- Advertisement -spot_img

AUTHOR NAME

Jenjila

353 POSTS
0 COMMENTS

ເກີດເຫດລົດບັນທຸກ ຕໍາກັບລົດກະບະ ຢູ່ກາງຂົວ ບ້ານຄໍາແກ້ວ ຫາບ້ານສອງຫອ້ງ ເມືອງຫີນບູນ

ວັນທີ 25 ທັນວາ 2025 ເກີດອຸປະຕິເຫດ ລົດບັນທຸກ ຕໍາກັບລົດກະບະ ຢູ່ກາງຂົວ ບ້ານຄໍາແກ້ວ ຫາບ້ານສອງຫອ້ງ ເມືອງຫີນບູນ ແຂວງຄໍາມ່ວນ ລາຍງານເບື້ອງຕົ້ນຈາກຜູ້ເຫັນເຫດການ ມີຜູ້ໄດ້ຮັບບາດເຈັບ 2 ຄົນ. ສ່ວນສາເຫດ ແລະ ລາຍລະອຽດຍັງຢູ່ໃນຂັນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ຫາກມີຂໍ້ມູນເພີ່ມເຕີມຈະແຈ້ງໃຫ້ຊາບພາຍຫລັງ. ພາບ: Pornsawat Psv

ສະພາບອາກາດປະຈໍາວັນທີ 25 ທັນວາ 2025

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ທົ່ວໄປ, ສ່ວນຕອນບ່າຍອາກາດຮ້ອນ ແລະ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ລາຍລະອຽດເພີ່ມເຕີມດັ່ງລຸ່ມນີ້:

5 ເທັກນິກການຕະຫຼາດງົບນ້ອຍ ສຳລັບຄົນເລີ່ມຕົ້ນທຸລະກິດ!

ວິກິດການງົບປະມານບໍ່ແມ່ນບັນຫາ ໃຊ້ "ຄວາມຄິດສ້າງສັນ" ແທນ "ເງິນລົງທຶນ" ປະຕິເສດບໍ່ໄດ້ເລີຍວ່າ ການເລີ່ມຕົ້ນເຮັດທຸລະກິດໃໝ່ມັກຈະມາພ້ອມກັບຂໍ້ຈຳກັດດ້ານງົບປະມານ ໂດຍສະເພາະງົບການຕະຫຼາດ ທີ່ມັກຖືກເບິ່ງວ່າເປັນເລື່ອງສິ້ນເປືອງ. ແນວໃດກໍ່ຕາມ ໃນຍຸກດິຈິຕອລ ການສ້າງແບຣນໃຫ້ເປັນທີ່ຮູ້ຈັກ ແລະ ເພີ່ມຍອດຂາຍນັ້ນ ບໍ່ຈຳເປັນຕ້ອງໃຊ້ງົບປະມານຫຼວງຫຼາຍສະເໝີໄປ. ໂດຍຫົວໃຈສຳຄັນແມ່ນການໃຊ້ "ຄວາມຄິດສ້າງສັນ" ເປັນຊັບສິນທີ່ມີຄ່າທີ່ສຸດ ພ້ອມກັບການເລືອກໃຊ້ເຄື່ອງມືອອນໄລນ์ທີ່ຖືກຕ້ອງຢ່າງສະໝ່ຳສະເໝີ ແລະ ຫມັ່ນວັດຜົນເພື່ອປັບປຸງຍຸດທະສາດໃຫ້ດີຂຶ້ນຕື່ມອີກ. 5 ເທັກນິກການຕະຫຼາດງົບນ້ອຍ ສຳລັບຄົນເລີ່ມຕົ້ນທຸລະກິດ! ວິກິດການງົບປະມານບໍ່ແມ່ນບັນຫາ ໃຊ້ "ຄວາມຄິດສ້າງສັນ"...

