- Advertisement -spot_img

AUTHOR NAME

kaling

44 POSTS
0 COMMENTS

ອົດສະຕຣາລີແບນນັກທ່ອງທ່ຽວ ແລະ ແຮງງານຈາກອີຣ່ານ 6 ເດືອນ ເຫດສົງຄາມຕາເວັນອອກກາງ

ລັດຖະບານອົດສະຕຣາລີ ໄດ້ປະກາດມາດຕະການເຂັ້ມງວດ ສັ່ງຫ້າມຜູ້ຖືໜັງສືຜ່ານແດນອີຣ່ານ ເດີນທາງເຂົ້າປະເທດຊົ່ວຄາວ ເປັນໄລຍະເວລາ 6 ເດືອນ ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 26 ມີນາ ທ່າມກາງຄວາມຕຶງຄຽດຈາກສະຖານະການສົງຄາມໃນຕາເວັນອອກກາງ. ກະຊວງມະຫາດໄທອົດສະຕຣາລີ ໄດ້ລະບຸໃນຖະແຫຼງການວ່າ ຄວາມຂັດແຍ້ງໃນອີຣ່ານ ສ້າງຄວາມສ່ຽງທີ່ຜູ້ຖືວີຊາໄລຍະສັ້ນບາງຄົນ ອາດບໍ່ສາມາດ ຫຼື ບໍ່ຕ້ອງການເດີນທາງອອກຈາກອົດສະຕຣາລີ ເມື່ອວີຊາໝົດອາຍຸ. ມາດຕະການດັ່ງກ່າວຄອບຄຸມທັງຜູ້ທ່ອງທ່ຽວ ແລະ ຜູ້ເດີນທາງເຂົ້າໄປເຮັດວຽກ ໂດຍຈະບໍ່ອະນຸຍາດໃຫ້ເຂົ້າປະເທດໃນຊ່ວງ 6 ເດືອນຂ້າງໜ້າ. ຢ່າງໃດກໍ່ຕາມ...

ແຮງງານໄທເສຍຊີວິດ 1 ອີຣ່ານຍິງຂີປນາວຸດໃສ່ອິດສະຣາເອນກາງຄືນ

ຂີປນາວຸດອີຣ່ານຕົກໃສ່ເຂດເວສແບງກ໌ ແລະ ພາກກາງຂອງອິດສະຣາເອນ ເຮັດໃຫ້ຊາວປາເລດສະຕີນເສຍຊີວິດ 3 ຄົນ ແລະ ແຮງງານຕ່າງຊາດ 1 ຄົນ ໂດຍໄທຢືນຢັນວ່າຜູ້ເສຍຊີວິດເປັນແຮງງານຊາວໄທ. ສະພາເສ້ຍວວົງເດືອນແດງປາເລດສະຕີນ (PRCS) ລາຍງານເຫດສຸດເສົ້າໃນຄືນວັນພຸດທີ່ຜ່ານມາ (18 ມີ.ນາ.) ເມື່ອເສດຊາກຂີປນາວຸດຈາກອີຣ່ານຕົກໃສ່ຮ້ານເສີມສວຍໃນເມືອງເບດ ອາວາ (Beit Awa) ໃກ້ກັບເມືອງເຮັບຣອນ ໃນເຂດເວສແບງກ໌ ສົ່ງຜົນໃຫ້ແມ່ຍິງຊາວປາເລດສະຕີນເສຍຊີວິດທັນທີ 3 ຄົນ...

ອີຣ່ານກ່າວວ່າ ສະຫະລັດ–ອິດສະຣາແອລ ໂຈມຕີ ທຳໃຫ້ແຫຼ່ງວັດທະນະທຳ-ປະຫວັດສາດ ເສຍຫາຍ 56 ແຫ່ງ ໃນ 2 ອາທິດ

ກະຊວງມໍລະດົກວັດທະນະທຳຂອງອີຣ່ານເປີດເຜີຍວ່າ ແຫຼ່ງໂບຮານສະຖານ ແລະ ອາຄານປະຫວັດສາດຢ່າງໜ້ອຍ 56 ແຫ່ງ ໄດ້ຮັບຄວາມເສຍຫາຍຈາກການໂຈມຕີຂອງສະຫະລັດ ແລະ ອິດສະຣາແອລ ໃນໄລຍະການໂຈມຕີທີ່ຮຸນແຮງ 2 ອາທິດທີ່ຜ່ານມາ. ວັນທີ 16 ມີນາ 2026 ກະຊວງມໍລະດົກວັດທະນະທຳຂອງອີຣ່ານ ໄດ້ເປີດເຜີຍວ່າ ແຫຼ່ງວັດທະນະທຳ ແລະ ໂບຮານສະຖານຂອງປະເທດຢ່າງໜ້ອຍ 56 ແຫ່ງ ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີທາງທະຫານຂອງສະຫະລັດ...

