
ຂປລ. ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອເປັນມູນຄ່າປະມານ 70.526 ໂດລາສະຫະລັດ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ໃນວັນທີ 26 ມັງກອນ 2026 ເພື່ອຍົກລະດັບຄຸນນະພາບການຮຽນ-ການສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).
ໂຄງການຈະໃຫ້ການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມບ້ານປາງທອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນປະຖົມ ຂອງເດັກນ້ອຍໃນທ້ອງຖິ່ນ, ຊຶ່ງຕາງໜ້າລົງນາມໂດຍທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວແລະ ອົງການທີ່ກ່ຽວຂ້ອງຈາກທ້ອງຖິ່ນ.
ທ່ານ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວວ່າ: ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນວຽກງານການສຶກສາ ຊຶ່ງເປັນໜຶ່ງໃນຂົງເຂດທີ່ພວກເຮົາໄດ້ໃຫ້ຄວາມສຳຄັນຫລາຍທີ່ສຸດ ເນື່ອງຈາກການສຶກສາເປັນກຸນແຈສຳຄັນ ໃນການພັດທະນາຊັບພະຍາກອນມະນຸດ ທີ່ຈະກາຍເປັນອະນາຄົດຂອງຊາດ ແລະ ຫວັງວ່າ ຄວາມສຳເລັດຂອງໂຄງການນີ້ ຈະນຳໄປສູ່ການປັບປຸງສະພາບແວດລ້ອມ ການສຶກສາຮ່ຳຮຽນຂອງຜູ້ທີ່ຈະເປັນຜູ້ສ້າງອະນາຄົດ ໃຫ້ແກ່ແຂວງບໍ່ແກ້ວ ແລະ ປະເທດລາວ ກໍຄືເດັກນ້ອຍໃນບ້ານປາງທອງ ແລະ ໝູ່ບ້ານອ້ອມຂ້າງໃຫ້ດີຂຶ້ນຢ່າງກ້າວກະໂດດ. ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນ ໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາ ເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫລັກ.
ໃນໄລຍະຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນແກ່ແຂວງບໍ່ແກ້ວ ລວມເປັນມູນຄ່າຫລາຍກວ່າ 1.140.000 ໂດລາສະຫະລັດ ເປັນຕົ້ນ ດ້ານການສຶກສາ ແລະ ພື້ນຖານໂຄງລ່າງ ໃນ. ປະເທດຍີ່ປຸ່ນຈະສືບຕໍ່ ໃຫ້ການຊ່ວຍເຫລືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນດ້ານການພັດທະນາ ເສດຖະກິດ-ສັງຄົມໃນພາກພື້ນ.
ຂໍ້ມູນ: ສະຖານທູດຍີ່ປຸ່ນ ປະຈຳລາວ




