ເນື່ອງຈາກອຸທົກພິບັດແລະດິນຖະລົມຄັ້ງໃຫຍ່ໃນເກາະສຸມາຕຣາ ປະເທດອິນໂດນີເຊຍ ສະຖານະການທວີຄວາມຮຸນແຮງຢ່າງຕໍ່ເນື່ອງ. ລ່າສຸດ ສຳນັກງານບັນເທົາພິບັດອິນໂດນີເຊຍລາຍງານວ່າ ຈຳນວນຜູ້ເສຍຊີວິດເພີ່ມເຖິງ 631 ຄົນ ໃນຂະນະທີ່ປະຊາຊົນກວ່າ 1 ລ້ານຄົນ ຕ້ອງອົບພະຍົບອອກຈາກພື້ນທີ່ສ່ຽງອັນຕະລາຍ.
ຕະຫຼອດອາທິດນີ້ ຫຼາຍປະເທດໃນອາຊີປະສົບຝົນມະສຸມໜັກແລະພາຍຸໂຊນຮ້ອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມກວ່າ 1,160 ຄົນ ໃນອິນໂດນີເຊຍ, ສີລັງກາ ແລະພາກໃຕ້ຂອງໄທ. ໂຄງສ້າງພື້ນຖານຫຼາຍສ່ວນໄດ້ຮັບຄວາມເສຍຫາຍ ແລະເມືອງຫຼາຍແຫ່ງຖືກນ້ຳຖ້ວມຈົມມິດ.
ສະເພາະໃນອິນໂດນີເຊຍ ມີປະຊາຊົນໄດ້ຮັບຜົນກະທົບຫຼາຍເຖິງ 3.2 ລ້ານຄົນ, ບາດເຈັບ 2,600 ຄົນ ແລະຍັງສູນຫາຍອີກ 472 ຄົນ. ທີມກູ້ໄພຍັງຄົງເຮັດວຽກພາຍໃຕ້ຂໍ້ຈຳກັດຈາກຖະໜົນທີ່ຖືກຕັດຂາດ ແລະສະພານທີ່ພັງທະລາຍ ໂດຍຫຼາຍພື້ນທີ່ທາງຕອນເໜືອຂອງສຸມາຕຣາຍັງບໍ່ສາມາດເຂົ້າເຖິງໄດ້ທາງຖະໜົນ.



