- Advertisement -spot_img

AUTHOR NAME

Jenjila

225 POSTS
0 COMMENTS

ປະລິມານນໍ້າຖ້ວມຫຼຸດລົງ ທີ່ອຳເພີຫາດໃຫຍ່ ຈັງຫວັດສົງຂາ ປະເທດໄທ ວັນທີ 27/11/2025 ເວລາປະມານ 14:15 ນາທີ ເປັນກຳລັງໃຈໃຫ້ຜູ້ປະສົບໄພນ້ຳຖ້ວມທຸກທ່ານ

ປະລິມານນໍ້າຖ້ວມຫຼຸດລົງ ທີ່ອຳເພີຫາດໃຫຍ່ ຈັງຫວັດສົງຂາ ປະເທດໄທ ວັນທີ 27/11/2025 ເວລາປະມານ 14:15 ນາທີ ເຫັນວ່າລົດໃຫຍ່, ລົດຈັກ ແລະ ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ເຕັມໄປດ້ວຍເສດຂີ້ຕົມທີ່ຫຼົງເຫຼືອໄວ້ຢູ່ ເຊິ່ງເຂດໃດທີ່ບໍ່ມີນໍ້າຖ້ວມແລ້ວ ປະຊາຊົນກໍທະຍອຍກັນເຂົ້າໄປຍັງພື້ນທີ່ເຮືອນຂອງຕົນເອງ ເພື່ອສຳຫຼວດຄວາມເສຍຫາຍ ແລະ ກຽມອະນາໄມ. ຂໍເປັນກຳລັງໃຈໃຫ້ຜູ້ປະສົບໄພນ້ຳຖ້ວມທຸກທ່ານ.

ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ໃນຕອນບ່າຍຂອງວັນທີ 27 ພະຈິກ 2025, ທີ່ ຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ...

ມອບ-ຮັບໂຄງການກໍ່ສ້າງຄອງເໝືອງຊົນລະປະທານບ້ານສົມສະອາດ1ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າ 86,700 ໂດລາສະຫະລັດ

ໃນວັນທີ 26 ພະຈິກຜ່ານມານີ້, ໄດ້ຈັດພິທີມອບ--ຮັບໂຄງການກໍ່ສ້າງຄອງເໝືອງຊົນລະປະທານສົມສະອາດ1 ເມືອງໄຊບູລີ ແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມຂອງທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ, ມີພະແນກການກ່ຽວຂ້ອງຂອງແຂວງ, ເມືອງ...

ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 24-27ພະຈິກ2025ເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ,...

ກ້ອນກຳລັງ ປກສ 926 ສະຫາຍ ກຽມເດີນສວນສະໜາມພິທີສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ

ກ້ອນເດີນສວນສະໜາມກຳລັງກະຊວງ ປກສ ປະກອບສ່ວນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ມີທັງໝົດ 6 ກ້ອນກໍາລັງ ຄື:ກ້ອນທຸງຊາດ-ທຸງພັກ,ກ້ອນ ທຸງໄຊ ປກສ, ກ້ອນກຳລັງຕຳຫຼວດ, ກ້ອນກຳລັງປ້ອງກັນເຄື່ອນທີ່, ກ້ອນກຳລັງປ້ອງກັນສູນກາງ ແລະ ກ້ອນກໍາລັງຕໍາຫຼວດຈະລາຈອນຍິງ ລວມກຳລັງພົນ ທັງໝົດ 926 ສະ ຫາຍ ຍິງ 145...

ເກີດເຫດປືນລັ່ນໃສ່ຕົວເອງ (ເສຍຊີວິດ) ຢູ່ບ້ານ ໂພນສະຫວັນເຫນືອ ເມືອງແປກ ແຂວງຊຽງຊວາງ

ຈາກການລາຍງານຂອງໜ່ວຍກູ້ໄພ 1623 ຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 24/11/2025 ເວລາ 8 ໂມງ 30 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດວ່າ: ມີເຫດປືນລັ່ນໃສຕົວເອງ (ເສຍຊິວິດ) ຈຸດເກີດເຫດແມ່ນ ບ້ານ ໂພນສະຫວັນເໜືອ ເມືອງ ແປກ ແຂວງຊຽງຂວາງ. ໜ່ວຍງານກູ້ໄພ ອອກກວດສອບເຫດພົບເຫັນ (ຜູ້ເສຍຊິວິດໃນສະຖານທີ່ເກີດເຫດ 1...

