28.8 C
Vientiane
ວັນທີ 21 February, 2026

ແຈ້ງຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນໍາພັກກອມມູນິດຫວຽດນາມ

Must read

ຂປລ. ກອງປະຊຸມແຈ້ງຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 26 ມັງກອນ 2026 ຢູ່ສູນປະຊຸມສາກົນ, ນະຄອນ ຫລວງຮ່າໂນ້ຍ ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າຄະນະນໍາຂອງສູນກາງພັກປະຊາຊົນປະຕິວັດລາວ ແຈ້ງບັນຫາທີ່ເປັນພື້ນຖານ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ບັນດາສະຫາຍການນໍາ ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຊາບຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງ ກອງປະຊຸມໃຫຍ່ຄັ້ງນີ້ ຊຶ່ງດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”, ກອງປະຊຸມໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກໍານົດແນວທາງ, ນະໂຍບາຍ, ແຜນປະຕິບັດງານຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ, ກໍານົດວິໄສທັດຮອດປີ 2055 ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ, ສ້າງ ແລະ ຍົກລະ ດັບບັນດາປັດໄຈ ການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ໃນໄລຍະ 5 ປີຜ່ານມາ, ເຖິງວ່າສະພາບແວດລ້ອມຂອງໂລກ ໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫລັບສັບຊ້ອນ ບວກກັບການຜະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ລວມທັງການກະທົບຢ່າງແຮງຈາກ ການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພັກປະຊາຊົນປະຕິວັດລາວ ກໍໄດ້ເດັດດ່ຽວແກ້ໄຂທຸກໆຄວາມທ້າທາຍ ສາມາດເຮັດໃຫ້ທິດທາງ, ຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດທີ່ເປັນພື້ນຖານ.

ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຊຶ່ງໄດ້ມີການຮັບຮອງເອົາເອກະສານສໍາຄັນຂອງພັກ, ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດັ່ງນີ້: ກອງປະຊຸມໄດ້ຮັບຮອງເອົາໂຄງການການ ເມືອງຂອງພັກ ສະບັບທີ 3 ຊຶ່ງເປັນເອກະສານສໍາຄັນທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາ ເຜົ່າສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນນັ້ນ ໃຫ້ໜັກແໜ້ນ ເຂັ້ມແຂງຍິ່ງໆຂຶ້ນ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປ ຢ່າງບໍລິສຸດ ແລະ ຈົງຮັກພັກດີ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ຂອງພັກ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນອກນັ້ນ, ໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ; ຮັບຮອງເອົາ 10 ທິດທາງວຽກງານຈຸດສຸມ ແຕ່ລະຂົງເຂດ; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ກົດລະບຽບຂອງພັກ ສະບັບປັບປຸງ; ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ຊຸດໃໝ່ (ສະໄໝທີ XII) ຊຶ່ງປະກອບມີ ກໍາມະການສົມບູນສູນກາງພັກ ຈໍານວນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ ຍິງ 1 ສະຫາຍ; ໄດ້ເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ ແລະ ຄະນະເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ.

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະກອບຄໍາເຫັນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ພັກປະຊາຊົນປະຕິວັດລາວ ຍາດມາໄດ້ໃນຕະຫລອດໄລຍະ 5 ປີ ຜ່ານມາ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ເປັນຄັ້ງທໍາອິດ ພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສໍາເລັດ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການແຈ້ງຜົນສໍາເລັດຂອງກອງປະຊຸມ ໃນຄັ້ງນີ້.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article