
ວັນທີ 19 ມີນາ 2026 ນີ້ ທີ່ ເມືອງວຽງໄຊ, ແຂວງ ຫົວພັນ, ທີມງານກວດກູ້ ແລະ ທຳລາຍລະເບີດ ເພື່ອມະນຸດສະທຳ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ສະຫະພັນ ຣັດເຊຍ ໄດ້ປະສົບຜົນສຳເລັດໃນການກວດພົບ ແລະ ທຳລາຍລະເບີດບໍ່ທັນແຕກ (UXO) ຈຳນວນ 372 ລູກ ຢູ່ສະໜາມກວດກູ້ທີ່ 2 ບ້ານບັກ ເມືອງວຽງໄຊ ແຂວງຫົວພັນ.

ລາຍການລະເບີດທີ່ທຳລາຍໃນຄັ້ງນີ້ ປະກອບມີ: ລູກປືນໂຄກ 81 (ຟົດສະຟໍ), ລູກຈະລວດ 2,75 ນິ້ວ, ລູກປືນໂຄກ 60 ແຮງສູງ, ລູກປືນໃຫຍ່ 37 ມິນລີ ແລະ 20 ມິນລີ. ນອກຈາກນັ້ນ, ຍັງກວດພົບເສດເຫຼັກສົງຄາມ ແລະ ຊາກພາຫະນະເກົ່າອີກຈຳນວນຫຼາຍ. ເຖິງວ່າສະພາບອາກາດທີ່ຮ້ອນອົບເອົ້າ ແລະ ຝົນຕົກໜັກ, ແຕ່ດ້ວຍຄວາມມຸ່ງໝັ້ນ ແລະ ປະສົບການຂອງນາຍ ແລະ ພົນທະຫານທັງສອງຊາດ, ສາມາດເຮັດວຽກງານດັ່ງກ່າວໄດ້ສຳເລັດ ແລະ ປອດໄພ 100%.

ສະຫາຍ ຮ້ອຍເອກ ຄົງລິດ ສີສຸວັນທອງ ຈາກກອງເລຂາພາກສະໜາມ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ຕື່ມວ່າ: ຜົນສຳເລັດໃນຄັ້ງນີ້ ເກີດຈາກການປະສານງານຢ່າງກົມກຽວຂອງທຸກພາກສ່ວນ ບໍ່ວ່າຈະເປັນວຽກງານເຕັກນິກ, ແພດສະໜາມ, ການສື່ສານ ແລະ ອຳນາດການປົກຄອງທ້ອງຖິ່ນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ອຳນວຍຄວາມສະດວກໃຫ້ແກ່ຊ່ຽວຊານຣັດເຊຍ ແລະ ກຳລັງກວດກູ້ຂອງລາວ ປະຕິບັດໜ້າທີ່ໄດ້ຕາມແຜນການທີ່ວາງໄວ້ຢ່າງຈົບງາມ.


ທີ່ມາ: ໜັງສືພິມກອງທັບ




