- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ລະວັງ! ເສັ້ນທາງສີໄຄ-ທົ່ງປົ່ງ ທໍ່ນ້ຳປະປາແຕກມີລົດຈັກເກີດອຸປະຕິເຫດແລ້ວຕອນກາງຄືນ

ວັນທີ 9 ທັນວາ 2025 ປະຊາຊົນສ່ອງແສງວ່າ: ມີທໍ່ນໍ້າປະປາແຕກ ຢູ່ເສັ້ນທາງສີໄຄ-ທົ່ງປົ່ງ ເຂດບ້ານໂພສີໜ້າຮ້ານອາເມຊອນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ທໍ່ນໍ້າໄດ້ແຕກຊືມມາໄດ້ 1 ອາທິດກວ່າແລ້ວ ໂດຍມີສາຍເຕືອນໄພອ້ອມກັນໄວ້ ແລະ ຈຸດດັ່ງກ່າວເຄີຍເກີດອຸປະຕິເຫດມາແລ້ວຫລາຍຄັ້ງ ໂດຍສະເພາະແມ່ນຜູ້ຂັບຂີ່ລົດຈັກໃນຕອນກາງຄືນ. ຝາກເຖິງພາກສ່ວນກ່ຽວຂ້ອງລົງກວດກາແລະແກ້ໄຂໂດຍດ່ວນດ້ວຍ, ເພື່ອຮັກສານ້ຳ ແລະ ເພື່ອຫລີກລ່ຽງການເກີດອຸປະຕິເຫດຊ້ຳອີກ.

ລາຍງານສະພາບອາກາດປະຈໍາວັນທີ 9 ທັນວາ ປີ 2025

ມວນອາກາດໜາວເຢັນໄດ້ເພີ່ມກໍາລັງແຮງຂຶ້ນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ບາງທ້ອງຖິ່ນ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ...

ສປປ ລາວ ສະເຫລີມສະຫລອງ ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ

ຂປລ. ອົງການກວດກາແຫ່ງລັດ ຮ່ວມກັບ ອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ໄດ້ຈັດພິທີສະເຫລີມສະຫລອງວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025 ໃນວັນທີ 8 ທັນວາ 2025, ພາຍໃຕ້ຄໍາຂວັນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫລວງ ເພື່ອສ້າງອະນາຄົດອັນສົດໃສ” ໂດຍມີ ທ່ານ...

ລາຄາຄຳໂລກຄົງຕົວຢູ່ລະດັບ 4,200 ໂດລາ ຂະນະທີ່ລາຄາເງິນພຸ່ງຂຶ້ນເຂົ້າໃກ້ຈຸດສູງສຸດປະຫວັດສາດໃໝ່

ບລູມເບີກ (Bloomberg) ລາຍງານວ່າ ລາຄາໂລຫະເງິນເຄື່ອນໄຫວເຂົ້າໃກ້ລະດັບສູງສຸດຕະຫຼອດການ ໂດຍໄດ້ຮັບແຮງຫນູນຈາກສັບປະດາທີ່ມີຍອດເງິນໄຫຼເຂົ້າກອງທຶນລວມດັດຊະນີ ETF ທີ່ມີເງິນໜູນຫຼັງແຂງແຮງທີ່ສຸດນັບຕັ້ງແຕ່ເດືອນກໍລະກົດ ຂະນະທີ່ລາຄາຄຳຄົງຕົວຢູ່ທີ່ລະດັບ 4,200 ໂດລາຕໍ່ອອນສ໌ ໂລຫະມີຄ່າສີຂາວຕົວນີ້ເພີ່ມຂຶ້ນສູ່ລະດັບ 58.50 ໂດລາຕໍ່ອອນສ໌ ຫ່າງຈາກລະດັບສູງສຸດເກົ່າທີ່ເຮັດໄວ້ໃນມື້ກ່ອນໜ້າບໍ່ເຖິງ 1 ໂດລາ ຍອດການຖືຄອງລວມໃນກອງທຶນ ETF ທີ່ມີໂລຫະເງິນໜູນຫຼັງເພີ່ມຂຶ້ນເກືອບ 590 ຕັນໃນສັບປະດາທີ່ແລ້ວ ສະທ້ອນມຸມມອງວ່າບັນດານັກລົງທຶນຍັງເຊື່ອວ່າລາຄາເງິນມີໂອກາດໄປຕໍ່ ແຮງພຸ່ງຂຶ້ນຮອບຫຼ້າສຸດຂອງລາຄາເງິນຍັງໄດ້ຮັບແຮງເສີມຈາກຄວາມຄາດຫວັງທີ່ເພີ່ມຂຶ້ນວ່າ ເຟດຈະຫຼຸດດອກເບ້ຍໃນສັບປະດານີ້ ເຊິ່ງເປັນປັດໃຈບວກຕໍ່ໂລຫະມີຄ່າທີ່ບໍ່ມີດອກຜົນ ນອກຈາກນີ້...

ສະມາຄົມນ້ຳດື່ມ ນະຄອນຫລວງວຽງຈັນ ແຈ້ງການປັບຂຶ້ນລາຄານ້ຳດື່ມຕຸກໃຫຍ່ 30% ເລີ່ມປະຕິບັດ 20 ທັນວາ 2025

ວັນທີ 5 ທັນວາ 2025 ສະມາຄົມນໍ້າດື່ມ ນະຄອນຫລວງວຽງຈັນ ອອກແຈ້ງການ ປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫ່ຍ ຂະຫນາດ 18 ລິດ ຈາກລາຄາເດີມປັບເປັນລາຄາໃໝ່ ຕຸກລະ 13,000 ກີບ, ໃນຂອບເຂດເທດສະບານນະຄອນຫລວງວຽງຈັນ (9 ຕົວເມືອງ) ຢ່າງພ້ອມພຽງ ແລະ ເປັນເອກະພາບກັນ. ທັງນີ້, ກໍເພື່ອເປັນ ການປະຄອງທຸລະກິດໂຮງງານນໍ້າດື່ມ...

