26 C
Vientiane
ວັນທີ 11 December, 2025

ທ່ານ ລັດຖະມົນຕີ ຍທຂ ຕ້ອນຮັບຄະນະຜູ້ແທນກະຊວງກໍ່ສ້າງ ສສ ຫວຽດນາມ

Must read

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສປປ ລາວຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບຂອງທ່ານ ເຈິນ ຮົງ ມິງ ລັດຖະມົນຕີກະຊວງກໍ່ສ້າງ ສສ ຫວຽດນາມໃນວັນທີ 2 ທັນວານີ້ ທີ່ກະຊວງ ຍທຂ, ມີບັນດາຫົວໜ້າກົມ ແລະ ພະນັກງານສອງຝ່າຍເຂົ້າຮ່ວມ.

ການພົບປະຄັ້ງນີ້ເນື່ອງໃນໂອກາດທ່ານ ເຈິນ ຮົງ ມິງ ລັດຖະມົນຕີກະຊວງກໍ່ສ້າງ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມງານສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ ພ້ອມທັງເຂົ້າຮ່ວມພົບປະເພື່ອປຶກສາຫາລືກັບທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ເຊິ່ງເນື້ອໃນການພົບປະທັງສອງຝ່າຍໄດ້ຊຸກຍູ້ 3 ໂຄງການໃຫຍ່ທີ່ສອງພັກ-ສອງລັດຖະບານ ກໍຄືສອງກະຊວງໄດ້ມີຄວາມຄາດຫວັງສູງ ໂດຍສະເພາະການເຊື່ອມຈອດກັນລະຫວ່າງທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງລົດໄຟລາວ-ຫວຽດນາມ ແລະ ທ່າເຮືອຫວຸ້ງອ່າງ.

ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະເໜີສອງຝ່າຍຄົ້ນຄວ້າປັບປຸງບົດບັນທຶກການຮ່ວມມືສະເພາະສອງກະຊວງຄືດັ່ງຜ່ານມາ ແລະ ສະເໜີຝ່າຍກະຊວງກໍ່ສ້າງ ສສ ຫວຽດນາມ ສະໜັບສະໜູນໃຫ້ອົງການຊາວໜຸ່ມຂອງສອງກະຊວງໄດ້ມີບົດບັນທຶກຮ່ວມມືກັນຄືກັບສະຫະພັນກໍາມະບານທັງສອງຝ່າຍ ແລະ ການພົບປະຄັ້ງນີ້ມີຄວາມໝາຍຄວາມສໍາຄັນຕໍ່ສອງພັກ, ສອງລັດ ກໍຄືສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືຂອງທັງສອງກະຊວງໃນຕໍ່ໜ້າໃຫ້ນັບມື້ເກີດດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ຂ່າວ-ພາບ: ບຸນອູ້ມ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article