16.5 C
Vientiane
ວັນທີ 22 January, 2026

CATEGORY

ຂ່າວພາຍໃນ

ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

ຂປລ. ໃນວັນທີ 3 ທັນວາ2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ (Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ,...

ປະເທດຍີ່ປຸ່ນຊ່ວຍເຫຼືອຈາກປັບປຸງໂຮງໝໍຢູ່ພາກໃຕ້ຂອງປະເທດລາວເກືອບ 3 ຕື້ເຢນ

ໃນຕອນບ່າຍຂອງວັນທີ 3 ທັນວານີ້, ທີ່ກະຊວງການ ຕ່າງ ປະເທດ,ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງ ການຊ່ວຍ ເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງໂຮງໝໍພາກໃຕ້ ຂອງ ສປປ ລາວ ມູນຄ່າ 2.865 ລ້ານເຢນ, ຊຶ່ງຕາງໜ້າລັດຖະ ບານ ແຫ່ງ ສປປ ລາວ ແມ່ນທ່ານ ນາງ ຟອງສະໝຸດ ອັ່ນລາວັນ...

ວາງສີລາລຶກໂຄງການກໍ່ສ້າງ ສູນບັນຊາກະຊວງປ້ອງກັນຄວາມສະຫງົບລາວໄດ້ຮັບທຶນຊ່ວຍເຫລືອຈາກ ສສ ຫວຽດນາມ

ຂປລ. ພິທີວາງສີລາລຶກໂຄງການກໍ່ສ້າງ ສູນບັນຊາ ກະຊວງປ້ອງກັນຄວາມສະຫງົບລາວ ຈັດຂຶ້ນໃນວັນທີ 2 ທັນວາ 2025 ທີ່ສູນຮັບຕ້ອນ ແລະ ຝືກອົບຮົມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ພົນເອກ ເລື່ອງ ຕາມ...

9 ເດືອນປີ 2025 ພົບຜູ້ຕິດເຊື້ອເຮສໄອວີ 1,600 ກວ່າຄົນ

ປັດຈຸບັນ ສປປ ລາວມີຈຳນວນສະສົມຜູ້ຕິດເຊື້ອເຮສໄອວີທີ່ຍັງມີຊີວິດ 21,363 ຄົນ, ຜູ້ຕິດເຊື້ອທີ່ມີໜ້າປິ່ນປົວດ້ວຍຢາຕ້ານຈໍານວນ 14,314 ຄົນ. ຕົວເລກລາຍງານສະເພາະປີ 2025 ນັບແຕ່ເດືອນມັງກອນເຖິງ ເດືອນກັນຍາ ພົບຜູ້ຕິດເຊື້ອເຮສໄອວີຈໍານວນ 1,617 ຄົນ, ໃນນີ້ 53% ແມ່ນກຸ່ມໄວໜຸ່ມທີ່ມີອາຍຸລະຫວ່າງ 15-29 ປີ. ມີສະຖານທີ່ບໍລິການກວດເລືອດຊອກຫາການຕິດເຊື້ອເຮສໄອວີນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ...

ທ່ານ ລັດຖະມົນຕີ ຍທຂ ຕ້ອນຮັບຄະນະຜູ້ແທນກະຊວງກໍ່ສ້າງ ສສ ຫວຽດນາມ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສປປ ລາວຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບຂອງທ່ານ ເຈິນ ຮົງ ມິງ ລັດຖະມົນຕີກະຊວງກໍ່ສ້າງ ສສ ຫວຽດນາມໃນວັນທີ 2 ທັນວານີ້ ທີ່ກະຊວງ ຍທຂ, ມີບັນດາຫົວໜ້າກົມ ແລະ ພະນັກງານສອງຝ່າຍເຂົ້າຮ່ວມ. ການພົບປະຄັ້ງນີ້ເນື່ອງໃນໂອກາດທ່ານ...

ປະທານສະພາແຫ່ງຊາດລາວ ພົບປະ ປະທານສະພາທີ່ປຶກສາການເມືອງທົ່ວປະເທດ ຈີນ

ວັນທີ 2 ທັນວາ 2025, ທີ່ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ , ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວັງ ຮູ ໜິງ , ກຳມະການປະຈໍາກົມການເມືອງສູນກາງພັກ ,...

ທຸກພາກສ່ວນໃນສັງຄົມ ຈົ່ງຊ່ວຍເປັນເຈົ້າການໃນການປົກປັກຮັກສາຍໄຟຟ້າ

ຂປລ. ແຫລ່ງຂ່າວຈາກ ຈຳປາສັກ ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງຈໍາປາສັກ ຮ່ວມກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ສາຂາແຂວງຈໍາປາສັກ ໂດຍການນໍາພາ-ຊີ້ນໍາຂອງຄະນະພັກ-ອົງການປົກຄອງແຂວງ ໄດ້ຈັດກິດຈະກໍາປັບປຸງສ້ອມແປງສາຍໄຟຟ້າ ໃນນະຄອນປາກເຊ ໃນລະຫວ່າງວັນທີ 1-5 ທັນວາ 2025 ເພື່ອເຮັດໃຫ້ລະບົບໄຟເຍືອງທາງ ສະຫວ່າງສະໄຫວ, ສະດວກສະບາຍໃນເວວາສັນຈອນໄປ-ມາ ໂດຍສະເພາະ ໃນຕອນກາງຄືນ...

ເຈົ້າໜ້າທີ່ກວດກາການຄ້າ ແຂວງເຊກອງລົງກວດກາສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ນໍາໂດຍ ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຮ່ວມກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ ເຄື່ອນໄຫວກວດກາສິນຄ້າໝົດອາຍຸ ແລະ ສິນຄ້າເສື່ອມຄຸນນະພາບ...

ຄະນະປະຈໍາກໍາມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ເດີນທາງເຖິງນະຄອນຫຼວງວຽງຈັນ

ສະຫາຍ ຫວາງ ຮູໝິງ ຄະນະປະຈໍາກໍາມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສປ ຈີນ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນ ໃນຕອນບ່າຍ ວັນທີ 1 ທັນວາ 2025 ໂດຍມີ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ...

ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ໄດ້ຈັດງານຕະຫຼາດນັດແຮງງານ ປະຈໍາປີ 2025 ຂຶ້ນໃນລະຫວ່າງວັນທີ 28-29 ພະຈິກຜ່ານມາທີ່ໂຮງແຮມທ່າແຂກໃໝ່ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າບໍລິສັດນ້ຳເທີນ2, ມີບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດໂຄສະນາຮັບສະຫມັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມຕ້ອງການແຮງງານຫຼາຍກວ່າ...

ຂ່າວລ່າສຸດ