- Advertisement -spot_img

AUTHOR NAME

Pele

244 POSTS
0 COMMENTS

ສານປະຊາຊົນ ຄໍາມ່ວນ-ກວາງຈິ ສືບຕໍ່ການຮ່ວມມືສອງຝ່າຍ

ການພົບປະແລກປ່ຽນບົດຮຽນລະຫວ່າງ ສານປະຊາຊົນ ແຂວງຄຳມ່ວນ ສປປ ລາວ ແລະ ສານປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນທີ່ແຂວງຄໍາມ່ວນ ໃນວັນທີ 8 ທັນວານີ້, ໂດຍມີທ່ານ ໜູການ ສຸວັນນະລາດ ຮອງປະທານສານປະຊາຊົນແຂວງຄໍາມ່ວນ, ທ່ານ ຫວໍ ບາ ລິວ ຮອງປະທານສານປະຊາຊົນ ແຂວງກວາງຈິ,...

10 ເດືອນ ນັກທ່ອງທ່ຽວເຂົ້າມາລາວ 3.7 ລ້ານເທື່ອຄົນ

ນັບແຕ່ເດືອນ ມັງກອນ ຫາເດືອນ ຕຸລາ 2025 ໄດ້ມີນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 3.7 ລ້ານຄົນເຂົ້າມາຢ້ຽມຢາມ ສປປ ລາວ ເຊິ່ງເປັນການເພີ່ມຂຶ້ນ 13% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ອີງຕາມໂຕເລກຈາກກົມພັດທະນາການທ່ອງທ່ຽວ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ. ປະເທດທີ່ປະກອບສ່ວນຫຼັກຕໍ່ການເພີ່ມຂຶ້ນນີ້ແມ່ນ ໄທ, ຫວຽດນາມ ແລະ ຈີນ. ສະຖິຕິທີ່ລວບລວມໂດຍກົມດັ່ງກ່າວສະແດງໃຫ້ເຫັນວ່າມີພົນລະເມືອງໄທ 1,236,626 ຄົນເຂົ້າມາຢ້ຽມຢາມ...

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ...

ໄພນ້ຳຖ້ວມ-ພູເຈື່ອນ ຢູ່ອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 908 ຄົນ

ວິທະຍຸ-ໂທລະພາບ ສູນກາງຈີນ, ອີງ​ຕາມ​​ຂໍ້​ມູນຫລ້າ​ສຸດ​ ຈາກອົງ​ການ​ຕ້ານໄພ​ພິ​ບັດ ​ອິນ​ໂດ​ເນ​ເຊຍ ​ສະ​ແດງ​ໃຫ້​ເຫັ​ນ​ວ່າ: ຜູ້​ເສຍ​ຊີ​ວິດ​​ໃນ​ໄພ​ນ້ຳ​ຖ້​ວມ ແລະ ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ຢູ່​ເກາະ​ສຸ​ມາ​ຕ​ຣາ​ ຂອງ​ອິນ​ໂດ​ເນ​ເຊຍ ​ມີ​ເຖິງ 908 ຄົນ, ປັດ​ຈຸ​ບັນ ຍັງ​ມີ 410 ຄົນ​ ຫາຍ​ສາບ​ສູນ. ຫວ່າງ​ມໍ່ໆ​ມາ​ນີ້, ຢູ່ແຂວງ​ນາງ​ໂກ​ຣ ອາ​ເຊ, ແຂວງ​ສຸ​ມາ​ຕ​ຣາ​ເໜືອ ແລະ ແຂວງ​ສຸ​ມາ​ຕ​ຣາ​ຕາ​ເວັນ​ຕົກ​ທີ່​ເກາະ​ສຸ​ມາ​ຕ​ຣາ​ຂອງ​ອິນ​ໂດ​ເນ​ເຊຍ...

ພົບສົບ ເພດຊາຍໄຫລນໍ້າຂອງ ຄ້າງຢູ່ທ່ານໍ້າ

ພົບສົບ ເພດຊາຍໄຫລນໍ້າຂອງ ຄ້າງຢູ່ທ່ານໍ້າເຂດບ້ານສີບຸນເຮືອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໜ່ວຍກູ້ໄພ 1623 ຈຸດດົງໂດກ ລາຍງານວ່າ: ວັນທີ 8 ທັນວາ 2025 ເວລາ13:20 ພົບສົບຄົນເສຍຊີວິດໄຫລນ້ຳຂອງ ຢູ່ເຂດບ້ານສີບຸນເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຜູ້ເສຍຊີວິດເປັນເພດຊາຍ ຍັງບໍ່ຮູ້ຂໍ້ມູນເບື້ອງຕົ້ນຂອງຜູ້ເສຍຊີວິດ. ທີ່ມາ: ຫນ່ວຍກູ້ໄພ1623ຈຸດດົງໂດກ