ເລີ່ມລົງມືກໍ່ສ້າງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2 ປາກຊັນຫາຊາຍແດນລາວ-ຫວຽດນາມ

ພາຍຫຼັງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍໄດ້ເຊັນສັນຍາກາງເດືອນຕຸລາ ແລະ ມາຮອດທ້າຍເດືອນຕຸລາ 2025 ບໍລິສັດ ຜູ້ພັດທະນາກໍຄືກຸ່ມບໍລິສັດ ນໍ້າທາກໍ່ສ້າງ-ຂົວ-ທາງ ຈຳກັດຜູ້ດຽວ ໄດ້ສົ່ງທີມງານພ້ອມດ້ວຍເຄື່ອງກົນຈັກເຂົ້າປະຈຳຢູ່ພາກສະໜາມແລ້ວໃນຊ່ວງທີ 2 ມີໄລຍະທາງຍາວທັງໝົດ 203,8 ກິໂລແມັດ ຈາກເມືອງປາກຊັນຫາຊາຍແດນລາວ-ຫວຽດນາມ ເຂດເມືອງໄຊຈຳພອນ ແຂວງບໍລິຄຳໄຊ. ທ່ານ ຫຼຽນທອງ ວົງຫາຈັກ ຮອງຫົວໜ້າໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ ຊ່ວງ 1 ແລະ ຊ່ວງ 2...

ເເຂວງຄໍາມ່ວນເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ

ໃນວັນທີ 25 ພະຈິກຜ່ານມານີ້, ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານແຫ່ງສະຫະປະຊາຊາດ ຮ່ວມກັບ ກະຊວງແຮງງານ - ສະຫວັດດີການສັງຄົມ ແລະ ພະແນກແຮງງານ - ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພຂຶ້ນ ຢູ່ທີ່ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ນາງ ວັນນີ...

ລຸງຄໍາພັນ ວໍລະແສງ ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3 ການລົງທຶນແບບມີສ່ວນຮ່ວມ ສາມາດສ້າງລາຍຮັບໃຫ້ຄອບຄົວ 1 ຕື້ 146 ລ້ານກີບ/ປີ.

ຂປລ. ປັດຈຸບັນໄດ້ມີຫລາຍໆຄອບຄົວທີ່ມີຄວາມສົນໃຈ ແລະ ຫັນສູ່ການຜະລິດກະສິກຳ ປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫລຸດຜ່ອນການຊື້ຈາກພາຍນອກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງລຸງ ຄໍາພັນ ວໍລະແສງ, ປັດຈຸບັນ ໃນໄວ 54 ປີ, ອາຊີບຊາວສວນ, ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື, ເພິ່ນເປັນຄອບຄົວຕົວແບບໃນການປູກອ້ອຍ ຕາມກົນໄກ 2+3...

ແຈ້ງການປັບລົງລາຄານ້ຳມັນເລີ່ມແຕ່ວັນທີ 27/11/2025 ເວລາ 6 ໂມງເຊົ້າ ເປັນຕົ້ນໄປດັ່ງລຸ່ມນີ້:

ແຈ້ງການ ປັບລົງລາຄານ້ຳມັນເລີ່ມແຕ່ວັນທີ 27/11/2025 ເວລາ 6 ໂມງເຊົ້າ ເປັນຕົ້ນໄປ. ແອັດຊັງພິເສດ -710 ກີບ ແອັດຊັງທໍາມະດາ -580 ກີບ ກາຊວນ -440 ກີບ ຕາມເເຈ້ງການດັ່ງລຸ່ມນີ້:

Latest news

- Advertisement -spot_img