- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ເກີດເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍເກືອບ 1,000 ຫລັງ ທີ່ ປະເທດຟິລິບປິນ

ວັນທີ 3 ກຸມພາ 2026 ເວລາປະມານ 22:00 ໂມງ ເກີດເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍເກືອບ 1,000 ຫລັງ ຢູ່ເຂດ ບາຮັງໄກລາມິອອນ ເມືອງບອງເກົາ ປະເທດຟິລິບປິນ. ການຄວບຄຸມເພີງເປັນໄປດ້ວຍຄວາມຫຍຸ້ງຍາກ ໄຟໄດ້ໄໝ້ລຸກລາມຢ່າງໄວວາ ເຈົ້າໜ້າທີ່ໃຊ້ເວລາປະມານ 4 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄດ້. ຜູ້ປະສົບໄພຖືກອົບພະຍົບໄປພັກອາໄສຢູ່ ສູນອອກກຳລັງກາຍ MSU Amilbahar ແລະ ສູນອົບພະຍົບປະຈຳແຂວງ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ

ຂປລ. ໂດຍຕອບສະໜອງ ຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ...

ສຳເລັດການເຊື່ອມຕໍ່ ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ

ຂປລ. ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ(ກວ) ລາວ-ຈີນ ທາງເບື້ອງ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ ໃນວັນທີ 5 ກຸມພາ 2026, ຊຶ່ງເປັນຂີດໝາຍເຖິງໂຄງການວິສະວະກຳສຳຄັນທີ່ໄດ້ລວມເຂົ້າໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ຮັບຄວາມຄືບໜ້າຊຶ່ງຕັດສິນຊີ້ຂາດ ແລະ ວາງພື້ນຖານທີ່ໜັກແໜ້ນສຳລັບການເລີ່ມການຜະລິດ ຢ່າງເຕັມ ທີ່ໃນເດືອນເມສາ...

ປກສ ແຂວງຊຽງຂວາງ ທຳລາຍສວນຝິ່ນ 4000 ກວ່າຕາແມັດ ຢູ່ພູແຄ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 30 ມັງກອນ 2026 ຫ້ອງການກວດກາ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫລວດ ສົມທົບກັບ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ແລະ ກຳລັງ ປກຊ-ປກສ ເມືອງຄູນແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງທຳລາຍຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ພູແຄ ເມືອງຄູນ ແຂວງຊຽງຂວາງ. ສວນຝິ່ນທີ່ປະຊາຊົນລັກລອບປູກມີ...

ລາຍງານສະພາບອາກາດປະຈໍາວັນທີ 05 ກຸມພາ 2026

ຄວາມກົດດັນສູງຂອງອາກາດເຢັນໄດ້ອ່ອນກໍາລັງລົງ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກໍາລັງອ່ອນ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກ ຫຸ້ມຢູ່ທ້ອງຖິ່ນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບຸນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ,...

ແຈ້ງໂຈະການມອດໄຟ ສະບັບເລກທີ 047/ຝຄລກ.ນວ1, ລົງວັນທີ29/01/2026 ເນື່ອງຈາກວ່າມີແຂກການນຳຂັ້ນສູງເດີນທາງຈາກຕ່າງປະເທດມາຢ້ຽມຢາມ ສປປ ລາວ ໃນວັນທີ 06/02/2026

ຂໍອະນຸຍາດແຈ້ງໂຈະ ແຈ້ງການມອດໄຟ ສະບັບເລກທີ 047/ຝຄລກ.ນວ1, ລົງວັນທີ29/01/2026 ເນື່ອງຈາກວ່າມີແຂກການນຳຂັ້ນສູງເດີນທາງຈາກຕ່າງປະເທດມາຢ້ຽມຢາມ ສປປ ລາວ ດັ່ງນັ້ນຈິ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຂໍອະໄພນຳດ້ວຍ

ຂ່າວຕ່າງປະເທດລາຍງານເກີດເຫດຫນ້າສະຫລົດໃຈທີ່ທະເລອີຈຽນ ເຮືອຜູ້ອົບພະຍົບຕຳກັບເຮືອລາດຕະເວນຂອງກຣີຊ ເສຍຊີວິດ 15 ຄົນ

ເກີດເຫດທີ່ທະເລອີຈຽນເຮືອຜູ້ອົບພະຍົບຕຳກັບເຮືອລາດຕະເວນຂອງໜ່ວຍຍາມຝັ່ງກຣີຊ ນອກຊາຍຝັ່ງເກາະຄິອອສ ໃກ້ປະເທດຕຸລະກີ ເມື່ອຄືນວັນທີ 3 ກຸມພາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ລ່າສຸດຕົວເລກຜູ້ເສຍຊີວິດປັບເປັນ 15 ຄົນແລ້ວ (ເພີ່ມຈາກ 14 ຄົນ) ຫຼັງຈາກແມ່ຍິງທີ່ບາດເຈັບຄົນໜຶ່ງເສຍຊີວິດຢູ່ໂຮງໝໍຜູ້ລອດຊີວິດ 25 ຄົນ ລວມທັງເດັກນ້ອຍປະມານ 11 ຄົນ ຖືກສົ່ງຕົວໄປໂຮງໝໍທີ່ເກາະຄິອອສ. ຂະນະທີ່ໜ່ວຍຍາມຝັ່ງ...

ເກີດເຫດໄຟໄໝ້ ລົດກະບະ ຢູ່ໜ່ວຍ 90 ບ້ານຈອມມະນີ ເມືອງໄຊເສດຖາ

ຕອນບ່າຍວັນທີ 4 ກຸມພາ 2026 ເກີດເຫດໄຟໄໝ້ໄໝ້ລົດກະບະ ຢູ່ເຂດໜ່ວຍ 90 ບ້ານຈອນມະນີ (ຄຸ້ມກາງ)ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ລົດເສຍຫາຍໝົດຄັນ ບໍ່ມີຜູ້ໄດ້ຮັບບາດເຈັບ. ສ່ວນສາເຫດຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່.

ພິທີມອບ-ຮັບ ໂຄງການບໍາບັດນໍ້າ (ນໍ້າປະປາ ແລະ ນໍ້າເປື້ອນ) ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 4 ກຸມພາ 2026

ຂປລ. ພິທີມອບ-ຮັບ ໂຄງການບໍາບັດນໍ້າ (ນໍ້າປະປາ ແລະ ນໍ້າເປື້ອນ) ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 4 ກຸມພາ 2026 ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຕາງໜ້າກ່າວມອບໂດຍທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ...

ລາຍງານສະພາບອາກາດປະຈໍາວັນທີ 04 ກຸມພາ 2026

ມວນອາກາດໜາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມທັງມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ຢູ່ແຂວງພາກເໜືອ, ແຂວງໄຊສົມບຸນ ແລະ ເຂດພູພຽງບໍລະເວນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

Latest news

- Advertisement -spot_img