ກາຍເປັນທີ່ເວົ້າເຖິງຂ້າມຄືນ ເມື່ອກອງທັບໜຸ່ນຍົນຮິວແມນນອຍດ໌ອັດສະລິຍະກ້າວຂຶ້ນເວທີງານກາລ້າເທດສະການລະດູໃບໄມ້ຜລິປີ 2026 ຂອງຈີນ ໂຊໂຄສະໜາທັກສະທັງສິລະປະການຕໍ່ສູ້ໄປຈົນເຖິງງານເຮືອນ ຢືນຢັນຄວາມສຳເລັດຂອງອຸດສາຫະກຳໜຸ່ນຍົນ ແລະ AI ທີ່ຂະຫຍາຍຕົວຢ່າງໄວວາ ໃນຄ່ຳຄືນສະຫຼອງການເຂົ້າສູ່ປີມ້າຢ່າງຍິ່ງໃຫຍ່
ກອງທັບໜຸ່ນຍົນຮິວແມນນອຍດ໌ທີ່ຕິດຕັ້ງລະບົບປັນຍາປະດິດຂັ້ນສູງ ໄດ້ກາຍເປັນໜຶ່ງໃນກຸ່ມນັກສະແດງທີ່ສ້າງຄວາມຕື່ນຕາຕື່ນໃຈທີ່ສຸດ ໃນງານກາລ້າເທດສະການລະດູໃບໄມ້ຜລິປະຈຳປີ 2026 (Spring Festival Gala) ຂອງປະເທດຈີນ ໃນຄືນວັນຈັນທີ່ຜ່ານມາ (16 ກຸມພາ) ໂດຍສ້າງຄວາມຕົກໃຈໃຫ້ຜູ້ຊົມດ້ວຍການນຳສະເໜີທີ່ແປກໃໝ່ ແລະ ຄວາມສາມາດທາງກາຍທີ່ໜ້າຕື່ນເຕັ້ນ
ງານກາລ້າຄັ້ງນີ້ຈັດໂດຍ China Media Group (CMG) ເຊິ່ງມີຈຸດປະສົງຫຼັກເພື່ອສ່ອງສະຫວ່າງໃຫ້ແກ່ນວັດຕະກຳທາງເທັກໂນໂລຊີລ່າສຸດຂອງຈີນ ໂດຍສະເພາະຄວາມສຳເລັດໃນຂະແໜງໜຸ່ນຍົນທີ່ກຳລັງຂະຫຍາຍຕົວຢ່າງໄວວາ ເຊິ່ງຖືກນຳມາສອດແຊກເປັນສ່ວນໜຶ່ງຂອງການສະແດງຄວາມບັນເທີງຕະຫຼອດຫຼາຍຊົ່ວໂມງ
ໜຸ່ນຍົນຮິວແມນນອຍດ໌ໄດ້ຮ່ວມສະແດງໃນຫຼາຍຮູບແບບ ທັງການຟ້ອນຮຳສິລະປະການຕໍ່ສູ້ ການຮ່ວມສະແດງໃນຕອນຕະຫຼົກ ແລະ ການສະແດງດ້ານສ້າງສັນອື່ນໆ ອີກຫຼາຍຢ່າງ ໜຶ່ງໃນຕອນທີ່ຈົດຈຳໄດ້ດີທີ່ສຸດແມ່ນການທີ່ກຸ່ມໜຸ່ນຍົນຮ່ວມທີມກັບນັກລົບກຸ່ງຟູລຸ້ນໜຸ່ມ ໂຊໂຄສະໜາທັກສະການຕໍ່ສູ້ທີ່ຜ່ານການຈັດລຳດັບທ່າທາງຢ່າງແມ່ນຍຳ ແລະ ພ້ອມເພຽງ ຈົນກາຍເປັນໂຊທີ່ດຶງດູດສາຍຕາຜູ້ຊົມທັງຫໍ
ນອກຈາກຄວາມເຂັ້ມແຂງແລ້ວ ໜຸ່ນຍົນເຫຼົ່ານີ້ຍັງໂຊຄວາມລະອຽດອ່ອນໃນທັກສະຊີວິດປະຈຳວັນ ເຊັ່ນ ການພັບເສື້ອຜ້າ ແລະ ການຄລຶງລູກໝາກໜ່ວຍ (walnut) ໃນຝ່າມື ເຊິ່ງເປັນທ່າບໍລິຫານມືຕາມປະເພນີຈີນໂບຮານທີ່ຊ່ວຍສ້າງເສີມສຸຂະພາບ ແລະ ຄວາມຄ່ອງແຄ້ວຂອງນິ້ວມື
