29 C
Vientiane
ວັນທີ 5 April, 2026

ກອງປະຊຸມ ຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ

Must read

ຂປລ. ກອງປະຊຸມຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ຈັດຂຶ້ນໃນວັນທີ 26 ມີນາ 2026 ທີ່ສໍານັກ ງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຫົວໜ້າຄະນະສະເພາະກິດ, ມີບັນດາທ່ານ ໃນຄະນະ, ກອງເລຂາຄະນະສະເພາະກິດ, ຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍ ການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ສູ່ຂົງເຂດວຽກງານຕ່າງໆ ໃຫ້ເກີດເປັນຮູບປະທຳຕົວຈິງ ຫລາຍຂຶ້ນ.

ກອງປະຊຸມ ໄດ້ຮັບຟັງລາຍງານຜົນການແກ້ໄຂບັນຫານໍ້າມັນເຊື້ອໄຟ ໃນໄລຍະຜ່ານມາ ເປັນຕົ້ນ ການອອກ ບັນດາມາດຕະການ ແລະ ນະໂຍບາຍຕ່າງໆ, ການຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງລັດຖະບານ ຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນ, ສະພາບການສະໜອງນໍ້າມັນ ກໍຄື ການນໍາເຂົ້າ, ລາຄາ, ການແຈກຢາຍ, ການບໍລິການປໍ້ານໍ້າມັນ ແລະ ອື່ນໆ, ພ້ອມທັງປຶກສາຫາລືກ່ຽວກັບການແກ້ໄຂບາງບັນຫາທີ່ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ໃນການນຳເຂົ້າ-ແຈກຢາຍ-ຈໍາໜ່າຍນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ແລະ ການຊຸກຍູ້ສົ່ງເສີມການນຳໃຊ້ລົດໄຟຟ້າ ໃນໄລຍະຜ່ານມາ ເພື່ອວາງນະ ໂຍບາຍ ກໍຄື ມາດຕະການໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເປັນຕົ້ນ ແຫລ່ງນໍາເຂົ້ານໍ້າມັນເຊື້ອໄຟໃໝ່, ນະໂຍບາຍຕໍ່ບໍລິສັດ ແລະ ພາກສ່ວນທີ່ນຳເຂົ້ານໍ້າມັນເຊື້ອໄຟ ທີ່ມີເງື່ອນໄຂ-ທ່າແຮງດີ; ການກຳນົດນະໂຍບາຍສົ່ງເສີມ ການນໍາໃຊ້ລົດໄຟຟ້າ ທີ່ມີຄຸນນະພາບ, ຫັນການຊໍາລະສະສາງ ຜ່ານລະບົບທະນາຄານ, ຈຳກັດໄດ້ການສວຍໂອກາດຕ່າງໆ, ທັງເຮັດໃຫ້ພາກທຸລະກິດ ມີກຳໄລທີ່ສົມເຫດສົມຜົນ ແລະ ສອດຄ່ອງກັບນະໂຍບາຍການຄ້າກັບຕ່າງປະເທດ, ແນໃສ່ຫລຸດ ຜ່ອນຜົນກະທົບຕໍ່ສັງຄົມ ໂດຍສະເພາະຄ່າຄອງຊີບ, ການຜະລິດ, ອັດຕາແລກປ່ຽນ ແລະ ການປະຕິບັດແຜນພັດທະນາຕ່າງໆ ທັງໄລຍະສັ້ນ ແລະ ໄລຍະຍາວ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article