27 C
Vientiane
ວັນທີ 5 April, 2026

ພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ຜູ້ເກົ່າ) ແລະ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ຜູ້ໃໝ່)

Must read

ພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ຜູ້ເກົ່າ) ແລະ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 20 ມີນາ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ.

ໃນພິທີ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກຳຕ່າງໆໃນນີ້, ອະນຸມັດໃຫ້ ສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ອອກພັກການຮັບອຸດໜູນ-ບຳນານແລະຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 17/ກມສພ, ລົງວັນທີ 16 ມັງກອນ 2026 ແລະ ລັດຖະດຳລັດຂອງປະທານປະເທດ ສະ ບັບເລກທີ 005/ປປທ ລົງວັນທີ 21 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານການນຳຂັ້ນສູງ. ໃນນີ້, ແຕ່ງຕັ້ງ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເປັນເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ຜູ້ໃໝ່).

ຂ່າວ: ຫນັງສືພິມຄວາມສະຫງົບ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article