ຂ່າວສານອອນລາຍ ແຂວງອັດຕະປື ລາຍງານວ່າ: ເລີ່ມແຕ່ວັນທີ 16 ກຸມພາ ຫາ ວັນທີ 24 ກຸມພາ 2026, ຄະນະສະເພາະກິດ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ປາບປາມກຸ່ມຜູ້ລັກລອບຂຸດຄົ້ນແຮ່ຄໍາ ແລະ ນໍາໃຊ້ເຄື່ອງມືຫາປາທີ່ຜິດກົດໝາຍ ສາມາດທັບມ້າງເປົ້າໝາຍ ແລະ ຢຶດເຄື່ອງຂອງກາງໄດ້ຫຼາຍລາຍການ ຄື:

– ຢຶດຜ້າພົມປູຮ່ອນແຮ່ຄໍາ 8 ຜືນ ແລະ ເຮັດບົດບັນທຶກສຶກສາອົບຮົມປະຊາຊົນ ບ້ານທ່າລານ ເມືອງໄຊເສດຖາ, ທີ່ລັກລອບຮ່ອນແຮ່ຄໍາ ຕາມລຳນໍ້າເຊກອງ ແບບເຄີ່ງພື້ນເມືອງ, ເຂິງທັນສະໄໝ ໄດ້ 6 ຄອບຄົວ.
– ໄດ້ກັກໂຕຜູ້ລັກລອບນໍາໃຊ້ເຄື່ອງມືຫາປາໃນຮູບແບບດັບສູນ ໃຊ້ໝໍ້ຊັອດ, ໝໍ້ດູດ 7 ຄົນ, ເປັນປະຊາຊົນ ບ້ານຮົມ 2 ຄົນ (ຄຸ້ມເຕວ) ປະຊາຊົນ ບ້ານທ່າຫີນ 1 ຄົນ, ບ້ານສີວິໄລ 2 ຄົນ (ຄຸ້ມດອນຕອມ), ບ້ານເວີນແຄນ 2 ຄົນ (ຄຸ້ມນາໄຊທອງ).
ສາມາດຢຶດເຄື່ອງຫາປາແບບດັບສູນໄດ້ 4 ເຄື່ອງ ໃນນັ້ນ:
– ໝໍ້ຊັອດ 2 ເຄື່ອງ
– ໝໍ້ດູດ 2 ເຄື່ອງ, ໝໍ້ດູດປາທົ່ວໄປຂະໜາດກາງ 1 ເຄື່ອງ
– ຍືດໝໍ້ໄຟ ໄດ້ທັງໝົດ 5 ໜ່ວຍ
– ຢຶດອຸປະກອນສາຍໄຟ້ຟ້າ, ສາຍສະລິງນ້ອຍ
– ຈັກກະໂນ 3 ເຄື່ອງ ຍີ່ຫໍ້ HONDA 5,5 ແຮງ
– ເຮືອ 3 ລຳ.
– ໂຄມໄຟ ແລະ ປືນແກັບ 1 ກະບອກ.
ສໍາລັບຜູ້ທີ່ກະທໍາຜິດ ທີ່ນໍາໃຊ້ເຄື່ອງມືຫາປາ ທີ່ຜິດຕໍ່ລະບຽບກົດໝາຍ

ໄດ້ມີການແກ້ໄຂທາງແພ່ງ ໂດຍປັບໃໝຕາມລະບຽບກົດໝາຍ, ຕາມຄວາມເໝາະສົມກັບສະພາບຕົວຈິງຂອງການກະທໍາຜິດ.
ນອກຈາກນັ້ນ ຍັງໄດ້ເຮັດບົດບັນທຶກສຶກສາອົບຮົມ, ພ້ອມທັງມີມາດຕະການບັງຄັບໃນຕໍ່ໜ້າ ໂດຍໃຫ້ຜູ້ກ່ຽວມີຄໍາປະຕິຍານ, ສ່ວນຂອງກາງປະເພດເຮືອ ແລະ ຈັກກະໂນ ແມ່ນໃຫ້ຜູ້ກ່ຽວໄຖ່ເອົາຄືນຕາມຄວາມເໝາະສົມ, ສໍາລັບໝໍ້ໄຟ ແລະ ເຄື່ອງຊັອດ, ເຄື່ອງດູດ ແມ່ນໄດ້ຢຶດໄວ້ເປັນຂອງກາງ ເພື່ອທໍາລາຍຖິ້ມຕາມລະບຽບກົດໝາຍ.




