29 C
Vientiane
ວັນທີ 5 April, 2026

ຄະນະທີມງານ ຂອງໂຄງການກະສິກຳ ແລະ ໂພສະນາການ ໄລຍະ 2 ລົງຕິດຕາມປະເມີນຜົນຢູ່ 2 ບ້ານ ຂອງເມືອງສະໝວຍ, ແຂວງສະລະວັນ

Must read

ໂຄງການກະສິກໍາເພື່ອໂພຊະນາການ ໄລຍະ 2 ດໍາເນີນການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບປະມານ ຈາກກອງທຶນໂລກເພື່ອການຄໍ້າປະກັນສະບຽງອາຫານ ຫຼື GAFSP ຜ່ານກອງທຶນສາກົນເພື່ອການພັດທະນາກະສິກໍາ ຫຼື IFAD ຈໍານວນ 38 ລ້ານໂດລາສະຫະລັດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງຄົວເຮືອນຜູ້ດ້ອຍໂອກາດ ຈໍານວນ 28,000 ຄົວເຮືອນ ຫຼື ປະມານ 168,000 ຄົນ ໃນພື້ນທີ່ເປົ້າໝາຍ 6 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ, ເຊກອງ, ສາລະວັນ ແລະ ແຂວງອັດຕະປື ພາຍໃນປີ 2030.

ເພື່ອເຮັດໃຫ້ແຜນງານ ຫຼື ກິດຈະກຳ ຂອງໂຄງການດຳເນີນໄປຢ່າງມີປະສິດທີພາບ ແລະ ປະສິດທີ່ຜົນ. ສະນັ້ນ, ໃນວັນທີ 19 ມີນາ 2026 ຄະນະທີມງານ ຂອງໂຄງການກະສິກຳ ແລະ ໂພຊະນາການ ໄລຍະ 2 ໄດ້ລົງຕິດຕາມປະເມີນຜົນ ຢູ່ບ້ານລະວາໃຕ້ ແລະ ບ້ານລະວາເໜືອ ຂອງເມືອງສະໝວຍ ແຂວງສະລະວັນ;

ບ້ານລະວາໃຕ້ ແມ່ນເປັນບ້ານໜຶ່ງທີ່ນອນຢູ່ໃນ ບ້ານເປົ້າໝາຍ ຂອງໂຄງການກະສິກຳ ເພື່ອໂພຊະນາການ ໄລຍະ 2. ບ້ານລະວາໃຕ້ ມີຄອບຄົວທຸກຍາກ 53 ຄອບຄົວ ກວມເອົາ 93% ມີຄອບຄົວພົ້ນທຸກ 4 ຄອບຄົວ ກວມເອົາ 7% ຂອງຄອບຄົວທັງໝົດ ພາຍໃນບ້ານ. ມາຮອດປະຈຸບັນ ແມ່ນໄດ້ຮັບການສະໜັບສະໜຸນ ແລະ ຊ່ວຍເຫຼືອ ຈາກໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນສວນຄົວ ຈຳນວນ 27 ທຶນ ລວມມູນຄ່າ 67,500,000 ກີບ.

ນອກຈາກນີ້ ກຸ່ມເປົ້າໝາຍພາຍໃນບ້ານ ຍັງໄດ້ຮັບການສ້າງຄວາມເຂັ້ມແຂງ ກ່ຽວກັບ ການຝຶກອົບຮົມຕ່າງໆ ເຊັ່ນ: ການຝຶກອົບຮົມ ບົດຮຽນສູນຮຽນຮູ້ດ້ານໂພຊະນາການ ໃຫ້ແກ່ ຜູ້ອຳນວຍຄວາມສະດວກຂັ້ນບ້ານ, ຝຶກອົບຮົມ ເຕັກນິກກະສິກຳ ໃຫ້ແກ່ ວິຊາການບ້ານ ແລະ ຜູ້ອຳນວຍຄວາມສະດວກ, ຝຶກອົບຮົມ ເຕັກນິກການລ້ຽງສັດ ໃຫ້ແກ່ ກຸ່ມການຜະລິດ, ຝຶກອົບຮົມ ການຄຸ້ມຄອງບໍລິຫານ ໃຫ້ແກ່ ກຸ່ມການຜະລິດ, ຝຶກອົບຮົມ ແນະນຳ ການປະກອບເອກະສານ ຈັດຊື້-ຈັດຈ້າງ ໃຫ້ແກ່ ກຸ່ມຜະລິດ ແລະ ຝຶກອົບຮົມ ຄວາມຮູ້ ດ້ານສັດຕະວະແພດ.

ບ້ານລະວາເໜືອ ກໍ່ເປັນບ້ານໜຶ່ງທີ່ນອນຢູ່ໃນ ບ້ານເປົ້າໝາຍ ຂອງໂຄງການກະສິກຳ ເພື່ອໂພຊະນາການ ໄລຍະ 2. ບ້ານລະວາເໜືອ ມີຄອບຄົວທຸກຍາກ 33 ຄອບຄົວ ກວມເອົາ 94% ມີຄອບຄົວພົ້ນທຸກ 2 ຄອບຄົວ ກວມເອົາ 6% ຂອງຄອບຄົວທັງໝົດ ພາຍໃນບ້ານ.

ປະຈຸບັນ ແມ່ນໄດ້ຮັບການສະໜັບສະໜຸນ ແລະ ຊ່ວຍເຫຼືອ ຈາກໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນສວນຄົວ ຈຳນວນ 13 ທຶນ ລວມມູນຄ່າ 26,000,000 ກີບ. ນອກຈາກນີ້ ກຸ່ມເປົ້າໝາຍພາຍໃນບ້ານຍັງໄດ້ຮັບກຸ່ມການຜະລິດ ຈຳນວນ 2 ກຸ່ມຄື: ກຸ່ມລ້ຽງແບ້ ແລະ ກຸ່ມປູກຜັກ ມີລາຍລະອຽດດັ່ງນີ້ຄື: ມອບພໍ່ແມ່ພັນແບ້ ຈຳນວນ 45 ໂຕ ລວມມູນຄ່າ 87,750,000 ກີບ ແລະ ເຄື່ອງມືອຸປະກອນການລ້ຽງສັດ ຈຳນວນ 15 ທ່ານ, ມອບເຄື່ອງມື ແລະ ອຸປະກອນ ໃນການປູກຜັກ ຈຳນວນ 14 ທ່ານ ລວມມູນຄ່າ 83,916,000 ກີບ ແລະ ໄດ້ຮັບເຄື່ອງມື ແລະ ອຸປະກອນ ໃນການສ້າງສູນຮຽນຮູ້ໂພຊະນາການ, ໃນການແຕ່ງກິນ ໃນສູນຮຽນຮູ້ໂພຊະນາການ ແລະ ໄດ້ຮັບເຄື່ອງມື ແລະ ອຸປະກອນ ສັດຕະວະແພດບ້ານ ລວມມູນຄ່າທັງໝົດ 197,666,000 ກີບ.

ຂ່າວ ແລະ ພາບໂດຍ: ຂັນວິຈິດ;

ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article