
ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ທ່ານ ຄໍາແສນ ພະສະແຫວງ ໄດ້ຊີ້ແຈງວ່າ: ໃນໄລຍະຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ບັນດາຫົວໜ່ວຍ ຈນກ ແລະ ປະຊາຊົນທົ່ວໄປ ກໍຄື ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າເຖິງນະໂຍບາຍຂອງລັດຖະບານ ໂດຍໄດ້ປະສານສົມທົບກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດພາຍໃນແຂວງ ຈັດກອງປະຊຸມເຜີຍແຜ່ນິຕິກໍາ, ລະບຽບການ ແລະ ໃຫ້ຄໍາແນະນໍາແກ່ຫົວໜ່ວຍ ຈນກ, ບຸກຄົນ ທີ່ມີຄວາມສົນໃຈໃນການເຂົ້າເຖິງແຫຼ່ງທຶນຢ່າງເປັນປົກກະຕິຕໍ່ເນື່ອງ; ແຕ່ການເຂົ້າເຖິງແຫຼ່ງທຶນຕົວຈິງແລ້ວ ແຕ່ລະນະໂຍບາຍທີ່ລັດຖະບານວາງອອກມາໄດ້ມີຂໍ້ກໍານົດ, ລະບຽບການ, ຂັ້ນຕອນ ແລະ ເງື່ອນໄຂສະເພາະຢ່າງລະອຽດ, ຊັດເຈນ, ມີມາດຖານສູງສົມຄວນ ຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ຫົວໜ່ວຍ ຈນກ ແລະ ປະຊາຊົນທົ່ວໄປ ບໍ່ສາມາດເຂົ້າເຖິງໄດ້ ໂດຍສະເພາະ ບ້ວງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ບ້ວງນະໂຍບາຍ 765, 766 ແລະ ອີກດ້ານໜຶ່ງບັນດາຫົວໜ່ວຍ ຈນກ ຂອງແຂວງ ກໍຍັງອ່ອນນ້ອຍຖ້າທຽບໃສ່ບັນດາແຂວງໃຫຍ່ອື່ນໆໃນທົ່ວປະເທດ; ສ່ວນທະນາຄານແຫ່ງ ສປປ ລາວຜູ້ຄຸ້ມຄອງໂດຍກົງກ່ຽວກັບແຫຼ່ງທຶນຕ່າງໆ ກໍໄດ້ມອບຕໍ່ໃຫ້ທະນາຄານທຸລະກິດ ເປັນຜູ້ຈັດຕັ້ງປະຕິບັດ ປ່ອຍຕໍ່ໃຫ້ຫົວໜ່ວຍ ຈນກ, ປະຊາຊົນທົ່ວໄປ ກໍລ້ວນແຕ່ມີເງື່ອນໄຂ ແລະ ລະບຽບການສະເພາະວາງອອກ ຂອງແຕ່ລະທະນາຄານ ເພື່ອຮັບປະກັນຄວາມສ່ຽງປ່ອຍແລ້ວ ກໍຕ້ອງສາມາດເກັບໄດ້ທັງຕົ້ນທຶນ ແລະ ດອກເບ້ຍ, ແຕ່ມີບາງທະນາຄານຍັງບໍ່ທັນເອົາໃຈໃສ່ພັດທະນາປ່ອຍກູ້ ຕາມທີ່ນະໂຍບາຍກໍານົດໄວ້, ເຮັດໃຫ້ການປ່ອຍກູ້ແຕ່ລະປີມີ ຈນກ ເຂົ້າເຖິງນ້ອຍທຽບໃສ່ບັນດາແຂວງ.
ທ່ານ ຄໍາແສນ ພະສະແຫວງ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ, ການປ່ອຍກູ້ບ້ວງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ບ້ວງນະໂຍບາຍ 765, 766 ຢູ່ແຂວງເຊກອງ ບັນລຸໄດ້ 97,750 ຕື້ກີບ ໂດຍສ່ວນໃຫຍ່ແມ່ນ ປ່ອຍໃນຂົງເຂດການຄ້າ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ ແລະ ບໍລິການ ຊຶ່ງເຮັດໃຫ້ສາມາດແກ້ໄຂບັນຫາ ແລະ ພັດທະນາໄດ້ຫຼາຍດ້ານໃນທ້ອງຖິ່ນແຂວງເຊກອງ ໂດຍສະເພາະການຊຸກຍູ້ສົ່ງເສີມການຜະລິດສິນຄ້າ, ພັດທະນາທຸລະກິດໃໝ່, ສ້າງສິນຄ້າໂອດ໋ອບຂອງແຂວງໃຫ້ຫຼາຍຂຶ້ນ ຊຶ່ງເປັນການປະກອບສ່ວນສໍາຄັນໃນການສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນຄົງ ກໍຄື ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນພາຍໃນແຂວງໃຫ້ນັບມື້ດີຂຶ້ນ.
(ຂ່າວ: ສັນຍາ)




