- Advertisement -spot_img

AUTHOR NAME

Pele

244 POSTS
0 COMMENTS

ໂຈນລັກໜາກກາເຟ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ

ເຈົ້າຂອງສວນກາເຟຢູ່ບ້ານເສັດຄົດ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ພົບໂຈນລັກໝາກກາເຟ ໃນວັນທີ 11 ມັງກອນ 2026 ທີ່ຜ່ານມາ ມື້ກໍ່ເຫດໂຈນໄດ້້ເອົາຕົວຫຼົບໜີ ເພາະໃນມືຜູ້ກ່ຽວໄດ້ຈັບມີດຍາວບໍ່ກ້າເຂົ້າຈັບກຸມ, ແຕ່ປັດຈຸບັນສາມາດຈັບໂຈນໄດ້ແລ້ວ ເປັນປະຊາຊົນ ບ້ານເສັດຄົດ ໄດ້ກໍເຫດຫຼາຍຄັ້ງມາແລ້ວ. ຜູ້ກໍ່ເຫດມາຄົນດຽວ ເປັນເພດຊາຍມີອາຍຸປະມານ 50-60 ປີ. ທີ່ມາ: Uan Sch

ເຈົ້າໜ້າທີ່ໄທ ສະກັດຈັບ ແລະ ຍຶດ ງາຊ້າງ ຫລາຍກວ່າ 160 ກິໂລກຣາມ ຂົນຂ້າມນ້ຳຂອງ ມາຈາກຝັ່ງ ລາວ

ສຳນັກຂ່າວທ້ອງຖິ່ນບຶງການ ລາຍງານວັນທີ 12 ມັງກອນ 2026 ວ່າ: ເຈົ້າໜ້າທີ່ທະຫານໄທ ສາມາດສະກັດຈັບຂະບວນການລັກລອບຂົນສົ່ງສາກສັດປ່າຄຸ້ມຄອງ (ງາຊ້າງ) ລາຍໃຫຍ່ ຢູ່ບໍລິເວນແຄມແມ່ນ້ຳຂອງ ເຂດບ້ານເຫຼົ່າໝາກຜາງ, ຕຳບົນທ່າດອກຄຳ, ອຳເພີບຶງໂຂງຫຼົງ, ຈັງຫວັດບຶງການ. ເວລາປະມານ 19:00 ໂມງ ວັນທີ 11 ມັງກອນ 2026 ເຈົ້າໜ້າທີ່ໄດ້ຮັບແຫຼ່ງຂ່າວວ່າຈະມີການລັກລອບຂົນສົ່ງສິນຄ້າໜີພາສີຂ້າມພົມແດນ. ເຈົ້າໜ້າທີ່ຈຶ່ງໄດ້ປະສານງານຮ່ວມກັບ ຕຳຫຼວດກອງປາບປາມ,...

ແຈ້ງການມອດໄຟ ວັນທີ 14/1/2026 ເມືອງ ຈັນທະບູລີ

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 

ປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ໄຟຟ້າໃນລະບົບຖາວອນ 94.72%

ປັດຈຸບັນ, ທົ່ວແຂວງເຊກອງມີຄວາມຍາວ ຂອງຕາຂ່າຍໄຟຟ້າ 22 ກິໂລໂວນ 1,045.05 ກິໂລແມັດ/ວົງຈອນ; ຕາຂ່າຍ 0,4 ກິໂລໂວນ 432.13 ກິໂລແມັດ/ວົງຈອນ; ຕາຂ່າຍ 0,23 ກິໂລໂວນ 1.65 ກິໂລແມັດ/ວົງຈອນ; ມີບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າໃນລະບົບທັງໝົດ 167 ບ້ານ ກວມເອົາ 82.27% ແລະ ຫຼັງຄາເຮືອນທີ່ຊົມໃຊ້ໄຟຟ້າໃນລະບົບຖາວອນ...

ແຈ້ງການມອດໄຟ ວັນທີ 11/1/2026 ເມືອງ ສີໂຄດຕະບອງ, ເມືອງ ໄຊທານີ ແລະ ເມືອງ ໄຊເສດຖາ

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ແຂວງສາລະວັນ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເຊື່ອມຄຸນ, ສິນຄ້າລອກລຽນແບບ, ດ້ວຍວິທີການຈູດ ຊຶ່ງມີທັງໝົດມີ 175 ລາຍການ, ປະເພດຜະລິດຕະພັນນໍ້າອັດລົມ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 77 ແກັດ, ອຸປະກອນຮັບສັນຍານດາວທຽມ 3 ລາຍການ ລວມມູນຄ່າທັງໝົດ 65 ລ້ານກວ່າກີບ. ນອກນັ້ນ, ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ, ສິນຄ້າລອກລຽນແບບ, ສິນຄ້າຕິດສະຫຼາກ ແລະ ບໍ່ຕິດສະຫຼາກ...

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ...

ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ

ໃນວັນທີ 7 ມັງກອນ 2026 ໄດ້ມີລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານຫ້ວຍແປນ ເມືອງປາກອູ ແຂວງຫຼວງພະບາງ ເຊິ່ງເຈົ້າຂອງທີ່ດິນໄດ້ຈ້າງລົດຈົກດິນມາຂຸດດິນສໍາລັບກະກຽມພື້ນທີ່ປຸກສ້າງເຮືອນ, ໃນລະຫວ່າງການຂຸດຈົກດິນ ຄົນຂັບລົດໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ແລະ ໄດ້ແຈ້ງໃຫ້ເຈົ້າຂອງທີ່ດິນຮັບຊາບ ເຊິ່ງເຈົ້າຂອງທີ່ດິນ ກໍ່ໄດ້ລາຍງານມາຍັງຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ເພື່ອໃຫ້ສົ່ງພະນັກງານວິຊາການມາຊ່ວຍເຄື່ອນຍ້າຍລະເບີດດັ່ງກ່າວອອກຈາກເຂດພື້ນທີ່ກໍ່ສ້າງ. ພະນັກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ...

ຈີນ ເຜີຍແຜ່ພາບຄວບຄຸມຕົວ ເສີນ ຈື້ ຫົວໜ້າຂະບວນການອາຊະຍາກຳຂ້າມຊາດ ກັບປະເທດຈີນ

ວັນທີ 8 ມັງກອນ 2026 ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນ ໄດ້ສົ່ງຂະນະເຮັດວຽກໄຜຄວບຄຸມຕົວ ເສີນ ຈື້ (ສັນຊາດຈີນ) ຫົວໜ້າຂະບວນການອາຊະຍາກຳຂ້າມຊາດກ່ຽວກັບການພະນັນ ແລະ ສໍ້ໂກງ ຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ກັບປະເທດຈີນ ໂດຍໄດ້ຮັບການສະໜັບໜູນ ແລະ ປະສານງານຈາກໜ່ວຍງານກຳປູເຈຍ ເປັນອີກໜຶ່ງຄວາມສຳເລັດສຳຄັນຂອງຄວາມຮ່ວມມືຈີນ-ກຳປູເຈຍ. ຈາກການສອບສວນພົບວ່າ ເຄືອຂ່າຍຂອງ ເສີນ ຈື້ ຖືກສົງໃສວ່າເຮັດຜິດກົດໝາຍຫລາຍຢ່າງ ເຊັ່ນ:...

ແຈ້ງການມອດໄຟ ວັນທີ 10-11/1/2026 ເມືອງ ຈັນທະບູລີ, ສີໂຄດຕະບອງແລະ ໄຊເສດຖາ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 

Latest news

- Advertisement -spot_img