28 C
Vientiane
ວັນທີ 10 March, 2026

CATEGORY

ຂ່າວຕ່າງປະເທດ

ທີ່ອູຮັ່ນ ປະເທດຈີນ ວັນທີ 1.2.2026 ເກີດເຫດເຄນກໍ່ສ້າງຖະຫຼົ່ມສົ່ງຜົນໃຫ້ມີຜູ້ເສຍຊີວິດ 1ຄົນ ແລະ ໄດ້ຮັບບາດເຈັບ 1 ຄົນ

ທາງການນະຄອນອູ່ຮັ່ນອອກຖະແຫຼງຊີ້ແຈງເຫດເຄຣນຖະຫຼົ່ມໃສ່ລົດຍົນ ບໍລິເວນໄຊຕ່ກໍ່ສ້າງລົດໄຟຟ້າໃຕ້ດິນ ໃກ້ຖະໜົນໂຮ່ວຫູ່ ເຂດຈຽງອັນອັ້ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 1 ຄົນ ເຫດການເກີດຂຶ້ນເວລາ 11.16 ໂມງ ວັນທີ 1 ກຸມພາ ລະຫວ່າງການຖອດຖອນເຄຣນໃນໂຄງການກໍ່ສ້າງເສັ້ນທາງເຊື່ອມລົດໄຟຟ້າສາຍທີ 12 ສະຖານີຊິນຊຸນ ຂາເຄຣນເກີດລົ້ມລົງ ກະທົບລົດຍົນທີ່ສັນຈອນຜ່ານດ້ານນອກເຂດກໍ່ສ້າງ ໄດ້ຮັບຄວາມເສຍຫາຍ 2 ຄັນ...

ຂ່າວຕ່າງປະເທດລາຍງານ ປະເທດຍີ່ປຸ່ນ ກຳລັງປະເຊີນກັບພາຍຸຫິມະຕົກໜັກໃນຮອບ 80 ປີ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 18 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວັນທີ 2 ກຸມພາ 2026 ນີ້ວ່າ: ໃນໄລຍະ 2 ອາທິດທີ່ຜ່ານມາ ປະເທດຍີ່ປຸ່ນ ໄດ້ປະສົບກັບສະພາວະພາຍຸຫິມະຕົກໜັກຕໍ່ເນື່ອງເຊິ່ງຖືເປັນລະດັບສູງສຸດອັນດັບ 4 ໃນປະຫວັດສາດ ເປັນການປະເຊີນກັບຫິມະຕົກໜັກທີ່ສຸດໃນຮອບ 80 ປີ ຂອງຕົວເມືອງ ອາໂອໂມຣິ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 18 ຄົນ ແລະ ໄດ້ຮັບບາດເຈັບອີກ 249 ຄົນ...

ທີ່ປະເທດອິນເດຍໃນວັນທີ 28.01.2026 ເກີດເຫດເຮືອບິນສ່ວນຕົວປະສົບອຸບັດຕິເຫດ ເສຍຊີວິດ 5 ຄົນ ສາເຫດເບື້ອງຕົ້ນ ເຮືອບິນຫຼຸດອອກຈາກລັນເວ ລະຫວ່າງລົງຈອດ

ສຳນັກງານການບິນພົນລະເຮືອນອິນເດຍ (DGCA) ຢືນຢັນວ່າ ທ່ານ ອາຈິຕ ປາວາຣ໌ ຮອງຜູ້ວ່າການລັດມະຫາຣາສຕຣະ ເສຍຊີວິດຈາກເຫດເຮືອບິນສ່ວນຕົວປະສົບອຸບັດຕິເຫດຂະນະພະຍາຍາມລົງຈອດທີ່ສະໜາມບິນເມືອງບາຣາມາຕິ ເມື່ອເຊົ້ານີ້ເວລາປະມານ 8:45 ໂມງເຊົ້າ ວັນທີ່ 28 ມັງກອນ 2026 ຕົ້ນທາງມາຈາກມຸມໄບ. ສາເຫດເບື້ອງຕົ້ນ DGCA ລະບຸວ່າ ເຮືອບິນຫຼຸດອອກຈາກແນວຮັນເວ ລະຫວ່າງລົງຈອດ ກ່ອນພຸ່ງຊົນຢ່າງຮຸນແຮງເຮັດໃຫ້ເກີດຄວາມເສຍຫາຍໜັກ ແລະ ບໍ່ມີຜູ້ລອດຊີວິດ. ຂະນະນີ້ຢູ່ລະຫວ່າງການສອບສວນເພີ່ມເຕີມເຖິງ...

