- Advertisement -spot_img

AUTHOR NAME

Pele

157 POSTS
0 COMMENTS

ອຸທາຫອນ! ຖ່ານໂມງຄາດັງ ເດັກນ້ອຍອາຍຸ 5 ປີ ໂຊກດີໝໍຊ່ວຍເອົາໄດ້ທັນ

ວັນທີ 7 ທັນວາ 2025 ທ່ານ ກິ່ງແກ້ວ ອິນທະວົງ ໝໍປະຈຳຫ້ອງການສາທາລະນະສຸກ-ໂຮງໝໍເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໂພສເລົ່າເຫດການວ່າ: ແມ່ຂອງເດັກເພດຍິງ ອາຍຸ 5 ປີ ຢູ່ບ້ານນາເຄືອ ເມືອງປາກກະດິງ ໄດ້ພາລູກມາກວດຍ້ອນລູກສາວມີອາການນ້ຳມູກຍ້ອຍເບື້ອງໜຶ່ງ ແລະ ມີກິ່ນ ແມ່ເດັກແຈ້ງວ່າເປັນແບບນີ້ມາໄດ້ 6 ມື້ແລ້ວ. ຜົນການກວດກາພົບເຫັນຖ່ານໂມງຄາຢູ່ໂກບດັງ ແລະ ຕິດແໜ້ນ...

ເທດສະການອາຫານມາເລເຊຍ 2025

ສະຖານທູດມາເລເຊຍ ປະຈໍາ ສປປ ລາວ ໄດ້ຈັດງານ ເທດສະການອາຫານມາເລເຊຍ 2025 ຂຶ້ນໃນວັນທີ 4 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ- ມາເລເຊຍ. ໂດຍການເຂົ້າຮ່ວມ ທ່ານ ວິໄລວົງ ບຸດດາຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,...

ສຶກສາຄວາມເປັນໄປໄດ້ ໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ​ ຢູ່ເມືອງປາກຊ່ອງ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫລວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານພະຫວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ​ ລະຫວ່າງ​ ອົງການ​ປົກຄອງແຂວງ ກັບ ບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນປາກຊ່ອງ...

ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ການພົບປະສອງຝ່າຍລະຫວ່າງ ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາທິດສະດີສູນກາງພັກກອມມູນິດຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ. ໃນໂອກາດດັ່ງກ່າວ,...

ຍ້ອນຫຍັງດິສນີບໍ່ສາມາດເບິ່ງຂ້າມຕະຫຼາດຈີນ

ຫວ່າງມໍ່ໆມານີ້, ມູນຄ່າຂາຍປີ້ເຂົ້າຊົມຮູບເງົາເລື່ອງ“ Zootopia 2” ຢູ່ແຜ່ນດິນໃຫຍ່ຈີນບັນລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່ພຽງແຕ່ໄດ້ສ້າງສະຖິຕິມູນຄ່າຂາຍປີ້ເຂົ້າຊົມຮູບເງົາກາຕູນທີ່ນຳເຂົ້າຈາກຕ່າງປະເທດໃນປະຫວັດສາດຮູບເງົາຈີນໃໝ່ເທົ່ານັ້ນ, ຍິ່ງໄດ້ລື່ນກາຍຕະຫຼາດອາເມຣິກາເໜືອແລ້ວກາຍເປັນຕະຫຼາດທີ່ໄດ້ຂາຍປີ້ເຂົ້າຊົມຫຼາຍທີ່ສຸດໃນໂລກອີກດ້ວຍ. ກ່ອນຈະໄດ້ສາຍຮູບເງົາເລື່ອງນີ້, ຜູ້ບໍລິໂພກຈີນກໍໄດ້ພົບເຫັນຊັບສິນທາງປັນຍາ (IP)ນີ້ໃນຊີວິດປະຈຳວັນເລື້ອຍໆເຊັ່ນ: ຈອກກາເຟ Luckin ທີ່ໄດ້ແຕ້ມໂປສເຕີຮູບເງົາໃສ່, ເສື້ອເຊີດທີ່ມີຮູບກາຕູນຮູບເງົາຂອງ UNIQLO, ກ່ອງສຸ່ມຂອງ POP MART ແລະ ອື່ນໆ. ຈາກມູນຄ່າຂາຍປີ້ເຂົ້າຊົມຮູບເງົາເຖິງຜະລິດຕະພັນຕ່າງໆຮ່ວມມືກັບຍີ່ຫໍ້ຕ່າງໆ ໄດ້ພິສູດໃຫ້ເຫັນເຖິງຖານະທີ່ທົດແທນບໍ່ໄດ້ຂອງຕະຫຼາດຈີນໃນຍຸດທະສາດທົ່ວໂລກຂອງບໍລິສັດດິສນີ. ທ່າແຮງຂອງຕະຫຼາດຈີນແມ່ນກຳເນີດມາຈາກພື້ນຖານຜູ້ບໍລິໂພກທີ່ມີຂະໜາດໃຫຍ່ ແລະມີຄວາມສາມາດດ້ານການບໍລິໂພກທີ່ແຂງແຮງ....

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນ ກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ...

ແຈ້ງການມອດໄຟ ວັນທີ 6-7/12/2025 ເມືອງຈັນທະບູລີ

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 

ແຈ້ງການມອດໄຟວັນທີ 6-7/12/2025 ເມືອງໄຊເສດຖາ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 04/12/2025

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 04/12/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1857/ກຄພນ ລົງວັນທີ 03 ທວ. 2025 ຂ່າວ:LAO STATE FUEL COMPANY (LSFC) ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ) 

9 ເດືອນປີ 2025 ພົບຜູ້ຕິດເຊື້ອເຮສໄອວີ 1,600 ກວ່າຄົນ

ປັດຈຸບັນ ສປປ ລາວມີຈຳນວນສະສົມຜູ້ຕິດເຊື້ອເຮສໄອວີທີ່ຍັງມີຊີວິດ 21,363 ຄົນ, ຜູ້ຕິດເຊື້ອທີ່ມີໜ້າປິ່ນປົວດ້ວຍຢາຕ້ານຈໍານວນ 14,314 ຄົນ. ຕົວເລກລາຍງານສະເພາະປີ 2025 ນັບແຕ່ເດືອນມັງກອນເຖິງ ເດືອນກັນຍາ ພົບຜູ້ຕິດເຊື້ອເຮສໄອວີຈໍານວນ 1,617 ຄົນ, ໃນນີ້ 53% ແມ່ນກຸ່ມໄວໜຸ່ມທີ່ມີອາຍຸລະຫວ່າງ 15-29 ປີ. ມີສະຖານທີ່ບໍລິການກວດເລືອດຊອກຫາການຕິດເຊື້ອເຮສໄອວີນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ...

Latest news

- Advertisement -spot_img