ລາວ ສົ່ງນັກກິລາເຂົ້າຮ່ວມງານກິລາຊີເກມ ທີ່ປະເທດໄທ 39 ປະເພດ ຕັ້ງເປົ້າໝາຍ 5 ຫຼຽນຄຳ

ພິທີຖະແຫຼງຂ່າວການກະກຽມຄວາມພ້ອມ ແລະ ໂອ້ລົມທັບນັກກິລາລາວ ກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ, ມີຮອງປະທານ...

ສະພາບອາກາດທີ່ຮຸນແຮງສຸດຂົ້ວ ເລັ່ງໃຫ້ໄມໂຄຣພລາສຕິກເພີ່ມຂຶ້ນຢ່າງຮຸນແຮງ

ສະພາບອາກາດສຸດຂົ້ວ ເຮັດໃຫ້ເປັນປັດໄຈຂອງການເກີດໄມໂຄຣພລາສຕິກຮຸນເເຮງຂຶ້ນ ຄວາມຮ້ອນເຮັດໃຫ້ພລາສຕິກລະລາຍ ນ້ຳຖ້ວມນຳພາເອົາຂີ້ເຫຍື້ອໄປໄກ ໄມໂຄຣພລາສຕິກ ເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນຢູ່ແລ້ວ, ແຕ່ຂະນະທີ່ໂລກກຳລັງຮ້ອນຂຶ້ນ ສົ່ງຜົນໃຫ້ສະພາບອາກາດຮ້າຍເເຮງຂຶ້ນເລື້ອຍໆ ກຳລັງເຮັດໃຫ້ພລາສຕິກກາຍເປັນມົນລະພິດທີ່ເຄື່ອນຍ້າຍໄດ້, ທົນທານ ແລະ ອັນຕະລາຍຫຼາຍຂຶ້ນ ຕາມຜົນການສຶກສາໃໝ່. ວົງຈອນຂອງການເພີ່ມຂຶ້ນ ພລາສຕິກຫຼາຍກວ່າ 98% ຜະລິດຈາກເຊື້ອໄຟຟອດຊິ້ວ ແລະ ມົນລະພິດຈາກສະພາບອາກາດຖືກປ່ອຍອອກມາໃນທຸກຂັ້ນຕອນຂອງວົງຈອນຊີວິດ ຕັ້ງແຕ່ການຜະລິດໄປຈົນເຖິງການກຳຈັດ ເຊິ່ງເຮັດໃຫ້ເກີດການປ່ຽນແປງດິນຟ້າອາກາດ. ແຕ່ໃນຂະນະດຽວກັນ ການປ່ຽນແປງດິນຟ້າອາກາດກໍເຮັດໃຫ້ເກີດຄື້ນຄວາມຮ້ອນທີ່ຮຸນແຮງ ແລະ ບໍ່ຄ່ອຍຂຶ້ນ, ເກີດໄຟປ່າ...

ກັກຕົວ ຊາຍສັນຊາດໄຕ້ຫວັນ ພ້ອມຂອງກາງເຮໂລອິນ 8 ກິໂລກຣາມ ຢູ່ສະໜາມບິນວັດໄຕ

ກະຊວງການເງິນ ລາຍງານວ່າ: ວັນທີ 6 ທັນວາ 2025 ເວລາ 19:30 ນາທີ, ເຈົ້າໜ້າທີ່ພະແນກ ສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ໄດ້ສົມທົບ ກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າ-ອອກ ເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ ໄດ້ພ້ອມກັນທຳການກວດກາ ກະເປົາເດີນທາງ ຂອງຊາຍສັນຊາດຈີນໄຕ້ຫວັນ 1...

ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ໃນວັນທີ6ທັນວາຜ່ານມາ ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຊຶ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຄອບຄົວການນຳ, ນັກທຸລະກິດ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມ. ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ຮັບການຂວຍຂວາຍປະກອບສ່ວນ ຈາກຄອບຄົວການນຳແຂວງ ແລະ ນັກທຸລະກິດພາຍໃນແຂວງ. ເຄື່ອງທີ່ນຳມາມອບຄັ້ງນີ້, ປະກອບມີ:...

ສະຫລຸບວຽກງານ ຂະແໜງການແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2025

ກອງປະຊຸມຂະແໜງການ ລບຕ ປະຈຳປີ 2025 ກະຊວງການຕ່າງປະເທດ ໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ແລະ ປະທານຄະນະກໍາມະການແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ໄດ້ຈັດກອງປະຊຸມປະຈຳປີວັນທີ 5 ທັນວາ 2025 ທີ່ນະຄອນຫລວງວຽງຈັນ ຮ່ວມກັບເອກອັກຄະລັດຖະທູດສະຫະລັດ, ຜູ້ຕາງໜ້າອົງການສປຊ ແລະ ຄູ່ຮ່ວມພັດທະນາຕ່າງໆ. ຜົນງານ 11 ເດືອນປີ 2025 ກວດກູ້ໄດ້...

Latest news

- Advertisement -spot_img