20 C
Vientiane
ວັນທີ 11 March, 2026

CATEGORY

ຂ່າວພາຍໃນ

ໄລຍະ 5 ປີ ຕໍ່ໜ້າລັດຖະບານຈະສືບຕໍ່ສຸມໃສ່ 6 ເປົ້າໝາຍໃຫຍ່ 26 ວຽກຈຸດສຸມພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ

ຂປລ. ໃນໄລຍະ 5 ປີ ຕໍ່ໜ້າ, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP)...

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ຄັ້ງ ວັນທີ 12 ມັງກອນ 2026 ນີ້ ທີ່ຫໍປະຊຸມແຫ່ງຊາດ.

ວັນທີ 12 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານໄດ້້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ) ແລະ ບັນດາ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ,...

ເກີດເຫດລົດໃຫ່ຍເສຍຫຼັກ ຕຳເອົາລົດໃຫ່ຍ ແລະ ລົດຈັກ ທີ່ຈອດໄວ້ແຄມທາງ 12/01/2026 ທີ່ສະຖານບ້ານໂພເງີນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.

ເຫດລົດໃຫ່ຍເສຍຫຼັກ ຕຳເອົາລົດໃຫ່ຍ ແລະ ລົດຈັກ ທີ່ຈອດໄວ້ແຄມທາງ ເຫດນີ້ເຮັດໃຫ້ມີຜູ້ບາດເຈັບ 2 ຄົນ (ຍິງ 1, ຊາຍ 1) ເປັນເຈົ້າຂອງຮ້ານຂາຍເຄື່ອງ ແລະ ພີ່ນ້ອງ ເຊິ່ງກຳລັງລໍຖ້າໃສ່ບາດຢູ່. ເຫດເກີດໃນເວລາ 6:30 ຂອງວັນຈັນທີ 12/01/2026 ທີ່ສະຖານບ້ານໂພເງີນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.ລົດໃຫຍ່ສິແດງຂັບມາຕຳລົດຈັກ ແລະ...

ປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ໄຟຟ້າໃນລະບົບຖາວອນ 94.72%

ປັດຈຸບັນ, ທົ່ວແຂວງເຊກອງມີຄວາມຍາວ ຂອງຕາຂ່າຍໄຟຟ້າ 22 ກິໂລໂວນ 1,045.05 ກິໂລແມັດ/ວົງຈອນ; ຕາຂ່າຍ 0,4 ກິໂລໂວນ 432.13 ກິໂລແມັດ/ວົງຈອນ; ຕາຂ່າຍ 0,23 ກິໂລໂວນ 1.65 ກິໂລແມັດ/ວົງຈອນ; ມີບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າໃນລະບົບທັງໝົດ 167 ບ້ານ ກວມເອົາ 82.27% ແລະ ຫຼັງຄາເຮືອນທີ່ຊົມໃຊ້ໄຟຟ້າໃນລະບົບຖາວອນ...

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ແຂວງສາລະວັນ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເຊື່ອມຄຸນ, ສິນຄ້າລອກລຽນແບບ, ດ້ວຍວິທີການຈູດ ຊຶ່ງມີທັງໝົດມີ 175 ລາຍການ, ປະເພດຜະລິດຕະພັນນໍ້າອັດລົມ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 77 ແກັດ, ອຸປະກອນຮັບສັນຍານດາວທຽມ 3 ລາຍການ ລວມມູນຄ່າທັງໝົດ 65 ລ້ານກວ່າກີບ. ນອກນັ້ນ, ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ, ສິນຄ້າລອກລຽນແບບ, ສິນຄ້າຕິດສະຫຼາກ ແລະ ບໍ່ຕິດສະຫຼາກ...

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ

ຂປລ. ຕອນເຊົ້າວັນທີ 9 ມັງກອນ 2026 ນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII...

ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ

ໃນວັນທີ 7 ມັງກອນ 2026 ໄດ້ມີລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານຫ້ວຍແປນ ເມືອງປາກອູ ແຂວງຫຼວງພະບາງ ເຊິ່ງເຈົ້າຂອງທີ່ດິນໄດ້ຈ້າງລົດຈົກດິນມາຂຸດດິນສໍາລັບກະກຽມພື້ນທີ່ປຸກສ້າງເຮືອນ, ໃນລະຫວ່າງການຂຸດຈົກດິນ ຄົນຂັບລົດໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ແລະ ໄດ້ແຈ້ງໃຫ້ເຈົ້າຂອງທີ່ດິນຮັບຊາບ ເຊິ່ງເຈົ້າຂອງທີ່ດິນ ກໍ່ໄດ້ລາຍງານມາຍັງຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ເພື່ອໃຫ້ສົ່ງພະນັກງານວິຊາການມາຊ່ວຍເຄື່ອນຍ້າຍລະເບີດດັ່ງກ່າວອອກຈາກເຂດພື້ນທີ່ກໍ່ສ້າງ. ພະນັກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ...

ປກສ ແຂວງຫຼວງນ້ຳທາ ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ 8 ເຮັກຕາ.

ທ້າຍເດືອນ ທັນວາ ປີ 2025 ຜ່ານມາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໄດ້ສົມທົບກັບ ກຳລັງ ປກຊ-ປກສ 05 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວສຳຫຼວດພື້ນທີ່ ທີ່ປະຊາຊົນລັກລອບປູກຝິ່ນ ທາງພາກພື້ນດິນ ແລະ ທາງອາກາດໂດຍນຳໃຊ້ໂດຣນບິນສຳຫຼວດ ສາມາດພົບເຫັນສວນຝິ່ນທີ່ປະຊາຊົນຢູ່ຫຼາຍຈຸດໃນ ໂດຍສະ...

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນ ທີ 8 ມັງກອນ 2026

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນ ທີ 8 ມັງກອນ 2026 ພາຍຫຼັງດຳເນີນກອງປະຊຸມມາເປັນເວລາ 3 ວັນ ພາຍໃຕ້ຄຳຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” . ກອງປະຊຸມຄັ້ງນີ້, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 834...

ສະຫາຍ ທອງລຸນ ສີສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກ 1 ສະໄໝ

ຂປລ. ໃນວາລະດຳເນີນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃນວັນທີ 8 ມັງກອນ 2026 ນີ້, ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທັງໝົດ 88 ສະຫາຍ. ຍິງ 13 ສະຫາຍ. ໃນນັ້ນ, ກໍາມະການສົມບູນ...

ຂ່າວລ່າສຸດ