ທາງການຍີ່ປຸ່ນໄດ້ຍຶດເຮືອປະມົງສັນຊາດຈີນ ແລະຈັບກຸມກັບຕັນເຮືອອາຍຸ 47 ປີ ຫຼັງຈາກທີ່ເຮືອບໍ່ຍອມຢຸດໃຫ້ກວດກາໃນເຂດເສດຖະກິດພິເສດ (EEZ) ຂອງຍີ່ປຸ່ນ ນອກແຄວ້ງນາງາສາກິ ເຫດການນີ້ໄດ້ຈຸດຊະນວນຄວາມຕຶງຄຽດຮອບໃໝ່ລະຫວ່າງໂຕກຽວ–ປັກກິ່ງ.
ສຳນັກງານປະມົງຍີ່ປຸ່ນລະບຸວ່າ ເຈົ້າໜ້າທີ່ໄດ້ສັ່ງໃຫ້ເຮືອຈອດເພື່ອກວດກາ ແຕ່ເຮືອບໍ່ປະຕິບັດຕາມ ແລະພະຍາຍາມຫລົບໜີ ຈຶ່ງເຂົ້າຄວບຄຸມກັບຕັນເຮືອ. ເຫດການເກີດຂຶ້ນໃນວັນພະຫັດ ພາຍໃນ EEZ ຂອງຍີ່ປຸ່ນ ຫ່າງຈາກເກາະເມຊິມະປະມານ 165 ກິໂລແມັດ ທາງທິດຕາເວັນຕົກສຽງໃຕ້. ບນເຮືອມີລູກເຮືອ 11 ຄົນ ແລະນີ້ເປັນຄັ້ງທຳອິດນັບຈາກປີ 2022 ທີ່ຍີ່ປຸ່ນຍຶດເຮືອປະມົງຈີນ.
ຍີ່ປຸ່ນແລະຈີນມີຂໍ້ພິພາດດ້ານດິນແດນຫຼາຍຈຸດ ໂດຍສະເພາະແຖບໝູ່ເກາະເຊນກາກຸ ຫຼື ເທີຍຫຍູ (ຕາມທີ່ຈີນເອີ້ນ) ໃນທະເລຈີນຕາເວັນອອກ. ເຫດການຈັບກັບຕັນເຮືອປະມົງຈີນປີ 2010 ໃນພື້ນທີ່ນັ້ນ ເຄີຍລຸກລາມເປັນວິກິດການທາງການທູດຄັ້ງໃຫຍ່.
ສະຖານະການລ່າສຸດຍິ່ງຊັບຊ້ອນ ຫຼັງຈາກນາຍົກລັດຖະມົນຕີຍີ່ປຸ່ນ ຊານາເອະ ທາກາອິຈິ ແສດງທ່າທີ່ວ່າ ຍີ່ປຸ່ນອາດພິຈາລະນາເຂົ້າແຊກແຊງທາງທະຫານ ຖ້າຈີນໃຊ້ກຳລັງເຂົ້າຍຶດໄຕ້ຫວັນ ຊຶ່ງສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ປັກກິ່ງ.
ຈີນຍືນຢັນມາໂດຍຕະຫຼອດວ່າ ໄຕ້ຫວັນເປັນດິນແດນຂອງຕົນ ແລະບໍ່ປະຕິເສດການໃຊ້ກຳລັງເພື່ອຮວມຊາດ. ຂະນະທີ່ປະທານປະເທດໄຕ້ຫວັນ ລາຍ ຊິງເຕີ ໄດ້ໃຫ້ສຳພາດເຕືອນວ່າ ຖ້າຈີນຢຶດໄຕ້ຫວັນໄດ້ ປະເທດຕໍ່ໄປທີ່ຈະຕົກຢູ່ໃຕ້ແຮງກົດດັນອາດຈະເປັນຍີ່ປຸ່ນ, ຟິລິປິນ ແລະປະເທດໃນອິນໂດ–ແປຊີຟິກ.
ຫຼັງຖ້ອຍຄຳຂອງທາກາອິຈິ ຈີນໄດ້ເອີ້ນເອກອັກລັດຖະທູດຍີ່ປຸ່ນເຂົ້າພົບ, ແຈ້ງເຕືອນປະຊາຊົນຈີນເກືອບການເດີນທາງໄປຍີ່ປຸ່ນ ແລະຈັດຝຶກຊ້ອມຮ່ວມທາງອາກາດກັບຣັດເຊຍ. ນອກຈາກນັ້ນ ຍີ່ປຸ່ນຍັງລະບຸວ່າ ເຄື່ອງບິນຂັບໄລ່ J-15 ຈາກເຮືອບັນທຸກເຄື່ອງບິນລຽວນິງ ຂອງຈີນ ເຄີຍລ໋ອກເລເດີ້າໃສ່ອາກາດຍານຍີ່ປຸ່ນ ໃນນ້ຳສາກົນໃກ້ເກາະໂອກິນາວາເມື່ອເດືອນທັນວາ.
ຈີນຍັງເຂັ້ມງວດການສົ່ງອອກສິນຄ້າທີ່ອາດໃຊ້ໃນການທະຫານໄປຍີ່ປຸ່ນ, ມີລາຍງານວ່າໄດ້ລະງັບນຳເຂົ້າອາຫານທະເລຈາກຍີ່ປຸ່ນ ແລະສົ່ງແພນດ້າ 2 ຕົວສຸດທ້າຍກັບປະເທດເມື່ອເດືອນກ່ອນ ສະທ້ອນໃຫ້ເຫັນຄວາມສຳພັນທີ່ເຢັນຊາລົງຢ່າງຊັດເຈນ.
ທີ່ມາ: channelnewsasia




