- Advertisement -spot_img

AUTHOR NAME

Jenjila

225 POSTS
0 COMMENTS

ສະພາບອາກາດທີ່ຮຸນແຮງສຸດຂົ້ວ ເລັ່ງໃຫ້ໄມໂຄຣພລາສຕິກເພີ່ມຂຶ້ນຢ່າງຮຸນແຮງ

ສະພາບອາກາດສຸດຂົ້ວ ເຮັດໃຫ້ເປັນປັດໄຈຂອງການເກີດໄມໂຄຣພລາສຕິກຮຸນເເຮງຂຶ້ນ ຄວາມຮ້ອນເຮັດໃຫ້ພລາສຕິກລະລາຍ ນ້ຳຖ້ວມນຳພາເອົາຂີ້ເຫຍື້ອໄປໄກ ໄມໂຄຣພລາສຕິກ ເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນຢູ່ແລ້ວ, ແຕ່ຂະນະທີ່ໂລກກຳລັງຮ້ອນຂຶ້ນ ສົ່ງຜົນໃຫ້ສະພາບອາກາດຮ້າຍເເຮງຂຶ້ນເລື້ອຍໆ ກຳລັງເຮັດໃຫ້ພລາສຕິກກາຍເປັນມົນລະພິດທີ່ເຄື່ອນຍ້າຍໄດ້, ທົນທານ ແລະ ອັນຕະລາຍຫຼາຍຂຶ້ນ ຕາມຜົນການສຶກສາໃໝ່. ວົງຈອນຂອງການເພີ່ມຂຶ້ນ ພລາສຕິກຫຼາຍກວ່າ 98% ຜະລິດຈາກເຊື້ອໄຟຟອດຊິ້ວ ແລະ ມົນລະພິດຈາກສະພາບອາກາດຖືກປ່ອຍອອກມາໃນທຸກຂັ້ນຕອນຂອງວົງຈອນຊີວິດ ຕັ້ງແຕ່ການຜະລິດໄປຈົນເຖິງການກຳຈັດ ເຊິ່ງເຮັດໃຫ້ເກີດການປ່ຽນແປງດິນຟ້າອາກາດ. ແຕ່ໃນຂະນະດຽວກັນ ການປ່ຽນແປງດິນຟ້າອາກາດກໍເຮັດໃຫ້ເກີດຄື້ນຄວາມຮ້ອນທີ່ຮຸນແຮງ ແລະ ບໍ່ຄ່ອຍຂຶ້ນ, ເກີດໄຟປ່າ...

ກັກຕົວ ຊາຍສັນຊາດໄຕ້ຫວັນ ພ້ອມຂອງກາງເຮໂລອິນ 8 ກິໂລກຣາມ ຢູ່ສະໜາມບິນວັດໄຕ

ກະຊວງການເງິນ ລາຍງານວ່າ: ວັນທີ 6 ທັນວາ 2025 ເວລາ 19:30 ນາທີ, ເຈົ້າໜ້າທີ່ພະແນກ ສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ໄດ້ສົມທົບ ກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າ-ອອກ ເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ ໄດ້ພ້ອມກັນທຳການກວດກາ ກະເປົາເດີນທາງ ຂອງຊາຍສັນຊາດຈີນໄຕ້ຫວັນ 1...

ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ໃນວັນທີ6ທັນວາຜ່ານມາ ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຊຶ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຄອບຄົວການນຳ, ນັກທຸລະກິດ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມ. ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ຮັບການຂວຍຂວາຍປະກອບສ່ວນ ຈາກຄອບຄົວການນຳແຂວງ ແລະ ນັກທຸລະກິດພາຍໃນແຂວງ. ເຄື່ອງທີ່ນຳມາມອບຄັ້ງນີ້, ປະກອບມີ:...

ສະຫລຸບວຽກງານ ຂະແໜງການແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2025

ກອງປະຊຸມຂະແໜງການ ລບຕ ປະຈຳປີ 2025 ກະຊວງການຕ່າງປະເທດ ໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ແລະ ປະທານຄະນະກໍາມະການແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ໄດ້ຈັດກອງປະຊຸມປະຈຳປີວັນທີ 5 ທັນວາ 2025 ທີ່ນະຄອນຫລວງວຽງຈັນ ຮ່ວມກັບເອກອັກຄະລັດຖະທູດສະຫະລັດ, ຜູ້ຕາງໜ້າອົງການສປຊ ແລະ ຄູ່ຮ່ວມພັດທະນາຕ່າງໆ. ຜົນງານ 11 ເດືອນປີ 2025 ກວດກູ້ໄດ້...

