ສື່ທ້ອງຖິ່ນຂອງອິຕາລີລາຍງານວ່າ ມາດຕະການຈຳກັດການໃຊ້ນ້ຳມັນເຊື້ອໄຟອາກາດຍານໄດ້ເລີ່ມມີຜົນບັງຄັບໃຊ້ທີ່ສະໜາມບິນໂບໂລຍຍ່າ, ສະໜາມບິນມິລານ ລິນາເຕ, ສະໜາມບິນເຕຣວິໂຊ ແລະ ສະໜາມບິນເວນີສແລ້ວ ຫຼັງຈາກປະເຊີນກັບວິກິດພະລັງງານ.
ລາຍງານລະບຸວ່າ ບໍລິສັດ Air BP ສາຂາອິຕາລີ ຊຶ່ງເປັນໜຶ່ງໃນຜູ້ສະໜອງນ້ຳມັນອາກາດຍານລາຍໃຫຍ່ຂອງໂລກ ໄດ້ອອກໜັງສືແຈ້ງເຕືອນໄປຍັງສາຍການບິນ (NOTAM) ເພື່ອແຈ້ງວ່າຈະມີການຈັດສັນນ້ຳມັນເຊື້ອໄຟແບບຈຳກັດໄປຈົນເຖິງວັນທີ 9 ເມສາ ໂດຍຈະໃຫ້ຄວາມສຳຄັນໃນການເຕີມນ້ຳມັນໃຫ້ແກ່ ເທີ່ຍວບິນພະຍາບານທາງອາກາດ, ເທີ່ຍວບິນຂອງລັດ ແລະ ເທີ່ຍວບິນທີ່ໃຊ້ໄລຍະເວລາບິນຫຼາຍກວ່າ 3 ຊົ່ວໂມງເປັນລຳດັບກ່ອນ ໂດຍເລີ່ມມີຜົນທີ່ສະໜາມບິນໂບໂລຍຍ່າ, ສະໜາມບິນມິລານ ລິນາເຕ, ສະໜາມບິນເຕຣວິໂຊ ແລະ ສະໜາມບິນເວນີສ.
ມາດຕະການດັ່ງກ່າວມີຂຶ້ນ ຫຼັງຈາກອີຣ່ານປິດກັ້ນການສັນຈອນຂອງເຮືອບັນທຸກນ້ຳມັນສ່ວນໃຫຍ່ຜ່ານຊ່ອງແຄບຮໍໂມຊ ຊຶ່ງເປັນຈຸດຄໍຂວດສຳຄັນທີ່ມີການຂົນສົ່ງນ້ຳມັນ ແລະ ອາຍແກ໊ສປະມານ 20% ຂອງໂລກ. ການດຳເນີນການດັ່ງກ່າວມີແນວໂນ້ມທີ່ຈະສ້າງຄວາມກົດດັນຕໍ່ຕະຫຼາດພະລັງງານເປັນເວລາຫຼາຍເດືອນ.
ດ້ານ ນາຍ Dan Jørgensen ກຳມາທິການພະລັງງານຂອງສະຫະພາບເອີຣົບ ໄດ້ເຕືອນໃນອາທິດນີ້ວ່າ ການຢຸດຊະງັກຈາກການປິດເສັ້ນທາງດັ່ງກ່າວ ອາດເຮັດໃຫ້ລາຄານ້ຳມັນເຊື້ອໄຟບໍ່ສາມາດກັບຄືນສູ່ສະພາວະປົກກະຕິໄດ້ໃນອະນາຄົດອັນໃກ້ນີ້.
ຂ່າວຈາກ Euroweekly




