ເຮືອໄມ້ໃຫຍ່ ນາກາຍ ແຂວງຄຳມ່ວນ ເຊິ່ງຖືວ່າເປັນເຮືອສັນຍາລັກທີ່ມີຊື່ສຽງ ຂອງ ເມືອງນາກາຍ ແຂວງຄຳມ່ວນ ທີ່ນັກທ່ອງທັງພາຍໃນແລະຕ່າງປະເທດ ທີ່ເດີນໄປເມືອງນາກາຍ ຕ້ອງໄດ້ແວະຖ່າຍຮູບໄວ້ເປັນທີ່ລະນຶກ ແຕ່ປັດຈຸບັນແມ່ນເຫລືອໄວ້ພຽງແຕ່ຄວາມຊົງຈຳ ເພາະເຮືອດັ່ງກ່າວ ຖືກໄຟໄໝ້ເສຍຫາຍໝົດລຳ ໃນຕອນແລງເວລາປະມານ 18 ກຸມພາ 2026 ຜ່ານມາ.

ເຊິ່ງພາຍຫລັງເກີດເຫດພາກສ່ວນກ່ຽວຂ້ອງ ແລະ ທີມງານດັບເພີງໄດ້ລະດົມກັນເຂົ້າດັບມອດໄຟ ແຕ່ກໍບໍ່ສາມາດດັບມອດໄວ້ໄດ້ທັນ ເນື່ອງຈາກເຮືອລໍາດັ່ງກ່າວເປັນເຮືອໄມ້ ແລະ ເກົ່າແກ່ ເຮັດໃຫ້ໄຟລຸກລາມຢ່າງໄວວາ ເສຍຫາຍໝົດລຳ. ສ່ວນສາເຫດທີ່ເຮັດໃຫ້ເກີດໄຟໄໝ້ຄັ້ງນີ້ແມ່ນຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງໜ່ວຍງານທີ່ກ່ຽວຂ້ອງ.

ພາບ: Nuad Tk / Bounthanh Phandanouvong




