23 C
Vientiane
ວັນທີ 10 December, 2025

ເປີດບັນທຶກໃໝ່ ຕມ.ສະຫະລັດລະງັບ ແລະ ກວດສອບໃໝ່ທຸກກໍລະນີເຂົ້າເມືອງ ຈາກ 19 ປະເທດທີ່ມີຄວາມສ່ຽງສູງ.

Must read

ສຳນັກງານກວດຄົນເຂົ້າເມືອງແລະສັນຊາດສະຫະລັດ (USCIS) ພາຍໃຕ້ກະຊວງຄວາມມັ້ນຄົງແຫ່ງມາຕຸພູມ ຢຸດດຳເນີນການທຸກຄຳຂໍທີ່ກ່ຽວຂ້ອງກັບລະບົບການເຂົ້າເມືອງ (immigration benefits) ສຳລັບຜູ້ມາຈາກ 19 ປະເທດທີ່ມີຄວາມສ່ຽງສູງ

ໃນວັນທີ 2 ທັນວາ 2025 ເວລາທ້ອງຖິ່ນ USCIS ໄດ້ອອກບັນທຶກນະໂຍບາຍໃໝ່ທີ່ມີຜົນບັງຄັບໃຊ້ທັນທີ ໂດຍມີສາລະສຳຄັນດັ່ງນີ້:

1. ລະງັບການພິຈາລະນາຄຳຂໍລີ້ໄພ Form I-589 ທັງໝົດ
ບໍ່ວ່າຜູ້ຍື່ນຈະມາຈາກປະເທດໃດ ທຸກກໍລະນີຈະຖືກ “ພັກໄວ້” ເພື່ອເຂົ້າສູ່ກະບວນການກວດທານໃໝ່ຢ່າງລະອຽດ.

2. ລະງັບການພິຈາລະນາຄຳຂໍທຸກປະເພດ ສຳລັບຜູ້ມາຈາກ 19 ປະເທດທີ່ມີຄວາມສ່ຽງສູງ
ເຊັ່ນ ການຂໍກຣີນກາດ, ປ່ຽນສະຖານະ, ຕໍ່ສະຖານະ, ໃບອະນຸຍາດເຮັດວຽກ (work permit) ໂດຍທຸກຢ່າງຈະຖືກ “ຢຸດຊົ່ວຄາວ”.

3. ທົບທວນໃໝ່ແມ່ນແຕ່ກໍລະນີທີ່ໄດ້ຮັບອະນຸມັດແລ້ວ
ສຳລັບຜູ້ມາຈາກ 19 ປະເທດທີ່ເຂົ້າສະຫະລັດຫຼັງວັນທີ 20 ມັງກອນ 2021 ແລະ ເຄີຍໄດ້ຮັບອະນຸມັດ ຫຼື ຜ່ານຂັ້ນຕອນບາງສ່ວນແລ້ວ ຈະຖືກເອີ້ນກັບມາກວດທົບທວນແບບຄົບຖ້ວນ ແລະ ອາດຖືກເອີ້ນສຳພາດໃໝ່.

ຜູ້ສະໝັກທຸກຄົນຕ້ອງຜ່ານການກວດທົບທວນຄວາມມັ້ນຄົງ ແລະ ຄວາມປອດໄພໃໝ່ທັງໝົດ ໂດຍຈະທົບທວນ ແລະ ປະເມີນຂໍ້ເທັດຈິງເປັນລາຍກໍລະນີ (case-by-case) ຊຶ່ງລວມມີ:

  • ການປະເມີນຄວາມສ່ຽງດ້ານຄວາມມັ້ນຄົງແຫ່ງຊາດ
  • ການປະເມີນຄວາມປອດໄພຕໍ່ສາທາລະນະ
  • ອື່ນໆ ລວມທັງການເອີ້ນສຳພາດໃໝ່ ຫາກ USCIS ເຫັນວ່າຈຳເປັນ

ບົດບາດຂອງນະໂຍບາຍ
ມາດຕະການນີ້ເກີດຂຶ້ນພຽງບໍ່ຈັກມື້ຫຼັງເຫດການທີ່ນາຍ Rahmanullah Lakanwal ຊາວອັຟກັນ ທີ່ເຂົ້າສະຫະລັດຜ່ານໂຄງການ Operation Allies Welcome ສະໄໝໄບເດນ ແລະ ໄດ້ຮັບສະຖານະຜູ້ລີ້ໄພໃນຕົ້ນປີນີ້ (2025) ກໍ່ເຫດຍິງສັງຫານທະຫານ National Guard ໃກ້ທຳນຽບຂາວ.

ຢ່າງໃດກໍຕາມ ນາຍ Rahmanullah ປະຕິເສດທຸກຂໍ້ກ່າວຫາ.

ປະເທດທີ່ນ່າກັງວົນ (19 ປະເທດ) ຕາມປະກາດປະທານາທິບໍດີເດືອນມິຖຸນາ 2025:

  1. ອັຟການິສຖານ (Afghanistan)
  2. ມຽນມາ (Myanmar)
  3. ບຸຣຸນດີ (Burundi)
  4. ຊາດ (Chad)
  5. ຄິວບາ (Cuba)
  6. ສາທາລະນະລັດຄອງໂກ (Democratic Republic of the Congo)
  7. ອິເຄວທໍຣຽວກິນີ (Equatorial Guinea)
  8. ເອຣິເທຣຍ (Eritrea)
  9. ເຮຕິ (Haiti)
  10. ອິຣ່ານ (Iran)
  11. ລາວ (Lao)
  12. ລິເບຍ (Libya)
  13. ເຊຍຣາລີໂອນ (Sierra Leone)
  14. ໂຊມາເຣຍ (Somalia)
  15. ຊູດານ (Sudan)
  16. ໂຕໂກ (Togo)
  17. ເຕີກເມນິສຖານ (Turkmenistan)
  18. ເວເນຊູເອລາ (Venezuela)
  19. ເຢເມນ (Yemen)
- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article