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 KV ລາວ-ຈີນ ຄືບໜ້າ 80%

ທ່ານ ວິລະໄຊ ໄຊຫຼວງສີ ວິຊາການບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ EDL-T ສັງກັດພະແນກກໍ່ສ້າງ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າລາວ-ຈີນ (ພາກລາວ) ຮັບຜິດຊອບປະສານງານໂຄງການຢູ່ສອງແຂວງພາກເໝືອອຸດົມໄຊ ແລະ ຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 19 ທັນວາຜ່ານມາ ທີ່ສະຖານີໄຟຟ້ານາໝໍ້ 3 ເມືອງນາໝໍ້ ແຂວງອຸດົມໄຊ. ທ່ານໃຫ້ຮູ້ວ່າ: ໂຄງການສາຍສົ່ງ 500 ກິໂລໂວນ (KV) ລະຫວ່າງລາວ-ຈີນ ແມ່ນໂຄງການຍຸດທະສາດອັນສຳຄັນອີກໂຄງການໜຶ່ງ...

ສະພາບອາກາດປະຈໍາວັນທີ 24 ທັນວາ 2025

ຄວາມກົດດັນສູງຂອງອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງໜາວເຢັນ ຫາ ໜາວເຢັນ ຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ເຂດພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ...

ນາຍົກເນັ້ນໃຫ້ ອພສ ສ້າງການຫັນປ່ຽນຮອບດ້ານດຶງດູດສັດທາຂອງປະຊາຊົນ ຕໍ່ພຸດທະສາສະໜາ

ຂປລ. ໃນກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ວັນທີ 23 ທັນວາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ)ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ທາງດ້ານແນວຄິດຈິນຕະນາການຂອງ ພະສົງ-ສາມະເນນ, ພໍ່ຂາວ,...

ເລຂາພັກແຂວງຈໍາປາສັກ ເນັ້ນໃຫ້ ຄປນ ນະຄອນປາກເຊ ກວດກາຄືນ ແລະ ຄົ້ນຄວ້າ ວິທີມອດໄຟແບບໃໝ່

ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 21 ທັນວາ 2025, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກ ແຂວງຈໍາປາສັກ ພ້ອມດ້ວຍຄະນະ ລົງພື້ນທີ່ເພື່ອຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ໃຫ້ແກ່ຄອບຄົວປະຊາຊົນທີ່ຖືກໄຟໄໝ້ເຮືອນ ຢູ່ບ້ານພະບາດ ນະຄອນປາກເຊ ແຂວງຈຳປາສັກ ທັງນີ້ ກໍເພື່ອເປັນການຢ້ຽມຢາມຖາມຂ່າວ, ແບ່ງເບົາຄວາມທຸກໂສກ,ໃຫ້ການຊ່ວຍເຫລືອ...

ເປີດງານທ່ຽວຊົມດອກຊາກຸຣະ ສະຫລອງຄົບຮອບ 10 ປີ ທີ່ສວນມິດຕະພາບລາວ-ຍີ່ປຸ່ນ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດງານທ່ຽວຊົມດອກຊາກຸຣະ ສະເຫລີມສະຫລອງຄົບຮອບ 10 ປີ ການປູກຕົ້ນຊາກຸຣະ ທີ່ສວນຊາກຸຣະລາວ-ຢີ່ປຸ່ນ ຢູ່ເມືອງວຽງໄຊ ໃນວັນທີ 18 ທັນວາ 2025 ໂດຍມີທ່ານ ນາງ ລ້ອງຄໍາ ພອນມີໄຊ ຮອງປະທານຄະນະກໍາມະການປົກຄອງ ແຂວງຫົວພັນ, ທ່ານ...

ຍທຂ ແຂວງວຽງຈັນ ເຊັນ MOU ກັບ ບໍລິສັດເອກະຊົນ ການສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູແລະບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ເມືອງກາສີ ແຂວງວຽງຈັນ – ຊາຍແດນແຂວງຫຼວງພະບາງ

ແຫຼ່ງຂ່າວຈາກ ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນລາຍງານໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກດັ່ງກ່າວມີຂຶ້ນໃນວັນທີ 19 ທັນວາ 2025 ນີ້ ຢູ່ທີ່ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນ. ທ່ານ ນ. ຄຳຫຼ້າ ບັນນະວົງ ຫົວໜ້າ ຂະແໜງຈັດຕັ້ງບໍລິຫານ,ແຜນການແລະການເງິນ ພະແນກໂຍທາທິການແລະຂົນສົ່ງ ໄດ້ຂຶ້ນຜ່ານຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າ: ເພື່ອສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູ ແລະ ບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງເມືອງກາສີ ແຂວງວຽງຈັນ...

Latest news

- Advertisement -spot_img