ອັດຕະປື​ ຊີ້ແຈງກ່ຽວກັບການສະ​ໜອງນໍ້າມັນ ໃນທົ່ວແຂວງ

ຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື​ ມີ​ 7​ ບໍລິສັດ​ ນໍາເຂົ້້ານໍ້າມັນເຊື້ອໄຟ,​ ທົ່ວແຂວງມີ​ 48​ ປໍ້າຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ ໃນນີ້, ເມືອງສາມັກຄີໄຊ​ ມີ​ 20 ປໍ້າ, ເປີດ 5 ປໍ້າ,​ ເມືອງພູວົງ ມີ 5 ປໍ້າ, ເປີດ...

“ທຣຳ” ຊີ້ “ຍິ່ງນ້ຳມັນແພງ ສະຫະລັດຍິ່ງໄດ້ເງິນຫຼາຍ” ຢືນຢັນເປົ້າໝາຍຢຸດອີຣ່ານຄອບຄອງນິວເຄຍ

ປະທານາທິບໍດີໂດນັລ ທຣຳ ລະບຸວ່າລາຄານ້ຳມັນໂລກທີ່ປັບຕົວສູງຂຶ້ນສົ່ງຜົນໃຫ້ສະຫະລັດມີລາຍຮັບເພີ່ມໃນຖານະຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ແຕ່ຢືນຢັນວ່າລຳດັບຄວາມສຳຄັນສູງສຸດຍັງຄົງເປັນການສະກັດບໍ່ໃຫ້ອີຣ່ານພັດທະນາອາວຸດນິວເຄລຍ ທ່າມກາງຄວາມກັງວົນດ້ານເສດຖະກິດ ແລະ ລາຄາພະລັງງານທີ່ພຸ່ງຂຶ້ນຈາກສົງຄາມໃນຕາເວັນອອກກາງ. ປະທານາທິບໍດີໂດນັລ ທຣຳ ແຖລງເມື່ອວັນພະຫັດທີ່ຜ່ານມາ ໂດຍປັບທ່າທີຢ່າງສິ້ນເຊີງຕໍ່ສະຖານການດ້ານລາຄານ້ຳມັນ ແລະ ກາດທຳມະຊາດທີ່ພຸ່ງສູງຂຶ້ນ ພາຍຫຼັງເກີດຄວາມຂັດແຍ່ງທາງທະຫານກັບອີຣ່ານ ໂດຍລະບຸວ່າ ໃນຖານະທີ່ສະຫະລັດອາເມລິກາເປັນຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ການທີ່ລາຄານ້ຳມັນປັບຕົວສູງຂຶ້ນຍ່ອມໝາຍເຖິງກຳໄລມະຫາສານທີ່ເຂົ້າສູ່ປະເທດ. ທຣຳໂພສຂໍ້ຄວາມຜ່ານສື່ສັງຄົມສ່ວນຕົວວ່າ "ສະຫະລັດຄືຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດໃນໂລກ ດັ່ງນັ້ນເມື່ອລາຄານ້ຳມັນສູງຂຶ້ນ ພວກເຮົາຈຶ່ງທຳເງິນໄດ້ຫຼາຍ" ຢ່າງໃດກໍຕາມ ລາວເນັ້ນຢ້ຳວ່າລຳດັບຄວາມສຳຄັນສູງສຸດໃນຕອນນີ້ບໍ່ແມ່ນເລື່ອງລາຄາພະລັງງານ ແຕ່ຄືການຢຸດຢັ້ງບໍ່ໃຫ້ອີຣ່ານມີອາວຸດນິວເຄລຍໄວ້ໃນຄອບຄອງ. ທ່າທີລ່າສຸດຂອງທຣຳຖືກມອງວ່າເປັນການ "ກັບລຳ" ທາງການເມືອງ...

