36 C
Vientiane
ວັນທີ 6 April, 2026

ກວດພົບໂຮງງານຜະລິດນໍ້າມັນເຊື້ອໄຟ ບໍ່ໄດ້ຄຸນນະພາບ ແລະ ປະລິມານການຜະລິດທີ່ນໍາເຂົ້າດ້ວຍສານມາກເກີ ພ້ອມທັງພົບຄ່າຊັນເຟີສູງ 1.331 PPM ເກີນມາດຕະຖານທີ່ກໍານົດ

Must read

ເມື່ອວັນທີ 4 ເມສາ 2026, ຄະນະຮັບຜິດຊອບຄຸ້ມຄອງຄຸນນະພາບນ້ຳມັນເຊື້ອໄຟ ພ້ອມດ້ວຍຫ້ອງກວດກາຄຸນນະພາບ ແລະ ຄຸ້ມຄອງບໍລິມາດນ້ຳມັນ (ກົມມາດຕະຖານ ແລະ ວັດແທກ) ໄດ້ລົງກວດກາ ໂຮງງານເປົ້າໝາຍແຫ່ງໜຶ່ງຢູ່ເຂດເສັ້ນທາງເລກທີ 13 ໃຕ້ ນະຄອນຫຼວງວຽງຈັນ ທີ່ສົງໄສວ່າເປັນແຫຼ່ງ ຜະລິດນ້ຳມັນບໍ່ໄດ້ມາດຕະຖານ.

ຜ່ານກວດກາຕົວຈິງພົບວ່າ: ໂຮງງານດັ່ງກ່າວໄດ້ມີການຕິດຕັ້ງເຄື່ອງຈັກ ເພື່ອບົດຂີ້ເຫຍື້ອພລາສຕິກ ແລະ ກັ່ນນ້ຳມັນເຄື່ອງເກົ່າ ເພື່ອຜະລິດເປັນນ້ຳມັນເຊື້ອໄຟ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດ, ບໍ່ໄດ້ຜ່ານການກວດກາຢັ້ງຢືນຄຸນນະພາບ ແລະ ບໍ່ໄດ້ເສຍພາສີ-ອາກອນຕາມລະບຽບກົດໝາຍ. ນອກນັ້ນ, ໃນສະຖານທີ່ດັ່ງກ່າວ ຍັງພົບນ້ຳມັນທີ່ຜະລິດສຳເລັດຮູບແລ້ວຈຳນວນຫຼວງຫຼາຍທີ່ກຽມຈະນຳໄປຈຳໜ່າຍ ຕາມປ້ຳນ້ຳມັນທົ່ວໄປ.

ຜ່ານການວິໄຈພົບວ່າ: ນ້ຳມັນດັ່ງກ່າວມີຄ່າຊັນເຟີ (Sulfur Content) ສູງເຖິງ 1.331 ppm ຊຶ່ງເກີນມາດຕະຖານທີ່ກຳນົດໄວ້ຫຼາຍເທົ່າຕົວ. ຖ້າການນຳໃຊ້ນ້ຳມັນທີ່ມີຄ່າຊັນເຟີສູງ ຈະສົ່ງຜົນເສຍໂດຍກົງຕໍ່ເຄື່ອງຈັກ ເຊັ່ນ: ເຮັດໃຫ້ເຄື່ອງຈັກເປື້ອນໄວ, ອາໄຫຼ່ ແລະ ຊິ້ນສ່ວນຕ່າງໆຂອງເຄື່ອງຈັກຊຸດໂຊມ ໄວ, ເກີດມີຄວັນດຳຫຼາຍ ແລະ ອາຍຸການໃຊ້ງານຂອງເຄື່ອງຈັກສັ້ນລົງ.

ຕໍ່ບັນຫາດດັ່ງກ່າວ, ເຈົ້າໜ້າທີ່ໄດ້ຢຶດຂອງກາງ ແລະ ດຳເນີນມາດຕະການຕາມລະບຽບການ. ພ້ອມນັ້ນ ກໍໄດ້ແຈ້ງເຕືອນມາຍັງປະຊາຊົນ ແລະ ຜູ້ຊົມໃຊ້ໃຫ້ມີສະຕິໃນການເລືອກຊື້ນ້ຳມັນ. ຫາກພົບເຫັນ ຄວາມຜິດປົກກະຕິ ຫຼື ສົງໄສແຫຼ່ງຜະລິດທີ່ບໍ່ຖືກຕ້ອງ ສາມາດແຈ້ງໄດ້ທີ່ ສາຍດ່ວນ: 1513.

ທີ່ມາ: ຫ້ອງກວດສອບ ຄຸນນະພາບ ນ້ຳມັນເຊື້ອໄຟ ທົ່ວປະເທດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article