ແຂວງຄໍາມ່ວນ ຈັດພິທີສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເນື່ອງໃນໂອກາດທີ່ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ໄດ້ຮັບຂຶ້ນທະບຽນເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ໃນວັນທີ 19 ມີນາ 2026 ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ມີບັນດາການນໍາສູນກາງ, ການນໍາແຂວງ, ອະດີດການນໍາ, ບັນດາອົງການສາກົນ, ແຂວງກວາງຈິ ສສ ຫວຽດນາມ ແລະ ແຂກຖືກເຊີນທັງພາຍໃນ ແລະ ສາກົນ ເຂົ້າຮ່ວມ.

ບັນຍາກາດພາຍໃນງານດໍາເນີນໄປຢ່າງຄືກຄື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈ ຂອງປະຊາຊົນຊາວລາວ ໂດຍສະເພາະຊາວແຂວງຄໍາມ່ວນ ຊຶ່ງຂະບວນຄາຣາວານລົດແຫ່ໃບຢັ້ງຢືນ ໄດ້ເຄື່ອນຂະບວນຜ່ານເສັ້ນທາງສໍາຄັນໃນເທສະບານເມືອງທ່າແຂກ, ພ້ອມດ້ວຍການຕີກອງ, ຟ້ອນພື້ນ ເມືອງ, ຂັບລຳ ແລະ ການສະແດງດົນຕີ ຢ່າງຄຶກຄື້ນ ໂດຍເລີ່ມຂະບວນແຫ່ຢູ່ຫ້ອງວ່າການແຂວງ, ລ້ຽວຂວາໄປຫາ 4 ແຍກໄຟແດງ ໂຮງແຮມຣີເວີເຣຍ, ລ້ຽວຊ້າຍໄປໜ້າຫໍຈາລຶກ 21 ມີນາ, ແລ້ວລ້ຽວຊ້າຍໄປຫາ 4 ແຍກໄຟແດງບ້ານໂພນສະອາດ ເຂົ້າສູ່ຫ້ອງປະຊຸມໃຫຍ່ສະໂມສອນ 21 ມີນາ (ຫລັກ4).

ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວປະຫວັດຄວາມເປັນມາວ່າ: ການທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກ ເປັນຜົນສຳເລັດອັນຍິ່ງໃຫຍ່ ແລະ ເປັນຄວາມພາກພູມໃຈຂອງຊາດ ເນື່ອງຈາກເປັນມໍລະດົກໂລກທາງທຳມະຊາດແຫ່ງທໍາອິດຂອງລາວ ແລະ ເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ຜົນສຳເລັດນີ້, ເກີດຈາກການຮ່ວມແຮງຮ່ວມໃຈ ຂອງຫລາຍພາກສ່ວນ ຕະຫລອດໄລຍະເວລາ 20 ກວ່າປີ. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ມີເນື້ອທີ່ປະມານ 82.000 ເຮັກຕາ ເປັນພື້ນທີ່ພູຫີນປູນທີ່ມີຄວາມງາມໂດດເດັ່ນ ແລະ ອຸດົມໄປດ້ວຍຊີວະນາໆພັນຫາຍາກ ແລະ ຍັງເປັນພື້ນທີ່ສຳຄັນທາງດ້ານນິເວດວິທະຍາ ແລະ ການອະນຸລັກທຳມະຊາດ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ໄດ້ຮັບຮອງເປັນມໍລະດົກໂລກຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມມໍລະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້, ເຮັດໃຫ້ຫີນໜາມໜໍ່ ກາຍເປັນມໍລະດົກໂລກແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດແຫ່ງທໍາອິດ, ພ້ອມທັງເປັນມໍລະດົກໂລກແບບຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດນີ້ ວ່າເປັນຫລັກການສະທ້ອນໃຫ້ເຫັນ ນະໂຍບາຍອັນຖືກ ຕ້ອງ ຂອງພັກ ແລະ ລັດ ໃນການອະນຸລັກ ແລະ ສົ່ງເສີມມໍລະດົກແຫ່ງຊາດ, ທັງເປັນແບບຢ່າງດີ ໃນການຮ່ວມມື ລາວ-ຫວຽດນາມ ແລະ ສາກົນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ແລະ ສືບສານຄຸນຄ່າມໍລະດົກ ໃຫ້ຄົງຢູ່ຢ່າງຍືນຍົງ ແລະ ນໍາໃຊ້ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ທ່ານ ໄຊຊະນະ ໂຄດພູທອນ ໃນນາມຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງຄໍາມ່ວນ ກ່າວມີຄໍາເຫັນໃຫ້ຄໍາໝັ້ນສັນຍາວ່າ: ຈະພ້ອມກັນກັບຄູ່ຮ່ວມມືພັດທະນາ ປົກປັກຮັກສາອຸທິຍານແຫ່ງຊາດຫີນໜາມໜໍ່ ມໍລະດົກແຫ່ງຊາດ ແລະ ມໍລະດົກໂລກຮ່ວມຊາຍແດນແຫ່ງນີ້ ກາຍເປັນມໍລະດົກອັນລໍ້າຄ່າ ແລະ ຖ່າຍຖອດຈາກຮຸ່ນຄົນນີ້ສູ້ຮຸ່ນລູກ ແລະ ຮຸ່ນຫລານ ສືບຕໍ່ໄປຢ່າງຍືນຍົງ. ພ້ອມກັນເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທາງດ້ານທໍາມະຊາດ ກໍຄື ມໍລະດົກໂລກແຫ່ງນີ້ ໃຫ້ກາຍເປັນຊັບ ພະຍາກອນການທ່ອງທ່ຽວ ແລະ ເປັນທ່າແຮງ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວຍືນຍົງຂອງແຂວງຄໍາມ່ວນ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ບໍລິເວນດັ່ງກ່າວໄດ້ຮັບການປັບປຸງ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຍັງໄດ້ມອບໃບ ຢັ້ງຢືນອຸທິຍານແຫ່ງຊາດຫີນໜາມໜໍ່ ໃຫ້ທ່ານເລຂາພັກແຂວງຄໍາມ່ວນ ແລະ ເພື່ອຄວາມເປັນສິຣິມຸງຄຸນ ທ່ານນາຍົກລັດຖະມົນຕີ ຍັງໄດ້ເປັນກຽດລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ຊາວລາວ ຊາວໂລກຮັບຮູ້, ທັງຢັ້ງຢືນການມອບຮັບໃບຢັ້ງຢືນມໍລະດົກໂລກຫີນໜາມໜໍ່ ຢ່າງເປັນທາງການ. ພາຍຫລັງສໍາເລັດພິທີ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍບັນດາການນໍາ ຍັງໄດ້ຢ້ຽມຊົມງານຕະຫລາດນັດ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຕື່ມອີກ.

ຂ່າວ-ພາບ: ມະນີວັນ+ກອງຄໍາມາ: ໜັງສືພິມກອງທັບ




