ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການກໍ່ສ້າງລະບົບນໍ້າກິນ-ນໍ້າໃຊ້ ໃຫ້ກອງຮ້ອຍທະຫານຊາຍແດນ 543 ທະການແຂວງອັດຕະປື ໄດ້ຈັດຂຶ້ນໃນອາທິດຜ່ານມາ ໂດຍມີທ່ານ ພັນເອກ ໄຊຍະພອນ ແກ້ວບົວພາສິດ ຫົວໜ້າຫ້ອງພະລາທິການທະຫານ ແຂວງອັດຕະປື, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ ກອງບັນຊາການທະຫານແຂວງ, ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານ-ນັກຮົບທົ່ວກອງຮ້ອຍທະຫານຊາຍແດນ 543 ເຂົ້າຮ່ວມ.

ທ່ານ ພັນໂທ ທົງໄຊ ສີມະລາ ຫົວໜ້າພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ ກອງບັນຊາການທະຫານແຂວງອັດຕະປື ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ລະບົບນໍ້າກິນ-ນໍ້າໃຊ້ ກອງຮ້ອຍທະຫານຊາຍແດນ 543 ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 25 ພະຈິກ 2024 ແລະ ສໍາເລັດ ໃນວັນທີ 10 ທັນວາ 2025 ລວມມູນຄ່າການກໍ່ສ້າງ 728 ລ້ານກວ່າກີບ ໂດຍແມ່ນທຶນຈາກງົບປະມານຂອງລັດ 100%, ສ່ວນເຈົ້າຂອງໂຄງການແມ່ນກອງບັນຊາການທະຫານ ແຂວງອັດຕະປື ແລະ ຜູ້ຮັບເໝົາການກໍ່ສ້າງແມ່ນ ບໍລິສັດ ຈະເລີນອັດຕະປື, ຊຶ່ງໄດ້ນໍາໃຊ້ວິຊາການພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ, ວິຊາການກອງຮ້ອຍກໍ່ສ້າງ-ຄຸ້ມຄອງຊັບສິນ ແລະ ໄດ້ນໍາໃຊ້ກໍາລັງຈາກອ້າຍນ້ອງກອງຮ້ອຍທະຫານຊາຍແດນ 543 ເຂົ້າໃນການການກໍ່ສ້າງ ໃນນັ້ນ, ໄດ້ຈັດຕັ້ງການກໍ່ສ້າງເປັນ 5 ໄລຍະ, ກໍ່ສ້າງເຮືອນແທ່ງນໍ້າເບຕົງເສີມເຫລັກ, ກໍ່ສ້າງອ່າງກັນຕອງນໍ້າ ແລະ ເຮືອນອ່າງກັນຕອງນໍ້າ, ກໍ່ສ້າງອ່າງເກັບນໍ້າເບຕົງເສີມເຫລັກ 4 ຫ້ອງ, ຕິດຕັ້ງລະບົບປໍ້ານໍ້າ, ແທ່ງນໍ້າ, ຕິດຕັ້ງສາຍສົ່ງ ແລະ ລະບົບໄຟຟ້າ ແລະ ຕິດຕັ້ງເຄື່ອງຈັກກອງນໍ້າດື່ມ 6 ຄິວ. ນອກນີ້, ຍັງໄດ້ກໍ່ສ້າງເພີ່ມຕື່ມເຮືອນເຄື່ອງຈັກກອງນໍ້າ ພ້ອມດ້ວຍແອ້ມຕະໜ່າງເຫລັກທີ່ບໍ່ນອນໃນແຜນງົບປະມານ ຂອງໂຄງການ ໃນມູນຄ່າ 12 ລ້ານກວ່າກີບ.

ໂອກາດດັ່ງກ່າວ ໃນພິທີກໍໄດ້ລົງນາມເຊັນບົດບັນທຶກ ການມອບ-ຮັບໂຄງການກໍ່ສ້າງລະບົບນ້ຳກິນ-ນ້ຳໃຊ້ ລະຫວ່າງກອງບັນການທະຫານແຂວງອັດຕະປື ແລະ ຄະນະພັກ-ຄະນະບັນຊາ ກອງຮ້ອຍທະຫານຊາຍເເດນ 543 ເພື່ອຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ.
ຂ່າວ: ຈັນສະໝອນ ໄຊຍະພູມ



