27 C
Vientiane
ວັນທີ 5 April, 2026

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຕ້ອນຮັບປະທານທະນາຄານ ພັດທະນາອາຊີ (ADB)

Must read

ຂປລ. ໃນຕອນບ່າຍວັນທີ 26 ມີນາ 2026, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫລີມສະຫລອງ ຄົບຮອບ 60 ປີ ການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ໃນລະຫວ່າງວັນທີ 25-27 ມີນາ 2026.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງທຳອິດຂອງ ທ່ານ ມະຊະໂຕະ ຄັນດະ ພາຍ ຫລັງໄດ້ຮັບການແຕ່ງຕັ້ງເປັນປະທານ ADB ໃນຕົ້ນປີ 2025, ພ້ອມທັງເຂົ້າຮ່ວມງານສະເຫລີມສະຫລອງການເປັນຄູ່ຮ່ວມມື ຄົບຮອບ 60 ປີ ລະຫວ່າງ ສປປ ລາວ ແລະ ADB ຊຶ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ທີ່ດີຢູ່ແລ້ວນັ້ນ ໃຫ້ດີຍິ່ງໆຂຶ້ນຕື່ມອີກ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີຕະຫລອດໄລຍະ 6 ທົດສະວັດຜ່ານມາ ລະຫວ່າງ ສປປ ລາວ ແລະ ADB, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ ADB ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ ຕະຫລອດມາ ຜ່ານຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ໃນຂົງເຂດການເງິນ ຜ່ານການສະໜັບສະໜູນໂຄງການພັດທະນາໃນຂະແໜງ ການສຶກສາ, ສາທາລະນະສຸກ, ກະສິກຳ, ຄົມມະນາຄົມ ແລະ ຂົນສົ່ງ, ພະລັງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແນໃສ່ຫລຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ນັບມື້ດີຂຶ້ນ. ນອກ ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກຄວາມສຳຄັນໃນການສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມືກັບ ADB ໄລຍະປີ 2024-2028 ໂດຍສຸມໃສ່ 3 ເສົາຄໍ້າຄື: ການສົ່ງເສີມການເງິນພາກລັດທີ່ຍືນຍົງ; ຮັບ ປະກັນການເຂົ້າເຖິງການບໍລິການທີ່ມີຄຸນນະພາບຢ່າງເທົ່າທຽມກັນ; ການສົ່ງເສີມການປະຕິບັດຄຳໝັ້ນສັນຍາດ້ານການປ່ຽນແປງດິນຟ້າອາກາດໃຫ້ມີຄວາມກ້າວໜ້າ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ຊຶ່ງສອດຄ່ອງກັບເປົ້າໝາຍທີ່ລັດຖະບານ ສປປ ລາວ ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).

ໃນໂອກາດດຽວກັນນີ້, ທ່ານ ມະຊະໂຕະ ຄັນດະ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ADB ຕະຫລອດໄລຍະ 60 ປີຜ່ານມາ, ພ້ອມທັງໃຫ້ຄວາມໝາຍໝັ້ນວ່າ ADB ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ລາວ-ADB ໄລຍະປີ 2024-2028 ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ໃຫ້ສາມາດບັນລຸຜົນສໍາເລັດຕາມຄາດໝາຍ.

ໃນຕອນທ້າຍ, ທັງສອງຝ່າຍ ໄດ້ເຫັນດີ ທີ່ຈະສືບຕໍ່ຮ່ວມມືກັນ ໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນຍຸດທະສາດ ການຮ່ວມມື ລາວ-ADB ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງ ສປ ລາວ ໃນປັດຈຸບັນ ກໍຄື ໃນຕໍ່ໜ້າ.

ພາບ: ອ່າຍຄໍາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article