23 C
Vientiane
ວັນທີ 11 December, 2025

ເຈົ້າໜ້າທີ່ກວດກາການຄ້າ ແຂວງເຊກອງລົງກວດກາສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ

Must read

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ນໍາໂດຍ ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຮ່ວມກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ ເຄື່ອນໄຫວກວດກາສິນຄ້າໝົດອາຍຸ ແລະ ສິນຄ້າເສື່ອມຄຸນນະພາບ ໃນວັນທີ 1 ທັນວາ 2025 ຢູ່ຕະຫລາດສົດ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍ ພາຍໃນເມືອງລະມາມ.

ທ່ານ ນາງ ວິລະຄອນ ບັນທະເວີ ໃຫ້ຮູ້ວ່າ: ການລົງກວດກາຄັ້ງນີ້, ແມ່ນເປັນການສ້າງຂະບວນການ ໃນໂອກາດສະເຫລີມສະຫລອງ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຕິດພັນກັບບຸນຊ່ວງເຮືອ ແຂວງເຊກອງ ປະຈໍາປີ 2025 ທັງນີ້ ກໍເພື່ອແນໃສ່ປົກປ້ອງຜູ້ບໍລິໂພກ ໃຫ້ໄດ້ນໍາໃຊ້ສິນຄ້າດີມີຄຸນນະພາບ, ຖືກຫລັກອະນາໄມ ແລະ ດີຕໍ່ສຸຂະພາບ. ພ້ອມນີ້, ຍັງເປັນການປ້ອງກັນ ການຈໍາໜ່າຍສິນຄ້າຜິດກົດໝາຍ, ສ້າງວິໄນຄວາມຮັບຜິດຊອບ ໃຫ້ແກ່ຜູ້ປະກອບການ ແລະ ຊູກຍູ້ໃຫ້ຮ້ານຄ້າ-ຜູ້ປະກອບການປະຕິບັດມາດຕະຖານ ທາງການຄ້າຢ່າງເຂັ້ມງວດ ອັນສໍາຄັນແມ່ນເປັນການສ້າງຄວາມໝັ້ນໃຈ ໃຫ້ປະຊາຊົນຜູ້ບໍລິໂພກ.

ທ່ານ ນາງ ວິລະຄອນ ບັນທະເວີ ກ່າວຕື່ມວ່າ: ຖ້າບັນດາທ່ານໃດ ຫລື ຜູ້ບໍລິໂພກ ຫາກພົບເຫັນບຸກຄົນ, ນິຕິບຸກຄົນ ຫລື ບໍລິສັດຫ້າງຮ້ານຕ່າງໆພາຍໃນເທສະບານ ເມືອງລະມາມ ກໍຄືແຂວງເຊກອງ ຈໍາໜ່າຍ, ຊື້-ຂາຍສິນຄ້າໝົດອາຍຸ-ສິນຄ້າເສື່ອມຄຸນນະພາບ, ສິນຄ້າລອກຮຽນແບບ ແລະ ສິນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ ສາມາດແຈ້ງເຈົ້າໜ້າທີ່ກວດກາການຄ້າໄດ້ ທີ່ເບີໂທສາຍດ່ວນ 1150.

ຂ່າວ: ສັນຍາ; ພາບ: ພະແນກ ອຄ ແຂວງ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article