- Advertisement -spot_img

AUTHOR NAME

Pele

244 POSTS
0 COMMENTS

ຄະນະປະຈໍາກໍາມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ເດີນທາງເຖິງນະຄອນຫຼວງວຽງຈັນ

ສະຫາຍ ຫວາງ ຮູໝິງ ຄະນະປະຈໍາກໍາມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສປ ຈີນ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນ ໃນຕອນບ່າຍ ວັນທີ 1 ທັນວາ 2025 ໂດຍມີ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ...

ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ໄດ້ຈັດງານຕະຫຼາດນັດແຮງງານ ປະຈໍາປີ 2025 ຂຶ້ນໃນລະຫວ່າງວັນທີ 28-29 ພະຈິກຜ່ານມາທີ່ໂຮງແຮມທ່າແຂກໃໝ່ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າບໍລິສັດນ້ຳເທີນ2, ມີບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດໂຄສະນາຮັບສະຫມັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມຕ້ອງການແຮງງານຫຼາຍກວ່າ...

ເຈົ້າແຂວງຄຳມ່ວນ ຕິດຕາມໂຄງການປັບປຸງ, ກໍ່ສ້າງເສັ້ນທາງ ແລະ ກັນເຈື່ອນ

ວັນທີ 28 ພະຈິກ 2025ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມບັນດາໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງພາຍໃນເມືອງ ທ່າແຂກ ໂດຍໄດ້ ຕິດຕາມຄວາມຄືບໜ້າໂຄງການຂະຫຍາຍເສັ້ນທາງເບຕົງ ແຕ່ວົງວຽນຫຼັກ 2 ຫາ ສາງນໍ້າມັນຫຼັກ 4, ມີຄວາມຍາວ 1.3 ກິໂລແມັດ, ຄວາມກວ້າງຂະຫຍາຍເບື້ອງລະ...

ຄໍາມ່ວນ ຂີ່ລົດຖີບສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ວັນທີ 30 ພະຈິກນີ້, ແຂວງຄໍາມ່ວນ ໄດ້ຈັດກິດຈະກຳ ຂີ່ລົດຖີບ ເພື່ອສະເຫຼີມສະຫຼອງ ວັນສໍາຄັນຂອງພັກ ຂອງຊາດ ເປັນຕົ້ນ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ...

ພາບບາງສ່ວນໃນການຊ້ອມບິນໂດຣນ (Drones)

ພາບບາງສ່ວນໃນການຊ້ອມບິນໂດຣນ (Drones) ປະສານສົມທົບທຸກພາກສ່ວນ ເພື່ອກຽມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ທີ່ຈະໄດ້ຈັດຂຶ້ນໃນຄໍ່າຄືນ ທີ 2 ທັນວາ ນີ້ຢູ່ສະເດີ່ນພຣະທາດຫຼວງວຽງຈັນ.

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ...

ສປສສ ປະດັບຫຼຽນກາລະນຶກ 50 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ ( 2 ທັນວາ 1975- 2ທັນວາ 2025) ຂຶ້ນໃນວັນທີ 28 ພະຈິກ 2025,ທີ່ ສປສສ,ໃຫ້ກຽດປະດັບຫຼຽນ ໂດຍທ່ານ ນາງ ວຽງທອງ ສີພັນດອນ...

ເອກອ້າງທະນົງໃຈຕໍ່ໄຊຊະນະ ແລະ ຜົນງານ 50 ປີ ສປປ ລາວ

ວັນຊາດທີ 2 ທັນວາ 1975 ເປັນວັນທີ່ປະຊາຊົນລາວ ເອກອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່, ເປັນວັນປະຫວັດສາດອັນຍິ່ງໃຫຍ່ຂອງປວງຊົນລາວທັງຊາດ ຊຶ່ງກ່ອນໜ້ານີ້ 50 ປີ ສປປ ລາວ ໄດ້ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດແບບເກົ່າ ແລະ ແບບໃໝ່ ໃນຕອນນັ້ນປະເທດລາວ ບໍ່ມີຊື່ສຽງ, ບໍ່ມີກຽດສັກສີ, ບໍ່ມີບົດບາດໃນເວທີສາກົນ ແລະ ພາກພື້ນ....

ເມືອງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອະນຸຊົນທັນວາ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອະນຸຊົນທັນວາ ໃນວັນທີ 27 ພະຈິກ 2025 ທີ່ໂຮງຮຽນ ປະຖົມໄຊຍະບູລີ ໂດຍມີ ສະຫາຍ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍ ຫ້ອງການຂອງເມືອງ, ຄູອາຈານ...

ສຳມະນາ ກ່ຽວກັບໄຟປ່າ ຂອງປະເທດລຸ່ມແມ່ນໍ້າຂອງ ຄັ້ງທີ 3

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກົມປ່າໄມ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການຮ່ວມມືປ່າໄມ້ ອາຊີ-ສ ເກົາຫລີ (AFoCO) ຈັດສຳມະນາ ກ່ຽວກັບ ໄຟປ່າ ຂອງປະເທດລຸ່ມແມ່ນໍ້າຂອງ ພາຍໃຕ້ຫົວຂໍໍ້ “ການຝຶກອົບຮົມເພື່ອສ້າງໃຫ້ເປັນຄູຝຶກ ກ່ຽວກັບການຄຸ້ມຄອງໄຟປ່າ ແລະ ການດັບມອດໄຟປ່າ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້” ໃນວັນທີ 25...

Latest news

- Advertisement -spot_img