ມໍລະດົກທາງວັດທະນະທຳລະດັບໂລກ
ເທດສະການລະດູໃບໄມ້ຜລິ ຫຼື ວັນຕຣຸດຈີນ ຖືເປັນວັນພັກປະເພນີທີ່ສຳຄັນທີ່ສຸດຂອງຊາວຈີນ ແລະ ການຮັບຊົມງານກາລ້າເທດສະການລະດູໃບໄມ້ຜລິ ທີ່ຮູ້ຈັກໃນຊື່ “ຊຸນວ່ານ” (Chunwan) ຖືເປັນສ່ວນໜຶ່ງຂອງການສະຫຼອງທີ່ໄດ້ຮັບຄວາມນິຍົມໃນຄົວເຮືອນຈີນຫຼາຍຮ້ອຍລ້ານຫຼັງທຸກປີ
ນັບຕັ້ງແຕ່ອອກອາກາດຄັ້ງທຳອິດໃນປີ 1983 ງານກາລ້ານີ້ໄດ້ຮັບການບັນທຶກໂດຍ Guinness World Records ວ່າເປັນລາຍການໂທລະທັດປະຈຳປີທີ່ມີຜູ້ຊົມຫຼາຍທີ່ສຸດໃນໂລກ ນອກຈາກນີ້ ເທດສະການລະດູໃບໄມ້ຜລິເອງຍັງໄດ້ຮັບການຂຶ້ນທະບຽນເປັນມໍລະດົກພູມປັນຍາທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຂອງມະນຸດຊາດໂດຍ UNESCO ໃນເດືອນທັນວາ 2024 ທີ່ຜ່ານມາ
ເທດສະການລະດູໃບໄມ້ຜລິປີ 2026 ຕົງກັບວັນອັງຄານ (17 ກຸມພາ) ເຊິ່ງຖືເປັນການເລີ່ມຕົ້ນເຂົ້າສູ່ “ປີມ້າ” ຢ່າງເປັນທາງການ
ບໍລິສັດສຕາດອັບດ້ານໜຸ່ນຍົນຮິວແມນນອຍດ໌ທີ່ກຳລັງເດັ່ນດັງ 4 ແຫ່ງ ໄດ້ແກ່ Unitree Robotics, Galbot, Noetix ແລະ MagicLab ໄດ້ນຳຜະລິດຕະພັນຂອງຕົນເຂົ້າຮ່ວມສະແດງໃນງານນີ້ ເຊິ່ງຖືເປັນເຫດການສຳຄັນທາງວັດທະນະທຳຂອງຈີນທີ່ມີອິດທິພົນທຽບເທົ່າກັບການແຂ່ງຂັນ Super Bowl ຂອງສະຫະລັດ
ຈາກຂໍ້ມູນຂອງບໍລິສັດຄົ້ນຄ້ວາ Omdia ພົບວ່າຈີນມີສ່ວນແບ່ງການສົ່ງອອກໜຸ່ນຍົນຮິວແມນນອຍດ໌ສູງເຖິງຮ້ອຍລະ 90 ຂອງຈຳນວນໜຸ່ນຍົນປະມານ 13,000 ໂຕທີ່ສົ່ງອອກທົ່ວໂລກໃນປີທີ່ຜ່ານມາ ເຊິ່ງທີ້ງຫ່າງຄູ່ແຂ່ງຈາກສະຫະລັດ ລວມທັງໜຸ່ນຍົນ Optimus ຂອງ Tesla ໃນຂະນະທີ່ Morgan Stanley ຄາດການວ່າຍອດຂາຍໜຸ່ນຍົນຮິວແມນນອຍດ໌ຂອງຈີນຈະເພີ່ມຂຶ້ນກວ່າສອງເທົ່າເປັນ 28,000 ໂຕໃນປີນີ້.




