
ທ່ານ ພັທ ສຸກທອງ ວົງສາ ຫົວໜ້າດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ສາກົນ ຂົວມິດຕະພາບ 3 ( ຕມ ) ໄດ້ກ່າວຕໍ່ສື່ຂ່າວທ້ອງຖິ່ນໃນວັນທີ 30 ມັງກອນ 2026 ວ່າ : ໃນປີ 2025 ຈໍານວນໂຄງປະກອບຂອງບຸກຄະລາກອນປະຈໍາດ່ານ ຕມ ສາກົນຂົວມິດຕະພາບ 3 ອີງຕາມແຜນການຂອງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບໃນນາມສາຍຕັ້ງວິຊາສະເພາະຊີ້ນໍາມະຫາພາກກ່ຽວກັບວຽກງານກວດຄົນເຂົ້າ-ອອກເມືອງໄດ້ກໍານົດໜ້າວຽກ ແລະ ບຸກຄະລາກອນເຂົ້າໃສ່ດ່ານສາກົນ . ດ່ານສາກົນຂົວມິດຕະພາບ 3 ແມ່ນສາກົນປະເພດ 1 ຂອງແຂວງຄໍາມ່ວນມີ 7 ໜ້າ , ການບັນຈຸບຸກຄະລາກອນເຂົ້າໃສ່ແຕ່ລະໜ້າວຽກຢ່າງໜ້ອຍ 3 – 7 ຄົນ . ສໍາລັບໜ້າວຽກຈໍ້າແຈ້ງເອກະສານເຂົ້າ-ອອກແມ່ນ 15 – 60 ຄົນ ຂຶ້ນກັບຈຸດພິເສດ ແລະ ຈໍານວນຄົນຜູ້ໂດຍສານເຂົ້າ-ອອກຂອງແຕ່ລະດ່ານສາກົນ , ອີງຕາມຂໍ້ຕົກລົງວ່າດ້ວຍການຊັບຊ້ອນພະນັກງານ ຕມ ໄປປະຈໍາການຢູ່ດ່ານສາກົນຂົວມິດຕະພາບ 3 ປະຈໍາປີ 2025 ຂອງກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ບັນຈຸພະນັກງານ ຕມ ທັງໝົດ 53 ທ່ານ, ຍິງ 16 ທ່ານ.

ທ່ານ ພັທ ສຸກທອງ ວົງສາ ໄດ້ກ່າວວ່າ: ການຈັດເກັບລາຍຮັບຄ່າບໍລິການວຽກງານກວດຄົນເຂົ້າ-ອອກເມືອງ ຕາມລັດຖະບັນຍັດເລກທີ 02/ປປທ ຊຶ່ງແມ່ນທະນາຄານພັດທະນາລາວເປັນຜູ້ຈັດເກັບໃນປີ 2025 ສາມາດຈັດເກັບລາຍຮັບໄດ້ທັງໝົດ 1,485,666,000 ກີບ ( ທຽບໃສ່ປີ 2024 ຈັດເກັບໄດ້ 1,313,266,000 ກີບ ເພີ້ມຂຶ້ນ 11.31% ) .ຄົນແຈ້ງເຂົ້າ-ອອກເມືອງທັງໝົດ 414,366 ຄົນ,ຍິງ 137,557 ຄົນ ; ເດັກ 20,891 ຄົນ, ມີ 90 ສັນຊາດ , ພາຫະນະລົດແຈ້ງເຂົ້າ-ອອກທັງໝົດ 378,871 ຄັນ, ມີ 3 ສັນຊາດ .ການຈັດຕັ້ງປະຕິບັດແຜນການວຽກງານກວດຄົນເຂົ້າ-ອອກເມືອງໃນໄລຍະ 1 ປີຜ່ານມາ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບ 3 ໄດ້ເອົາໃຈໃສ່ເປັນເຈົ້າການໃນການຕິດຕາມ,ກວດກາ ແລະ ອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງລາວ,ຄົນຕ່າງດ້າວ ແລະ ຄົນຕ່າງປະເທດທີ່ມີຈຸດປະສົງເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານດ່ານສາກົນຂົວມິດຕະພາບ 