- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ເຈົ້າໜ້າທີ່ກວດກາການຄ້າ ແຂວງເຊກອງລົງກວດກາສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ນໍາໂດຍ ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຮ່ວມກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ ເຄື່ອນໄຫວກວດກາສິນຄ້າໝົດອາຍຸ ແລະ ສິນຄ້າເສື່ອມຄຸນນະພາບ...

ສະພາບອາກາດປະຈໍາວັນທີ 01 ທັນວາ ປີ 2025

ຄວາມກົດດັນສູງຂອງອາກາດໜາວເຢັນຍັງຈະສືບຕໍ່ປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ,ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູູ່ທົົ່ວໄປ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນອອກ (ຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູູ່ບາງທ້ອງຖິຶ່ນ ອຸນຫະພູມໃນລະຫວ່າງ...

ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໂອກາດວັນຊາດ ຄົບຮອບ 50 ປີ

ຂປລ. ໃນວັນທີ 1 ທັນວາ 2025 ນີ້, ການນຳພັກ, ລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ...

ເປີດງານວາງສະແດງຮູບພາບຜົນງານການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ

ພິທີເປີດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຈັດຂຶ້ນວັນທີ 28 ພະຈິກ 2025 ທີ່ຫໍພິພິທະພັນໄກ ສອນ ພົມວິຫານ ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຮອງປະທານປະເທດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ຮອງລັດຖະ ມົນຕີ...

ສະພາບອາກາດປະຈໍາວັນທີ 28 ພະຈິກ ປີ 2025

ມວນອາກາດໜາວເຢັນທີ່ປະເທດຈີນຍັງສືບຕໍ່ມີກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງພັດປົກຄຸມ, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖີ່ນແຂວງພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ , ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນດັ່ງກ່າວ...

ພາບຫນ້າປະທັບໃຈ ແລະ ຫນ້າຊົມເຊີຍເຈົ້າຫນ້າທີ່ດັບເພີງເຂົ້າຊ່ວຍເຫຼືອສັດຈຳນວນຫຼາຍຈາກອາຄານໄຟໄໝ້ຄັ້ງໃຫຍ່ທີ່ຮ່ອງກົງ

ເລື່ອງທີ່ຖືກເວົ້າເຖິງຫຼາຍຈົນກາຍເປັນໄວຣັລ ເຫດການທີ່ເຈົ້າໜ້າທີ່ດັບເພີງຊ່ວຍຊີວິດສັດລ້ຽງຂອງລູກບ້ານຜູ້ໃຊ້ໂຊເຊຍລລາຍໜຶ່ງໂພສຂອບໃຈນັກດັບເພີງທີ່ຊ່ວຍ ແມວ 9 ໂຕ ແລະ ໝາ 1 ໂຕ ຈາກອາຄານກຳລັງໄຟໄໝ້ພາບນັກດັບເພີງທີ່ນັ່ງພັກ ເມື່ອຍລ້າ ເຫື່ອຫົດໂຕ ແຕ່ຍັງອຸ້ມກຮົງສັດ ກາຍເປັນໄວຣັລ ຊາວເນັດຕ່າງຊົມເຊີຍ ແລະ ຍ້ອງຍໍວ່າ "ຂອບໃຈທີ່ເຫັນຄ່າທຸກຊີວິດ"(ທຸກທ່ານແມ່ນຮີໂຣ່ແທ້ໆ). ຫຼາຍຄົນບອກວ່າ ນ້ອງແມວ ນ້ອງໝາລວມກັນຫນັກບໍ່ຕ່ຳກວ່າ 50 ກລ. ຍິ່ງເຮັດໃຫ້ຕ້ອງຊົມເຊີຍນັກດັບເພີງຫຼາຍຂຶ້ນຄລິບເຜີຍໃຫ້ເຫັນແມວຈຳນວນຫຼາຍໂຕທີ່ຖືກອົບພະຍົບມາຢູ່ລວມໃນກົງດຽວຢ່າງປອດໄພຊາວເນັດຊົມເຊີຍວ່າ ເຖິງແມ່ນຊ່ວງວິກິດ...

ປະລິມານນໍ້າຖ້ວມຫຼຸດລົງ ທີ່ອຳເພີຫາດໃຫຍ່ ຈັງຫວັດສົງຂາ ປະເທດໄທ ວັນທີ 27/11/2025 ເວລາປະມານ 14:15 ນາທີ ເປັນກຳລັງໃຈໃຫ້ຜູ້ປະສົບໄພນ້ຳຖ້ວມທຸກທ່ານ

ປະລິມານນໍ້າຖ້ວມຫຼຸດລົງ ທີ່ອຳເພີຫາດໃຫຍ່ ຈັງຫວັດສົງຂາ ປະເທດໄທ ວັນທີ 27/11/2025 ເວລາປະມານ 14:15 ນາທີ ເຫັນວ່າລົດໃຫຍ່, ລົດຈັກ ແລະ ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ເຕັມໄປດ້ວຍເສດຂີ້ຕົມທີ່ຫຼົງເຫຼືອໄວ້ຢູ່ ເຊິ່ງເຂດໃດທີ່ບໍ່ມີນໍ້າຖ້ວມແລ້ວ ປະຊາຊົນກໍທະຍອຍກັນເຂົ້າໄປຍັງພື້ນທີ່ເຮືອນຂອງຕົນເອງ ເພື່ອສຳຫຼວດຄວາມເສຍຫາຍ ແລະ ກຽມອະນາໄມ. ຂໍເປັນກຳລັງໃຈໃຫ້ຜູ້ປະສົບໄພນ້ຳຖ້ວມທຸກທ່ານ.

ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ໃນຕອນບ່າຍຂອງວັນທີ 27 ພະຈິກ 2025, ທີ່ ຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ...

ມອບ-ຮັບໂຄງການກໍ່ສ້າງຄອງເໝືອງຊົນລະປະທານບ້ານສົມສະອາດ1ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າ 86,700 ໂດລາສະຫະລັດ

ໃນວັນທີ 26 ພະຈິກຜ່ານມານີ້, ໄດ້ຈັດພິທີມອບ--ຮັບໂຄງການກໍ່ສ້າງຄອງເໝືອງຊົນລະປະທານສົມສະອາດ1 ເມືອງໄຊບູລີ ແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມຂອງທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ, ມີພະແນກການກ່ຽວຂ້ອງຂອງແຂວງ, ເມືອງ...

ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 24-27ພະຈິກ2025ເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ,...

Latest news

- Advertisement -spot_img