ເກີດເຫດເຮືອບິນທະຫານຫວຽດນາມຕົກລະຫວ່າງການຝຶກ ເມື່ອເຊົ້າຂອງວັນທີ 28 ມັງກອນ 2026 ກຳລັງສອບສວນຫາສາເຫດ

ກະຊວງກາລະໂຫມຫວຽດນາມອອກຖະແຫຼງການຢ່າງເປັນທາງການ ກໍລະນີເກີດເຫດ ເຮືອບິນທະຫານຕົກໃນພື້ນທີ່ແຂວງດົງຮວາ ແຂວງດັກລັກ ເມື່ອເຊົ້າວັນທີ 28 ມັງກອນ 2026. ຕາມລາຍງານລະບຸວ່າ ເຫດການເກີດຂຶ້ນລະຫວ່າງການຝຶກ ບິນຕາມແຜນຂອງຫົວໜ່ວຍສັງກັດ ກອງບິນທີ່ 940 ໂຮງຮຽນນາຍເຮືອອາກາດ ກອງທັບປ້ອງກັນໄພທາງອາກາດ–ກອງທັບອາກາດ ເປັນຜູ້ຄວບຄຸມເຮືອບິນຝຶກ ແບບ Yak-130.ເຮືອບິນໄດ້ຮັບຄຳສັ່ງໃຫ້ຂຶ້ນບິນເວລາ 07:27 ນາທີ. ຕໍ່ມາໃນລະຫວ່າງການບິນ ເກີດເຫດຂັດຂ້ອງ ແລະ ຂາດການຕິດຕໍ່ເມື່ອເວລາ 07:44...

ເກີດເຫດ ເຮືອບິນ Beechcraft 1900D ຖ້ຽວບິນ HK-4709 ຂອງສາຍການບິນລັດ Satena ປະສົບອຸບັດຕິເຫດຕົກໃນ ວັນທີ 28.01.2026 ຜູ້ໂດຍສານ ແລະ ລູກເຮືອທັງລວມ 15 ຄົນເສຍຊີວິດທັງໝົດ.

ເຮືອບິນ Beechcraft 1900D ຖ້ຽວບິນ HK-4709 ຂອງສາຍການບິນລັດ Satena ປະສົບອຸບັດຕິເຫດຕົກໃນພື້ນທີ່ພູເຂົາ ເຂດ Catatumbo ໃກ້ຊາຍແດນໂຄລອມເບຍ-ເວເນຊູເອລາ ວັນທີ 28 ມັງກອນ 2026. ຜູ້ໂດຍສານ ແລະ ລູກເຮືອທັງ 15 ຄົນເສຍຊີວິດທັງໝົດ. ລາຍລະອຽດເຫດການ: ເຮືອບິນອອກຈາກ ຄູກູຕາ ເວລາ 11:42 ໂມງເຊົ້າ...

ຂ່າວຕ່າງປະເທດລາຍງານ ສະຫະລັດ ອາເມຣິກາ ປະກາດພາວະສຸກເສີນ ຍົກເລິກຖ້ຽວບິນກວ່າ 13,000 ຖ້ຽວທົ່ວປະເທດ ອຸນຫະພູມອາດຫຼຸດຕ່ຳເຖິງ -40 ອົງສາ.

ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 25 ມັງກອນ 2026 ສະຫະລັດອາເມລິກາ ກຳລັງປະເຊີນກັບພາຍຸລະດູໜາວທີ່ຮຸນແຮງ, ສົ່ງຜົນໃຫ້ມີການຍົກເລີກຖ້ຽວບິນຈຳນວນຫຼາຍກວ່າ 13,000 ຖ້ຽວບິນທົ່ວປະເທດ ຕາມຂໍ້ມູນຈາກເວັບໄຊ FlightAware ທີ່ຕິດຕາມສະຖານະຖ້ຽວບິນແບບທັນເຫດການ. ໂດຍລັດທີ່ໄດ້ຮັບຜົນກະທົບໜັກທີ່ສຸດໄດ້ແກ່: ເທັກຊັດ, ນອດແຄໂຣໄລນາ ແລະ ເທນເນສຊີ. ໃນຂະນະດຽວກັນ, ຊາວອາເມລິກາກວ່າ 140 ລ້ານຄົນ ຫຼື ເກືອບເຄິ່ງໜຶ່ງຂອງປະຊາກອນທັງໝົດ,...

ງານວາງສະແດງ AI ຈັດຂຶ້ນທີ່ແຂວງກວາງຊີ ປະເທດຈີນ

ງານວາງສະແດງ ແລະ ແຂ່ງຂັນ “ຄໍາຄືນ AI League,” ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກຳຕ່າງໆດ້ວຍ AI, ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ ປີ 2025 ຜ່າມາ ທີ່ແຂວງກວາງຊີ ປະເທດຈີນ. ພາຍໃນງານໄດ້ມີການນໍາສະເໜີຜົນການແຂ່ງຂັນທີ່ກວ້າງຂວາງ ຈົນເຖິງການສາທິດເຕັກໂນໂລຢີທີ່ທັນສະໄໝປະສົມປະສານວິທະຍາສາດ ແລະ ເຕັກໂນໂລຢີກັບມະນຸດສາດ ແລະ ເຊື່ອມຕໍ່ປັດຈຸບັນກັບອະນາຄົດຂອງການຮ່ວມມືພາຍໃນອາຊຽນ. ງານວາງສະແດງທີ່ມີຫົວຂໍ້ “ຄໍາຄືນ AILeague,” ແມ່ນການກ້າວເຂົ້າສູ່ຍຸກໃໝ່ຂອງອະນາຄົດ. ຊຶ່ງມີສາມຫົວຂໍ້ຕົ້ນຕໍຄື “ປະສົບການການໃຊ້ຊີວິດດ້ວຍ...

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ປະເທດປາຣາກວາຍ, ສະຫະພາບ ເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມຣິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ...

ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ.

ສໍານັກຂ່າວຊ່ອງ3 ຂອງໄທລາຍງານວ່າ: ຈາກກໍລະນີເຄນກໍ່ສ້າງໂຄງການລົດໄຟຄວາມໄວສູງ ຕົກທັບລົດໄຟດ່ວນພິເສດ ຂະບວນທີ 21 ເສັ້ນທາງ ກຸງເທບ ອະພິວັດ - ອຸບົນລາຊະທານີ ເຊິ່ງເຫດເກີດຢູ່ເຂດພື້ນທີ່ ອໍາເພີສີຄິ້ວ, ຈັງຫວັດນະຄອນລາຊະສີມາ ໃນຊ່ວງເຊົ້າຂອງວັນທີ 14 ມັງກອນ 2026 ທີ່ຜ່ານມາ. ທ່ານ ອະນຸພົງ ສຸກສົມນິດ ຜູ້ວ່າລາຊະການນະຄອນລາຊະສີມາ ພ້ອມດ້ວຍ ທ່ານ...

ເວລາ 09:15 ນາທີ ວັນທີ 15 ມັງກອນ 2026 ເກີດເຫດເຄນຕົກຢູ່ເທີງຖະໜົນພະລາມ2 ກຸງເທບ ທັບລົດ ເສຍຊີວິດ 2 ຄົນ.

ສຳນັກຂ່າວໄທລັດ ຂອງໄທລາຍງານວ່າ: ເວລາ 09:15 ນາທີ ວັນທີ 15 ມັງກອນ 2026 ເກີດເຫດເຄນຕົກຢູ່ເທີງຖະໜົນພະລາມ2 ກຸງເທບ ລາຍງານເບື້ອງຕົ້ນມີລົດ 2 ຄັນຖືກທັບ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ.

ຂ່າວລ່າສຸດ