27 C
Vientiane
ວັນທີ 5 April, 2026

“ລັດຖະມົນຕີ ກະຊວງ ປກສ ເດີນທາງເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ຫວຽດນາມ-ລາວ ທີ່ ສສ ຫວຽດນາມ”

Must read

+ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ຫວຽດນາມ-ລາວ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ກັບ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 19-21 ມີນາ 2026, ໂດຍມີ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມສົ່ງທີ່ສະໜາມບິນສາກົນວັດໄຕ.

+ ຈຸດປະສົງການເດີນທາງໃນຄັ້ງນີ້ ເພື່ອເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ຫວຽດນາມ-ລາວ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ກັບ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອສືບຕໍ່ຜັນຂະຫຍາຍບັນດາສັນຍາຮ່ວມມື ລະຫວ່າງ ສອງກະຊວງ ພ້ອມກັນເພື່ອແລກປ່ຽນຕີລາຄາຜົນງານຂອງການຮ່ວມມື ໃນໄລຍະຜ່ານມາ, ເອກະພາບແນວທາງຮ່ວມມື ໃນໄລຍະຕໍ່ໜ້າ ເຂົ້າໃນທຸກຂົງເຂດວຽກງານ ແລະ ສາຍພົວພັນຮ່ວມມືພິເສດຮອບດ້ານ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ, ໄດ້ປັບປຸງ ແລະ ພັດທະນາທຸກຂົງເຂດຢ່າງບໍ່ຢຸດຢັ້ງ ເພື່ອສືບຕໍ່ເພີ່ມທະວີໃຫ້ເຂົ້າສູ່ລວງເລິກ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ທີ່ເປັນມູນເຊື້ອມາແຕ່ດົນນານໃຫ້ແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານ ປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງທັງສອງປະເທດ.

(ຂ່າວ: ບຸນພະຈັນ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article