29 C
Vientiane
ວັນທີ 5 April, 2026

ໃນຕອນກາງຄືນ ວັນທີ 29 ມີນາ 2026 ເກີດເຫດພາຍຸໝາກເຫັບພັດເຂົ້າຖະຫລົ່ມຫວຽດນາມ ເສຍຫາຍກວ່າ 4,200 ຫລັງຄາເຮືອນ

Must read

ໜັງສືພິມຫວຽດນາມລາຍງານວ່າ: ເກີດເຫດພາຍຸຝົນຟ້າຄະນອງ ແລະ ໝາກເຫັບຕົກຢ່າງຮຸນແຮງ ຖະຫລົ່ມຫລາຍພື້ນທີ່ໃນແຂວງຫລາວກ່າຍ ປະເທດຫວຽດນາມ ໃນຕອນກາງຄືນ ວັນທີ 29 ມີນາ 2026 ສົ່ງຜົນໃຫ້ບ້ານເຮືອນປະຊາຊົນ ເສຍຫາຍກວ່າ 4,200 ຫລັງຄາເຮືອນ ແລະ ເພພັງໝົດຫລັງ 7 ຫລັງ.

ລາຍງານລະບຸວ່າ ພາຍຸທີ່ເກີດຂຶ້ນຢ່າງກະທັນຫັນນີ້ ຍັງເຮັດໃຫ້ຕົ້ນໄມ້ ແລະ ເສົາໄຟຟ້າລົ້ມຫລາຍຈຸດ, ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ. ປັດຈຸບັນ, ທາງການທ້ອງຖິ່ນໄດ້ເລັ່ງລົງພື້ນທີ່ເພື່ອສຳຫລວດຄວາມເສຍຫາຍ ແລະ ໃຫ້ຄວາມຊ່ວຍເຫລືອເບື້ອງຕົ້ນແກ່ຜູ້ປະສົບໄພຢ່າງຮີບດ່ວນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article