28.8 C
Vientiane
ວັນທີ 21 February, 2026

ທີ່ສວນສັດພືດສາດເມືອງອິຈິກາວາ ແຂວງຊິບະ ປະເທດຍີ່ປຸ່ນ ມີຮູບພາບທີ່ໜ້າຮັກລູກລິງຍີ່ປຸ່ນຊື່ “ພັນຊ໌” ມັກປາກົດຕົວພ້ອມກັບຕຸ໊ກກະຕາອູຣັງອຸຕັງໜຶ່ງຕົວຢູ່ໃນອ້ອມແຂນກຳລັງສ້າງຮອຍຍິ້ມໃຫ້ຄົນທົ່ວໂລກ.

Must read

ທີ່ສວນສັດພືດສາດເມືອງອິຈິກາວາ ແຂວງຊິບະ ປະເທດຍີ່ປຸ່ນ ມີຮູບພາບທີ່ໜ້າຮັກກຳລັງສ້າງຮອຍຍິ້ມໃຫ້ຄົນທົ່ວໂລກ. ລູກລິງຍີ່ປຸ່ນເພດຊາຍອາຍຸພຽງ 6 ເດືອນຊື່ “ພັນຊ໌” ມັກປາກົດຕົວພ້ອມກັບຕຸ໊ກຕາອູຣັງອຸຕັງໜຶ່ງຕົວຢູ່ໃນອ້ອມແຂນ, ບໍ່ວ່າຈະຍ່າງຫຼິ້ນ, ປີນປ່າຍ, ເຫງົາ, ເສົ້າໃຈ ຫຼື ແມ້ແຕ່ຍາມຢ້ານ.

ເມື່ອຮູ້ສຶກບໍ່ປອດໄພ, ພັນຊ໌ຈະຮີບຄວ້າຕຸ໊ກຕາມາກອດແໜ້ນ. ຖ້າຖືກລິງຕົວອື່ນດຸ, ລາວກໍໃຊ້ມັນເປັນເໝືອນໂລ່ກຳບັງ, ຫຼົບຢູ່ດ້ານຫຼັງຕຸ໊ກຕາທີ່ຊອບ. ຮູບພາບເຫຼົ່ານີ້ຖືກເຜີຍແຜ່ຜ່ານໂຊເຊຍນມີເດຍຂອງສວນສັດ ແລະ ໄດ້ຮັບສຽງຕອບຮັບຢ່າງລ້ນຫຼາມ ມີຍອດກົດຖືກໃຈກວ່າ 48,000 ຄັ້ງພາຍໃນເວລາບໍ່ດົນ.

ແຕ່ເບື້ອງຫຼັງຄວາມໜ້າຮັກນັ້ນແມ່ນເລື່ອງລາວທີ່ທັງອົບອຸ່ນ ແລະ ສະເທືອນໃຈ. ພັນຊ໌ເກີດໃນເດືອນກໍລະກົດປີທີ່ຜ່ານມາ ແຕ່ບໍ່ດົນຫຼັງຄອດ, ລາວຖືກແມ່ແທ້ໆ ທອດທິ້ງ, ອາດເປັນຍ້ອນວ່າເປັນການຄອດຄັ້ງທຳອິດ, ທ່າມກາງອາກາດຮ້ອນຈັດ. ເຈົ້າໜ້າທີ່ຕ້ອງຮີບເອົາຕົວລາວໄປໄວ້ໃນທີ່ຮົ່ມ ແລະ ເມື່ອບໍ່ເຫັນສັນຊາດຕະຍານຄວາມເປັນແມ່ຈາກຝ່າຍແມ່ລິງ ຈຶ່ງຕັດສິນໃຈລ້ຽງດູດ້ວຍວິທີອະນຸບານປອມ (ໃຫ້ຄົນປ້ອນອາຫານຄ້າຍການລ້ຽງເດັກ) ຕັ້ງແຕ່ມື້ຖັດໄປ.