3 ເພື່ອຢ້ຽມຢາມ, ທ່ອງທ່ຽວ, ທັດສະນະສຶກສາ, ດໍາເນີນທຸລະກິດ, ອອກແຮງງານ ແລະ ອື່ນໆ ໄດ້ຢ່າງຖືກຕ້ອງຄົບຖ້ວນສົມບູນ , ການເດີນທາງເຂົ້າ-ອອກຂອງກຸ່ມຄົນດັ່ງກ່າວແມ່ນຖືກຕ້ອງຕາມກົດໝາຍ, ລະບຽບການເຂົ້າອອກເມືອງ ແລະ ເປັນການປະກອບສ່ວນອັນສໍາຄັນໃນການສ້າງລາຍຮັບໃຫ້ແກ່ປະເທດຊາດກໍ່ຄືແຂວງຄໍາມ່ວນໄດ້ຫຼາຍພໍສົມຄວນ . ຄຽງຄູ່ກັບດ້ານຕັ້ງໜ້າທີ່ກ່າວມາແລ້ວກໍ່ຍັງມີຂໍ້ຫຍຸ້ງຍາກທີ່ພົບເຫັນບາງກໍລະນີເປັນການລະເມີດການເຂົ້າ-ອອກເມືອງເປັນຕົ້ນແມ່ນ ການພັກເຊົາເກີນກໍານົດທີ່ທາງການອະນຸຍາດ, ການນໍາໃຊ້ໃບຜ່ານແດນໄປເກີນຂອບເຂດ ລວມທັງການລັກລອບຂົນສົ່ງທີ່ຜິດກົດໝາຍ ຊຶ່ງໃນໄລຍະຜ່ານມາ ແມ່ນສາມາດກວດພົບເຫັນໃບກະທ່ອມທີ່ຊຸກເຊື່ອງເຂົ້າມານໍາລົດຂົນສົ່ງຫີນຈໍານວນຫຼາຍກິໂລ ແລະ ຍັງມີກໍລະນີໜຶ່ງອີກທີ່ຜູ້ໂດຍສານໄດ້ຫຼີກລ້ຽງ ຫຼື ແຈ້ງຈໍານວນຄົນເຂົ້າ-ອອກບໍ່ຊັດເຈນໃນການເສຍຄ່າບໍລິການເຂົ້າ-ອອກເມືອງຜ່ານລະບົບທະນາຄານພັດທະນາລາວຈັດເກັບ , ຜ່ານການກວດກາຂອງເຈົ້າໜ້າທີ່ ຕມ ຢູ່ຈຸດກວດກາ ໄດ້ພົບເຫັນກໍລະນີດັ່າງກ່າວບໍ່ເສຍຄ່າບໍລິການເຂົ້າ-ອອກເມືອງຜ່ານລະບົບທະນາຄານທີ່ບໍ່ຖືກກັບຈໍານວນຄົນຕົວຈິງ.

ທ່ານ ພັທ ສຸກທອງ ວົງສາ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ 3 ໄດ້ກ່າວຕື່ມອີກວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າແມ່ນສືບຕໍ່ເພີ້ມທະວີວຽກງານກວດກາຄົນເຂົ້າ-ອອກເມືອງໃຫ້ເຂັ້ມງວດ,ຮັດກຸມ,ຖືກຕ້ອງຕາມນິຕິກໍາທີ່ໄດ້ກໍານົດໄວ້, ເອົາໃຈໃສ່ເຂັ້ມງວດໃນການກວດກາໃບບິນເສຍຄ່າບໍລິການເຂົ້າ-ອອກເມືອງນໍາຜູ້ໂດຍສານໃຫ້ຖືກຕ້ອງ, ລະອຽດ,ຄົບຖ້ວນ,ຊັດເຈນ ພ້ອມດຽວກັນນັ້ນຕ້ອງໄປປະສານສົມທົບຢ່າງກົມກຽວນໍາພາກສ່ວນເຈົ້າໜ້າທີ່ພາສີປະຈໍາດ່ານ, ພາກສ່ວນທະນາຄານພັດທະນາລາວ ທີ່ຈັດເກັບດ້ວຍລະບົບທີ່ທັນສະໄໝ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງສະພາບການທີ່ເກີດຂຶ້ນໃນແຕ່ລະວັນເພື່ອພ້ອມກັນແກ້ໄຂເປັນແຕ່ລະກໍລະນີໃຫ້ທັນເວລາ ແລະ ສືບຕໍ່ຮັກສາດ່ານ,ບໍລິເວນດ່ານໃຫ້ມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.