ລາຍງານສະພາບອາກາດປະຈໍາວັນທີ 8 ທັນວາ ປີ 2025

ມວນອາກາດອາກາດໜາວເຢັນ ໄດ້ເພີ່ມກໍາລັງແຮງຂຶ້ນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ບາງທ້ອງຖິ່ນ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ,...

ຫາລືພັດທະນາຖານຂໍ້ມູນພາສາລາວ ທີ່ມີຄຸນນະພາບເພື່ອສົ່ງເສີມ ປັນຍາປະດິດລາວ

ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ສະຖາບັນຄົ້ນຄວ້າການນໍາໃຊ້ ເຕັກໂນໂລຊີອັດສະລິຍະ ແລະ ສະຖານທູດອົດສະຕຣາລີ ປະຈໍາລາວ ຈັດກອງປະຊຸມວິຊາການ ໃນຫົວຂໍ້: ການພັດທະນາຖານຂໍ້ມູນພາສາລາວ ທີ່ມີຄຸນນະພາບເພື່ອສົ່ງເສີມ ປັນຍາປະດິດລາວ ໃນລະຫວ່າງວັນທີ 4-5 ທັນວາ 2025 ເພື່ອເຊື້ອເຊີນເອົາ ນັກພາສາສາດລາວ, ນັກປະພັນ, ນັກຂ່າວສື່ມວນຊົນ ແລະ...

ເເຈ້ງການແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ປະຈຳວັນທີ 04 ທັນວາ 2025 ເວລາ 7 ໂມງເຊົ້າ ຫາ ວັນທີ 05 ທັນວາ 2025 ເວລາ 7 ໂມງເຊົ້າ, ເຫດການແຜ່ນດິນໄຫວເກີດຂຶ້ນ. ລວມທັງໝົດ 2 ຄັ້ງ ເຊິ່ງເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ພາຍໃນ...

ໂຈນລັກມ້າງໝໍ້ແບ່ງ ຢູ່ໂຮງງານຫລັກ18 ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື

ຄືນວັນທີ 3 ທັນວາ 2025 ເກີດເຫດໂຈນມາລັກມ້າງໝໍ້ແບ່ງເອົາສາຍທອງ ຢູ່ໂຮງງານຫລັກ18 ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື. ປັດຈຸບັນ, ເຈົ້າຂອງໂຮງງານໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ແລ້ວ ເພື່ອຕິດຕາມຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ. ພາບ: Muay Guo Svk

ລາຍງານສະພາບອາກາດປະຈໍາວັນທີ 05 ທັນວາ ປີ 2025

ຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກໍາລັງແຮງປານກາງຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນ ຫາ ໜາວເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າຢູ່ແຕ່ລະພາກ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງໜາວເຢັນຫລາຍພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 08–25 ອົງສາ. ພາກເໜືອດ້ານຕາເວັນຕົກ (ຫລວງນ້ຳທາ, ບໍ່ແກ້ວ,...

ພິທີຕ້ອນຮັບຄະນະຮັບຜິດຊອບ ແລະ ກ້ອນກຳລັງສວນສະໜາມ ກັບຄືນສູ່ ຮວຜທ

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດພິທີຕ້ອນຮັບຄະນະຮັບຜິດຊອບ ແລະ ກ້ອນກຳລັງສວນສະໜາມ ກັບຄືນສູ່ກົມກອງຢ່າງສົມກຽດ ໃນວັນທີ 3 ທັນວາ 2025 ໂດຍມີສະຫາຍ ພັນເອກ ສະແຫວງ ແດນາມມົນ ຫົວໜ້າການເມືອງໂຮງຮຽນ, ພ້ອມດ້ວຍ ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ຕະຫລອດຮອດພະນັກງານນັກຮົບ,...

Latest news

- Advertisement -spot_img