21.6 C
Vientiane
ວັນທີ 16 December, 2025

ຄບຕ ຊີ້ແຈ້ງການຄຸ້ມຄອງຮອງລະບາຍນ້ຳ ໃນນະຄອນຫລວງວຽງຈັນ

Must read

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ IV ວັນທີ 16 ທັນວາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ), ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກ ສະພາປະຊາຊົນ ນວ ກ່ຽວກັບການຄຸ້ມຄອງຮ່ອງລະບາຍນໍ້າໃນນະຄອນຫລວງວຽງຈັນ.

ທ່ານ ປັນຍາ ມະນີວົງ ໄດ້ຊີ້ແຈ້ງວ່າ: ໄລຍະຜ່ານມາ, ອົງການປົກຄອງນະຄອນຫລວງວຽງຈັນ ກໍຄື ຫ້ອງ ການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ສົມທົບພາກສ່ວນກ່ຽວຂ້ອງ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ, ກວດກາ, ປົກປັກຮັກສາ, ສ້ອມແປງ ແລະ ໄດ້ເຮັດອະນາໄມ ລວງຮ່ອງລະບາຍນໍ້າ ໃນນະຄອນຫລວງວຽງຈັນ ເປັນຕົ້ນ ຮ່ອງນ້ຳສັກ, ຮ່ອງແຊງ ແລະ ຮ່ອງທອງ ເພື່ອຮອງຮັບປະລິມານນ້ຳຈາກຄົວເຮືອນ, ຊຸມຊົນ, ຮອງຮັບປະລິມານນ້ຳຝົນໃນລະດູຝົນ ຫລີກລ່ຽງບັນຫານ້ຳອັ່ງໃນຕົວເມືອງ ກໍຄື ການຕ້ານຖ້ວມ. ເຖິງຢ່າງໃດກໍຕາມ ການຄຸ້ມຄອງ-ປົກປັກຮັກສາ ລະບົບຮ່ອງລະບາຍນ້ຳໃນຕົວເມືອງ ຍັງພົບບັນຫາຄວາມຫຍຸ້ງຍາກໃນຫລາຍດ້ານຕິດພັນກັບການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຍັງມີສະພາບການບຸກລຸກ ເຊັ່ນ: ການປຸກສ້າງ ກວມເຂດສະຫງວນ ຂອງຮ່ອງລະບາຍນ້ຳ, ຖົມດິນຕັນແລວການໄຫລຂອງນ້ຳ, ການຖິ້ມຂີ້ເຫຍື້ອ ຫລື ສິ່ງເສດເຫລືອລົງໃສ່ຮ່ອງນ້ຳ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການ ອະນາໄມ. ນອກນັ້ນ, ການປ່ອຍນໍ້າເປື້ອນຈາກ ຄົວເຮືອນ, ຊຸມຊົນ ທີ່ບໍ່ໄດ້ຜ່ານການບໍາບັດ ປ່ອຍໂດຍກົງລົງສູ່ຮ່ອງລະບາຍນ້ຳ ເກີດຜົນກະທົບທາງດ້ານສິ່ງແວດລ້ອມ; ລວມທັງການພັດທະນາ ນຳໃຊ້ພື້ນທີ່ຮ່ອງດຳເນີນກິດຈະການຕ່າງໆ ກໍ່ຍັງສ້າງຄວາມຫຍຸ້ງຍາກ ໃນການອະນາໄມ-ລວງຮ່ອງ ແລະ ບັນຫາອື່ນໆ.

ຕໍ່ກັບການແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງນະຄອນຫລວງວຽງຈັນ ຖືເປັນບັນຫາທີ່ສຳຄັນ ໄດ້ມອບໃຫ້ບັນດາພາກສ່ວນກ່ຽວຂ້ອງ ເປັນຕົ້ນ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ອອກໜັງສືແຈ້ງການ ເຖິງພາກສ່ວນຜູ້ພັດທະນາໄດ້ຮັບຊາບ ແລະ ເຂົ້າໃຈ ໃນການຈັດຕັ້ງປະຕິບັດ ການຄຸ້ມຄອງ,ປົກປັກຮັກສາ, ການອະນາໄມລວງຮ່ອງ ໂດຍສະເພາະ ໄລຍະຜ່ານມາ ໄດ້ລົງແນະນຳທາງດ້ານເຕັກນິກ, ກຳນົດເປີດຈຸດລົງອະນາໄມ ແລະ ຕ້ອງເຮັດອະນາໄມຢ່າງໜ້ອຍ 1 ຄັ້ງຕໍ່ປີ; ໄດ້ສົມທົບອົງການປົກຄອງເມືອງ-ບ້ານ ໂຄສະນາເຜີຍແຜ່ ບັນດານິຕິກຳ ຕິດພັນກັບການປົກປັກຮັກສາ, ການມີສ່ວນຮ່ວມ ລວມທັງຂໍ້ຫ້າມ ກໍຄື ມາດຕະການຕໍ່ຜູ້ສ້າງຜົນເສຍຫາຍຕໍ່ຮ່ອງລະບາຍນ້ຳ; ຄົ້ນຄວ້າ, ສຶກສາກົນໄກການແກ້ໄຂ ສະພາບນ້ຳເປື້ອນທີ່ສົ່ງຜົນກະທົບດ້ານສິ່ງແວດລ້ອມ ເຊັ່ນ: ແຜນການດູດນ້ຳຂອງເຂົ້າຄອງລະບາຍນ້ຳ ເພື່ອເປັນການລ້າງຮ່ອງລະບາຍນ້ຳ ໃນລະດູແລ້ງ, ຊຶ່ງປະກອບມີ 3 ຈຸດ ຄື: ຈຸດບ້ານອາກາດ, ຈຸດປາກປ່າສັກ ແລະ ຈຸດໂຮງແຮມແລນມາກ

ຂ່າວ: ກິດຕາ

ພາບ: ເກດສະໜາ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article