ເຄື່ອງບິນເຕີມນ້ຳມັນສະຫະລັດຕົກໃນອີຣັກ ຍັງບໍ່ຮູ້ສາເຫດທີ່ແນ່ຊັດ

ເຄື່ອງບິນເຕີມນ້ຳມັນຂອງກອງທັບສະຫະລັດຕົກໃນອີຣັກ ໂດຍຍັງບໍ່ມີການເປີດເຜີຍສາເຫດທີ່ແນ່ຊັດ ແຕ່ກອງບັນຊາການກາງຢືນຢັນວ່າ ບໍ່ແມ່ນຜົນຈາກການຍິງຂອງຝ່າຍສັດຕູ ຫຼື ການຍິງກັນເອງ ໃນວັນທີ 12 ມີນາ 2026 ກອງທັບສະຫະລັດໄດ້ອອກຖະແຫຼງການວ່າ ເຄື່ອງບິນເຕີມນ້ຳມັນລຸ້ນ KC-135 Stratotanker ໄດ້ປະສົບອຸບັດຕິເຫດຕົກ ໃນພື້ນທີ່ທາງຕາເວັນຕົກຂອງອີຣັກ ໃນວັນພະຫັດ ໂດຍຢືນຢັນວ່າ ເຫດການດັ່ງກ່າວ "ບໍ່ໄດ້ເກີດຈາກການຍິງຂອງຝ່າຍສັດຕູ ຫຼື ການຍິງກັນເອງ" ຢ່າງໃດກໍ່ຕາມ ໃນຖະແຫຼງການຍັງບໍ່ໄດ້ລະບຸສາເຫດທີ່ແນ່ຊັດ ແລະ...

ສະຫະລັດໄຟຂຽວຊື້ນ້ຳມັນຣັດເຊຍຊົ່ວຄາວ ຫຼັງລາຄານ້ຳມັນໂລກພຸ່ງທະລຸ 100 ໂດລາ ທ່າມກາງສົງຄາມ

ລັດຖະບານສະຫະລັດອອກໃບອະນຸຍາດພິເສດແບບຈຳກັດ ອະນຸຍາດໃຫ້ບາງປະເທດສາມາດຊື້ນ້ຳມັນຂອງຣັດເຊຍໄດ້ຊົ່ວຄາວ ໂດຍມາດຕະການດັ່ງກ່າວມີຂຶ້ນໃນຊ່ວງທີ່ລາຄານ້ຳມັນໂລກພຸ່ງສູງຂຶ້ນ ທ່າມກາງຄວາມເຄັ່ງຕຶງຈາກສົງຄາມກັບອີຣ່ານ ລາຍງານລະບຸວ່າ ລາຄານ້ຳມັນດິບເບຣນທ໌ ປິດຕະຫຼາດສູງກວ່າ 100 ໂດລາຕໍ່ບາເຣລເປັນຄັ້ງທຳອິດນັບຕັ້ງແຕ່ເດືອນສິງຫາ ປີ 2022 ໃນຂະນະທີ່ຄວາມຂັດແຍ້ງທີ່ຍືດເຍື້ອສົ່ງຜົນກະທົບຕໍ່ເສັ້ນທາງຂົນສົ່ງພະລັງງານສຳຄັນຂອງໂລກ ດ້ານ ສະກ໋ອດ ເບສເຊນທ໌ ລັດຖະມົນຕີວ່າການກະຊວງການຄັງສະຫະລັດ ກ່າວວ່າ ມາດຕະການດັ່ງກ່າວເປັນພຽງການອະນຸຍາດຊົ່ວຄາວເພື່ອຊ່ວຍໃຫ້ສາມາດລະບາຍອຸປະທານນ້ຳມັນທີ່ກຳລັງລອຍລຳຢູ່ກາງທະເລ ໂດຍເຂົາລະບຸຜ່ານສື່ສັງຄົມອອນໄລນ໌ວ່າ "ເພື່ອເພີ່ມການເຂົ້າເຖິງອຸປະທານນ້ຳມັນໃນຕະຫຼາດໂລກ ກະຊວງການຄັງສະຫະລັດໄດ້ອອກໃບອະນຸຍາດຊົ່ວຄາວໃຫ້ປະເທດຕ່າງໆ ສາມາດຊື້ນ້ຳມັນຣັດເຊຍທີ່ກຳລັງຕິດຄ້າງຢູ່ໃນທະເລໄດ້" ຢ່າງໃດກໍຕາມ ເບສເຊນທ໌ ຢ້ຳວ່າ ມາດຕະການນີ້ມີຂອບເຂດຈຳກັດ ແລະ...

“ທອງຄຳ” ຈະເປັນຜູ້ຊະນະໃນວິກິດການຮອບນີ້ຫຼືບໍ່?

