິດ. ທີ່ມາ: ໜັງສືພິມລາວພັດທະນາ

ເກີດອຸບັດຕິເຫດລົດກະບະ ເສຍຫລັກປີ້ນລົງຂ້າງທາງ ບາດເຈັບ 6 ຄົນ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ລາຍງານວ່າ: ວັນທີ 23 ທັນວາ 2025 ເວລາ 08:38 ນາທີ ເກີດອຸບັດຕິເຫດລົດກະບະ ເສຍຫລັກປີ້ນລົງຂ້າງທາງ ຢູ່ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ ມີຜູ້ໄດ້ຮັບບາດເຈັບ 6 ຄົນ. ໜ່ວຍກູ້ໄພ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໄປໂຮງໝໍແຂວງອຸດົມໄຊ. ຂ່າວ: ໜັງສືພິມລາວພັດທະນາ

ພົບສົບອີກ 1 ຄົນ ອາຍຸ 3 ປີ ເພດຍິງ ຜູ້ເປັນລູກ ເຫດເຮືອຕໍາໂງ່ນຫີນ ຍັງສືບຕໍ່ຄົ້ນຫາອີກ 1 ຄົນ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫຼວງພະບາງ ລາຍງານວ່າ: ຕອນເຊົ້າຂອງວັນທີ 23 ທັນວາ 2025 ເວລາ 07:34 ນາທີ ໄດ້ຮັບແຈ້ງວ່າ ພົບເຫັນສົບຄົນເສຍຊີວິດ ຢູ່ເຂດບ້ານສາຍລົມ ເມືອງຫລວງພະບາງ ແຂວງຫລວງພະບາງ (ຈາກກໍລະນີເຫດເຮືອຕຳໂງ່ນຫີນ ໃນວັນທີ 18 ທັນວາ 2025 ຜ່ານມາ ຢູ່ບໍລິເວນຖ້ຳຕິ່ງເມືອງປາກອູ) ເຊິ່ງສົບທີ່ພົບເຫັນ ເປັນເພດຍິງ ຜູ້ເປັນລູກຊື່ນາງ...

ພົບສົບຜູ້ເປັນແມ່ແລ້ວ

ເຈົ້າໜ້າທີ່ໄດ້ພົບສົບຜູ້ເປັນແມ່ແລ້ວໃນມື້ນີ້ ຢູ່ເຂດເໜືອບ້ານຊ່າງໄຫ ເມືອງປາກອູ ແຂວງຫຼວງພະບາງ ຈາກເຫດເຮືອຕຳໂງ່ນຫີນ ເຂດຖໍ້າຕິ່ງ ໃນວັນທີ 18 ທັນວາ 2025 ຜ່ານມາ ໂດຍມີ 3 ຄົນສູນຫາຍ (ແມ່ລູກ). ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາລູກຂອງລາວອີກ 2 ຄົນເປັນເດັກນ້ອຍເພດຍິງ. ທີ່ມາ: ໂທລະໂຄງ

ຂ່າວລ່າສຸດ