29 C
Vientiane
ວັນທີ 5 April, 2026

ນະຄອນປາກເຊ ກຽມພ້ອມຈັດຫລາຍກິດຈະກຳຕິດພັນກັບທ່ອງທ່ຽວ ໃນບຸນປີໃໝ່ລາວຈັດຂຶ້ນໃນວັນທີ 14​ – 16 ເມສາ 2026 ນີ້

Must read

ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ນະຄອນປາກເຊ ແຂວງຈໍາປາສັກ ຈະຈັດບຸນປີໃໝ່ລາວ ພສ 2569 ຂຶ້ນໃນລະຫວ່າງວັນທີ 14-16 ເມສາ 2026 ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າ ນະຄອນປາກເຊ ແຂວງຈໍາປາສັກ ກໍຄືຂອງປະເທດຊາດ ທັງເປັນການເປີດການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດພາຍໃນນະຄອນ.

ທ່ານ ສຸກວິໄສ ສີສົມຫວັງ ປະທານຄະນະກຳມະການປົກຄອງນະຄອນປາກເຊ ແຂວງຈຳປາສັກ ໄດ້ຖະແຫລງຂ່າວໃນວັນທີ 31 ມີນາ 2026 ນີ້ວ່າ: ສຳລັບກິດຈະກຳຫລັກຂອງງານ ປະກອບມີ: ກິດຈະກຳໂຄສະນາ, ສຶກສາອົບຮົມ ແລະ ປູກຈິດສໍານຶກໃນການອະນຸລັກວັດທະນະທຳ, ຮີດຄອງປະເພນີລາວ; ການອະນຸລັກ ແລະ ສົ່ງເສີມອາຫານທີ່ເປັນເອກະລັກຂອງທ້ອງຖິ່ນ (ອາຫານພື້ນເມືອງ) ແລະ ວັດທະນະທໍາການນຸ່ງຖືຂອງລາວ ໂດຍຕິດພັນກັບເທສະການອາຫານລາວ-ຫວຽດ (ວັນທີ 3-5 ເມສາ 2026 ທີ່ສະໜາມກິລາ ຫລັກ 2); ການສະແດງຄວາມຮູ້ບຸນຄຸນຕໍ່ການນໍາ, ອະດີດການນໍາ ກິດຈະນີ້ລວມມີ: ພິທີຕັກບາດ, ບາສີສູ່ຂວັນ, ອວຍພອນການນໍາ, ອະດີດການນໍາ ແລະ ຮ່ວມພາເຂົ້າສາມັກຄີໃນປີໃໝ່ລາວ; ກິດຈະກຳຂະບວນແຫ່ພະລັດຕະນະໄຕ ຫົດສົງພະພຸດທະຮູບ-ສົມມາຄະລະວະ ບັນພະບູລຸດ, ພໍ່ແມ່ຄູບາອາຈານ ຕິດພັນກັບການແຫ່ຂະບວນກ້ອນກໍາລັງຕ່າງໆ, ຊຶ່ງປີນີ້ ຈະໄດ້ກໍານົດຂະບວນແຫ່ໃນເວລາ 16 ໂມງ. ໃນວັນທີ 14 ເມສາ 20226 ຈະມີຂະບວນແຫ່ຕ່າງໆ ລວມທັງໝົດ 8 ຂະບວນໃຫຍ່

ນຳໂດຍຂະບວນພະພຸດທະຮູບ, ຂະບວນແຫ່ນາງສັງຂານ ຫລື ນາງທັງ 7 ເອກະລັກຂອງບຸນປີໃໝ່ລາວ, ຂະບວນແຫ່ ພາຂວັນໃຫຍ່ ເອກະລັກຂອງນະຄອນປາກເຊ, ຂະບວນແຫ່ຂອງ ກຸ່ມບໍລິສັດ ທ່ອງທ່ຽວ, ຂະບວນແຫ່ຂອງກຸ່ມທະນາຄານ, ສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຂະບວນແຫ່ຂອງມວນຊົນຊາວນະຄອນປາກເຊ ຕາງໜ້າປະຊາຊົນບັນດາເຜົ່າແຕ່ລະບ້ານ, ຂະບວນແຫ່ຂອງນັກຮຽນ-ນັກສຶກສາ ຈາກໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ, ຄາດວ່າມີຈໍານວນພົນເຂົ້າຮ່ວມຂະບວນແຫ່ 2.500 ກວ່າຄົນ. ສໍາລັບກິດຈະກຳສະເຫລີມສະຫລອງບຸນປີໃໝ່ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ແຕ່ວັນທີ 14-16 ເມສາ 2026 ໂດຍໄດ້ກຳນົດຖະໜົນຮົ່ມເຢັນ 3 ເສັ້ນຄື: ເສັ້ນທາງແຄມຂອງ ແຕ່ 3 ແຍກປາກເຊ ເຊັນເຕີປາກ ຫາ 3 ແຍກ ປາກຫ້ວຍເດື່ອ; ເສັ້ນທາງ ເລີ່ມແຕ່ໜ້າຮ້ານສິລິສົມບູນ (ຮ້ານແຄນນອນ) ຫາເສັ້ນທາງສີ່ແຍກ ບ້ານຮ່ອງຂະຍອມ; ເສັ້ນທາງແຕ່ສີ່ແຍກໄຟແດງໂຮງຮຽນ ມສ ໂພນໄຊ ຫາ ສີ່ແຍກໄຟແດງ ບ້ານຮ່ອງຂະຍອມ.

ໂອກາດນີ້, ທ່ານ ສຸກວິໄສ ສີສົມຫວັງ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ-ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນຮ່ວມຈິດຮ່ວມໃຈ ເປັນເຈົ້າການທີ່ດີເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນເຈົ້າການໃນການປະກອບສ່ວນທາງດ້ານເຫື່ອແຮງ ແລະ ວັດຖຸປັດໄຈ ເຂົ້າໃນການຈັດງານຄັ້ງນີ້ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ ພ້ອມທັງເຊີນຊວນປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມແຂວງຈໍາປາສັກ ກໍຄືບຸນດັ່ງກ່າວ ດ້ວຍຄວາມຄວາມປະທັບໃຈ ຫາກໄດ້ມາສຳຜັດກັບວັດທະນະທໍາ-ຮີດຄອງປະເພນີອັນດີງາມ ແລະ ເປັນເອກະລັກ ຂອງຊາວແຂວງຈໍາປາສັກ ກໍຄື ນະຄອນປາກເຊ ທີ່ໄດ້ຈັດຕັ້ງປະຕິບັດກັນມາໃນທຸກໆປີ.

ຂ່າວ-ພາບ: ທູນທອງໃຈ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article