ໃຫຍ່ຕຳໃຫຍ່! #ເຫດລົດພ່ວງນໍ້າມັນ+ລົດ10ລໍ້ ເສຍຊີວິດ 1

ເກີດເຫດລົດພ່ວງນໍ້າມັນ+ລົດ10ລໍ້ ທີ່ບ້ານ ໂພນສັນ ເມືອງໂພນທອງ, ແຂວງຈໍາປາສັກ ໃນເວລາ 19:00 ວັນທີ 6/12/2025 ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ, ເພດຊາຍ ອາຍຸ 39ປີ ສັນຊາດໄທ (ເສຍຊີວິດຄາທີ່), ຫຼັງຈາກນັ້ນ ໄດ້ສົ່ງສົບໄປໂຮງເຢັນໂຮງໝໍແຂວງຈຳປາສັກ. ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດດ້ວຍ, ໜ່ວຍກູ້ໄພ1623 ຈຳປາສັກ ຂ່າວ:ໂທລະໂຄ່ງ

ຈີນ ອັບເດດແອັບພລິເຄຊັນ ທີ່ສາມາດສະແກນຫາ “ລູກໜີ້” ທີ່ຢູ່ໃກ້ຕົວໃນລັດສະໝີ 500 ແມັດ

ສື່ມວນຊົນທ້ອງຖິ່ນຂອງປະເທດຈີນໄດ້ລາຍງານວ່າ: ສານປະຊາຊົນສູງສຸດປະຈຳແຂວງເຫີເປີຍ (Hebei) ໄດ້ນຳເອົາໂປຣແກຣມນ້ອຍ (Mini Program) ໃໝ່ທີ່ໃຊ້ງານຜ່ານແອັບພລິເຄຊັນ WeChat ອອກມາເຜີຍແຜ່, ເຊິ່ງສາມາດໃຫ້ຜູ້ໃຊ້ງານທົ່ວໄປສາມາດ ສະແກນຫາລູກໜີ້ທີ່ຫຼີກລ້ຽງການຊຳລະໜີ້ຕາມຄໍາສັ່ງສານ ພາຍໃນລັດສະໝີ 500 ແມັດ ທີ່ຢູ່ອ້ອມຂ້າງໄດ້. ໂປຣແກຣມດັ່ງກ່າວມີຊື່ວ່າ “ແຜນທີ່ຂອງລູກໜີ້ທີ່ຜິດນັດຊຳລະ” (Map of Deadbeat Debtors). ເປົ້າໝາຍຫຼັກແມ່ນເພື່ອສ້າງແຮງກົດດັນ ແລະ ຄວາມລະອາຍໃຈຕໍ່ກຸ່ມບຸກຄົນທີ່ເອີ້ນວ່າ “Lao...

ອຸທາຫອນ! ຖ່ານໂມງຄາດັງ ເດັກນ້ອຍອາຍຸ 5 ປີ ໂຊກດີໝໍຊ່ວຍເອົາໄດ້ທັນ

ວັນທີ 7 ທັນວາ 2025 ທ່ານ ກິ່ງແກ້ວ ອິນທະວົງ ໝໍປະຈຳຫ້ອງການສາທາລະນະສຸກ-ໂຮງໝໍເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໂພສເລົ່າເຫດການວ່າ: ແມ່ຂອງເດັກເພດຍິງ ອາຍຸ 5 ປີ ຢູ່ບ້ານນາເຄືອ ເມືອງປາກກະດິງ ໄດ້ພາລູກມາກວດຍ້ອນລູກສາວມີອາການນ້ຳມູກຍ້ອຍເບື້ອງໜຶ່ງ ແລະ ມີກິ່ນ ແມ່ເດັກແຈ້ງວ່າເປັນແບບນີ້ມາໄດ້ 6 ມື້ແລ້ວ. ຜົນການກວດກາພົບເຫັນຖ່ານໂມງຄາຢູ່ໂກບດັງ ແລະ ຕິດແໜ້ນ...

ເທດສະການອາຫານມາເລເຊຍ 2025

ສະຖານທູດມາເລເຊຍ ປະຈໍາ ສປປ ລາວ ໄດ້ຈັດງານ ເທດສະການອາຫານມາເລເຊຍ 2025 ຂຶ້ນໃນວັນທີ 4 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ- ມາເລເຊຍ. ໂດຍການເຂົ້າຮ່ວມ ທ່ານ ວິໄລວົງ ບຸດດາຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,...

ສຶກສາຄວາມເປັນໄປໄດ້ ໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ​ ຢູ່ເມືອງປາກຊ່ອງ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫລວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານພະຫວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ​ ລະຫວ່າງ​ ອົງການ​ປົກຄອງແຂວງ ກັບ ບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນປາກຊ່ອງ...

Latest news

- Advertisement -spot_img