ທ່າມກາງສະຖານະການສູ້ລົບໃນຕາເວັນອອກກາງ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງການຂົນສົ່ງນ້ຳມັນຜ່ານຊ່ອງແຄບຮໍມຸສ ເຊິ່ງເປັນເສັ້ນທາງລຳລຽງພະລັງງານຫຼັກຂອງໂລກ ສ້າງຜົນກະທົບຕໍ່ລາຄານ້ຳມັນທີ່ປັບຕົວຂຶ້ນຢ່າງໄວວາ ແລະ ບີບໃຫ້ຕະຫຼາດການເງິນຕ້ອງທົບທວນສົມມຸດຕິຖານເດີມກ່ຽວກັບທ່າອ່ຽງເງິນເຟີ້ ແລະ ທິດທາງອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ (ເຟດ) ອີກຄັ້ງ. ໃນຊ່ວງບໍ່ກີ່ວັນທີ່ຜ່ານມາ ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດ ປັບຕົວສູງຂຶ້ນ ໃນຂະນະທີ່ນັກລົງທຶນຫຼຸດຄວາມຄາດຫວັງຕໍ່ການຫຼຸດດອກເບ້ຍ ຫຼັງຈາກປະເມີນວ່າລາຄາພະລັງງານທີ່ພຸ່ງຂຶ້ນ ອາດຈະເຮັດໃຫ້ການນຳເງິນເຟີ້ກັບຄືນສູ່ເປົ້າໝາຍ 2% ເປັນໄປໄດ້ຍາກ ແລະ ອາດໃຊ້ເວລາດົນກວ່າທີ່ຄາດໄວ້. ຮົ່ວເຊັ່ງເຮັງວິເຄາະວ່າ ການສູ້ລົບທີ່ເກີດຂຶ້ນນີ້ ຖືເປັນ "ຊ໋ອກດ້ານອຸປະທານ" ທີ່ມີລັກສະນະກະຕຸ້ນເງິນເຟີ້ໂດຍກົງ...

ສະຫະລັດ ເປີດສອບສວນປະເທດທີ່ເກີນດຸນການຄ້າກັບສະຫະລັດ

ສຳນັກຂ່າວ CNBC ລາຍງານວ່າ ລັດຖະບານສະຫະລັດອາເມລິກາ ພາຍໃຕ້ປະທານາທິບໍດີ ໂດນານ ທຣຳ ໄດ້ປະກາດໃນວັນພຸດວ່າ ຈະເປີດການສອບສວນດ້ານການຄ້າຕໍ່ຈີນ, ເມັກຊິໂກ, ສະຫະພາບເອີຣົບ ແລະ ອີກກວ່າສິບປະເທດ ໂດຍມີເປົ້າໝາຍເພື່ອຫາແນວທາງນຳໃຊ້ມາດຕະການພາສີໃໝ່ ແທນ "ພາສີຕອບໂຕ້ (reciprocal tariffs)" ທີ່ສານສູງສຸດສະຫະລັດຫາກໍ່ຕັດສິນວ່າບໍ່ຊອບດ້ວຍກົດໝາຍ ນາຍ ເຈມີສັນ ເກຣຍ ຜູ້ຕາງໜ້າການຄ້າສະຫະລັດ (USTR) ເປີດເຜີຍວ່າ...

ອີຣານເຕືອນ: ໂລກຄວນກຽມຮັບມືກັບລາຄານ້ຳມັນທີ່ອາດພຸ່ງທະລຸ 200 ໂດລາຕໍ່ບາເຣວ

ກອງບັນຊາການທະຫານຂອງອີຣານ ໄດ້ອອກແຖລງການເມື່ອວານນີ້ (11 ມີນາ) ວ່າ ໂລກຄວນກຽມຮັບມືກັບລາຄານ້ຳມັນທີ່ອາດພຸ່ງສູງເຖິງ 200 ໂດລາຕໍ່ບາເຣວ ຫຼັງຈາກທີ່ເຮືອອີກ 3 ລຳຖືກໂຈມຕີໃນບໍລິເວນອ່າວທີ່ກຳລັງຖືກປິດລ້ອມ. ໂດຍອີຣານໄດ້ຍິງຂີປນາວຸດໂຈມຕີອິສຣາແອລ ແລະ ເປົ້າໝາຍຫຼາຍແຫ່ງທົ່ວຕາເວັນອອກກາງເມື່ອວານນີ້ ຊຶ່ງສະແດງໃຫ້ເຫັນວ່າຍັງສາມາດໂຕ້ຕອບ ແລະ ສ້າງຄວາມວຸ້ນວາຍຕໍ່ເສັ້ນທາງດ້ານພະລັງງານໄດ້ ເຖິງແມ່ນວ່າກະຊວງປ້ອງກັນຊາດສະຫະລັດຈະລະບຸວ່າ ການໂຈມຕີຮ່ວມກັນຂອງສະຫະລັດ ແລະ ອິສຣາແອລຄັ້ງລ່າສຸດນີ້ ຖືເປັນການໂຈມຕີທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ເລີ່ມຕົ້ນສົງຄາມ. ລາຄານ້ຳມັນທີ່ພຸ່ງສູງຂຶ້ນຢ່າງໄວວາໃນຕົ້ນອາທິດ ເລີ່ມປັບຕົວລົດລົງ ຂະນະທີ່ຕະຫຼາດຫຸ້ນຟື້ນຕົວ...

Latest news

- Advertisement -spot_img