
ໃນວັນທີ 23 ມີນາ 2026, ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ທັງເປັນຫົວໜ້າຄະນະຊີ້ນຳລວມຄະນະກຳມະການຕິດຕາມ, ກວດກາການນຳເຂົ້າ, ການສະໜອງ ແລະການຈຳໜ່າຍນ້ຳມັນເຊື້ອໄຟໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງພາຍໃນແຂວງ ພ້ອມດ້ວຍທ່ານ ສີໂທ ທໍລະທາ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ຮອງຫົວໜ້າຄະນະຊີ້ນຳລວມ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ, ກວດກາເບິ່ງສາງນ້ຳມັນເຊື້ອໄຟນາເຊັງ ເຊິ່ງເປັນສາງນ້ຳມັນໃຫຍ່ຂອງລັດວິສາຫະກິດນ້ຳມັນເຊື້ອໄຟລາວສາຂາແຂວງ ທັງນີ້ກໍ່ເພື່ອຕິດຕາມເບິ່ງສະພາບການນຳເຂົ້ານ້ຳມັນເຊື້ອໄຟ ລວມທັງການແຈກຢາຍນ້ຳມັນພາຍໃນແຂວງ.

ໂອກາດນີ້, ກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟຢູ່ພາຍໃນແຂວງ, ໂດຍແຂວງສະຫວັນນະເຂດ ລວມມີບໍລິສັດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟທັງໝົດ 11 ຫົວໜ່ວຍ, ມີບໍລິສັດຈຳໜ່າຍ 5 ຫົວໜ່ວຍ, ມີປ້ຳຈຳໜ່າຍນ້ຳມັນ 275 ປ້ຳ, ສຳລັບການນຳເຂົ້ານ້ຳມັນເຊື້ອໄຟໃນວັນທີ 23 ມີນາ 2026 ແມ່ນມີ 6 ບໍລິສັດນຳເຂົ້າ ມີຈຳນວນທັງໝົດ 2.6 ລ້ານກວ່າລິດ, ໃນນີ້ ແອັດຊັງທຳມະດາ 6 ແສນລິດ.

ພ້ອມທັງໄດ້ມີການລາຍງານຕື່ມກ່ຽວກັບການແຈກຢາຍນ້ຳມັນເຊື້ອໄຟຂອງບັນດາບໍລິສັດຕ່າງໆ ທີ່ໄດ້ມີການສະໜອງຢູ່ພາຍໃນ, ໂຄງການ, ບັນດາປ້ຳຕ່າງໆ ແລະຕ່າງແຂວງຈຳນວນໜຶ່ງ. ໂດຍໃນຊ່ວງທີ່ເກີດວິກິດການນ້ຳມັນຄືດັ່ງກ່າວນີ້, ຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ອອກຂໍ້ຕົກລົງເລກທີ 361/ຄປຂ, ລົງວັນທີ 19/3/206 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕິດຕາມ, ກວດກາການນຳເຂົ້າ, ການສະໜອງ ແລະການຈຳໜ່າຍນ້ຳມັນເຊື້ອໄຟໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງພາຍໃນແຂວງ ເພື່ອຈັດຕັ້ງປະຕິບັດວຽກງານການນຳເຂົ້າ ແລະ ການຈຳໜ່າຍນ້ຳມັນເຊື້ອໄຟຢູ່ພາຍໃນແຂວງ ໃຫ້ມີປະສິດທິພາບປະສິດທິຜົນ ແນໃສ່ເພື່ອບໍ່ໃຫ້ເກີດບັນຫາການຂາດແຄນນ້ຳມັນພາຍໃນແຂວງ.

ພ້ອມດຽວກັນນີ້, ພະແນກອຸດສາຫະກຳ-ການຄ້າ ຍັງໄດ້ເປັນເຈົ້າການໃນການຕິດຕາມ-ກວດກາການນຳເຂົ້າ ແລະແຈກຢາຍນ້ຳມັນຢູ່ພາຍໃນແຂວງປະຈຳໃນແຕ່ລະວັນ, ໄດ້ຕິດຕາມກວດກາການເປີດ-ປິດບໍລິການຂອງປ້ຳນ້ຳມັນຕ່າງໆໃນທົ່ວແຂວງ ໂດຍສົມທົບກັບຫ້ອງການອຸດສາຫະກຳ-ການຄ້າ 14 ເມືອງ ແລະ 1 ນະຄອນ ເພື່ອເຮັດໃຫ້ການສະໜອງນ້ຳມັນເຊື້ອໄຟຢູ່ພາຍໃນແຂວງ ທົ່ວເຖິງ, ມີຄວາມສະຫງົບ ແລະຫຼີກລ່ຽງການກັກເກັບນ້ຳມັນໄວ້ເກງກຳໄລຂອງຜູ້ປະກອບການ.
ແຫຼ່ງຂໍ້ມູນ: ສະຫວັນພັດທະນາ