ຕາມທຳມະຊາດ ລູກລິງມັກເກາະແມ່ຕັ້ງແຕ່ແຮກເກີດ. ການຂາດສາຍພົວພັນນີ້ອາດເຮັດໃຫ້ເກີດຄວາມບໍ່ໝັ້ນຄົງທາງຈິດໃຈ. ເຈົ້າໜ້າທີ່ຈຶ່ງກຽມຜ້າເຊັດໂຕ ແລະ ຕຸ໊ກຕາຫຼາຍແບບໃຫ້ພັນຊ໌ໄດ້ຍຶດເກາະ ແລະ ໃນທີ່ສຸດລາວກໍເລືອກ “ຕຸ໊ກກະຕາອູຣັງອຸຕັງ” ເປັນສິ່ງແທນຄວາມອົບອຸ່ນ.

ທຸກມື້ນີ້ ພັນຊ໌ເລີ່ມຄ່ອຍໆ ເຮັດຄວາມຄຸ້ນເຄີຍກັບຝູງລິງຕົວອື່ນໆ ຫຼາຍຂຶ້ນ. ເຖິງແມ່ນວ່າບາງຄັ້ງຈະຍັງຕ້ອງອີງອາໄສຕຸ໊ກຕາເປັນທີ່ພຶ່ງທາງໃຈ, ແຕ່ກໍຖືເປັນກ້າວສຳຄັນຂອງການເຕີບໃຫຍ່.ເລື່ອງລາວຂອງພັນຊ໌ຍັງຈຸດປະກາຍໃຫ້ຄົນຮ່ວມສົ່ງກຳລັງໃຈ. ມີການສົ່ງເງິນບໍລິຈາກໃຫ້ສວນສັດ ແລະ ເກີດແຮັດແທັກ “#がんばれパンチ” (ສູ້ໆ ນະ ພັນຊ໌) ພ້ອມຮູບຖ່າຍ ແລະ ວິດີໂອຈາກຜູ້ມາຢ້ຽມຊົມທີ່ທະຍອຍໂພສຢ່າງຕໍ່ເນື່ອງ.

ສວນສັດແຫ່ງນີ້ເຄີຍມີປະສົບການຄ້າຍຄືກັນມາກ່ອນ. ໃນປີ 2008 ລູກລິງຊື່ “ໂອໂຕເມະ” ກໍຖືກລ້ຽງແບບອະນຸບານ ແລະ ເຄີຍໂດ່ງດັງຈາກການກອດຕຸ໊ກຕາ ກ່ອນຈະກັບເຂົ້າສູ່ຝູງໄດ້ສຳເລັດ ແລະ ເຕີບໃຫຍ່ຈົນມີລູກຂອງຕົນເອງໃນເວລາຕໍ່ມາ.ເຈົ້າໜ້າທີ່ຫວັງວ່າ ພັນຊ໌ຈະມີເສັ້ນທາງຊີວິດທີ່ງົດງາມເຊັ່ນດຽວກັນ. “ອາດບໍ່ງ່າຍ, ແຕ່ຂໍພຽງລາວແຂງແຮງ ແລະ ໄດ້ເປັນສ່ວນໜຶ່ງຂອງຝູງຢ່າງແທ້ຈິງ, ພວກເຮົາກໍມີຄວາມສຸກແລ້ວ” ຜູ້ດູແລກ່າວ.

ສຳລັບໃຜທີ່ຢາກເຫັນພາບເຈົ້າລິງນ້ອຍກັບ “ແມ່ຕຸ໊ກຕາ” ດ້ວຍຕາຕົນເອງ, ສວນສັດອິຈິກາວາຍັງເປີດຕ້ອນຮັບຜູ້ມາຢ້ຽມຊົມ ພ້ອມເຊີນຊວນທຸກຄົນຮ່ວມເປັນກຳລັງໃຈໃຫ້ພັນຊ໌ເຕີບໃຫຍ່ຢ່າງເຂັ້ມແຂງ ແລະ ມີຄວາມສຸກໃນມື້ຂ້າງໜ້າ.

ຂອບໃຈຮູບພາບ | mainichi jp ແລະ ເຈົ້າຂອງຮູບພາບ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article