
ຂປລ. ໃນວັນທີ 20 ມັງກອນ 2026 ນີ້, ກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ (ກສ) ຮ່ວມກັບ ພະແນກກະ ສິກຳ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ແລະ ບໍລິສັດ ເຮີເປີຍ ວິສາຫະກໍາກໍ່ສ້າງ ແລະ ຕິດຕັ້ງ ຈຳກັດຜູ້ດຽວ ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມ (EIA) ແລະ ແຜນຄຸ້ມຄອງຕິດຕາມສິ່ງແວດລ້ອມ (EMP) ຂອງໂຄງການຂະຫຍາຍສາຍສົ່ງໄຟຟ້າ 115 ກິໂລໂວນ ແລະ ຍົກລະ ດັບຂອງສະຖານີຍ່ອຍ ຢູ່ເມືອງສີສັດຕະນາກ, ໄຊເສດຖາ ແລະ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຂອງບໍລິສັດ ເຮີເປີຍ ວິສະວະກໍາກໍ່ສ້ງ ແລະ ຕິດຕັ້ງ ຈຳກັດຜູ້ດຽວ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ຜາວັນ ສີຫາວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ມີຮອງຫົວໜ້າກົມ, ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນ ສູນກາງ, ເມືອງ, ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາສິ່ງແວດລ້ອມ ເຂົ້າຮ່ວມ.
ໂຄງການຂະຫຍາຍສາຍສົ່ງໄຟຟ້າ 115 ກິໂລໂວນ ມີແລວສາຍສົ່ງຍາວ 13,2 ກິໂລແມັດ, ໄລ ຍະການກໍ່ສ້າງ 2 ປີ ແລະ ໄລຍະການດໍາເນີນງານ 3 ປີ, ມູນຄ່າການກໍ່ສ້າງທັງໝົດ 24,7 ລ້ານກວ່າໂດລາສະຫາລັດ ຊຶ່ງໄດ້ມີບົດບັນທຶກການຮ່ວມມື ໃນວັນທີ 25 ມີນາ 2025 ໂດຍແມ່ນ ບໍລິສັດ ເຮີເປີຍ ວິສະວະກໍາກໍ່ສ້ງ ແລະ ຕິດຕັ້ງ ຈຳກັດຜູ້ດຽວ ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ເຊັນບົດບັນທຶກການຮ່ວມມື ແລະ ໄດ້ວ່າຈ້າງ ບໍລິສັດ ລາວວິສະວະກໍາດ້ານສິ່ງແວດລ້ອມ ຈໍາກັດຜູ້ດຽວ ເປັນຜູ້ດໍາເນີນການສຶກສາ ແລະ ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບລວມຂອງໂຄງການ, ການນໍາສະເໜີ ກ່ຽວກັບການປັບປຸງເນື້ອໃນບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ, ພ້ອມທັງປຶກສາຫາລື, ປະກອບຄໍາຄິດເຫັນຕໍ່ບົດລາຍງານ EIA ແລະ EMP ທີ່ບໍລິສັດໄດ້ສະເໜີເຂົ້າມາ, ຊຶ່ງກອງປະຊຸມໄດ້ເຫັນດີວ່າ ບົດສຶກສາລະອຽດຄົບຖ້ວນດີ ແລະ ເປັນເອກະພາບກັນໂດຍສ່ວນໃຫຍ່ ແຕ່ຈະປັບປຸງຕື່ມບາງສ່ວນຕາມຄໍາເຫັນ ເພື່ອຮັບປະກັນໃຫ້ເນື້ອໃນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໃຫ້ມີຄວາມຄົບຖ້ວນສົມບູນ.
ໂອກາດນີ້, ປະທານກອງປະຊຸມ ໄດ້ເນັ້ນໃຫ້ໂຄງການ ເອົາໃຈໃສ່ການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ແກ້ໄຂ, ຫລຸດຜ່ອນຜົນກະທົບ ທີ່ກຳນົດໄວ້ໃນແຜນຄຸ້ມຄອງສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫລຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການກໍ່ສ້າງ, ຂົນສົ່ງ ແລະ ການດໍາເນີນໂຄງການ. ເມື່ອບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ເພື່ອຫລີກລ່ຽງ ບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫລັງ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ




