21.6 C
Vientiane
ວັນທີ 16 December, 2025

ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

Must read

ບໍລິສັດຈະເລີນຊັບເວັນເຈີ (Chaleun Sub Ventures Ltd.) (CSV) ຈັດກິດຈະກໍາພົບປະສະມາຄົມ ການບິນ CSV AeroNexus Rendezvous ປະຈຳປີ2025 ຂຶ້ນເມື່ອບໍ່ດົນມາ, ທີ່ນະຄອນຫຼວງວຽງຈັນ (ນວ) ເພື່ອສົ່ງເສີມການຮ່ວມມືດ້ານການບິນ ແລະ ທຸລະກິດໃນສປປ ລາວ ໂດຍມີທ່ານນາງ ພົງສະຫວ່າງ ກາດອຸດົມ ແລະ ທ່ານ ແອນດີ້ ຕ້ຽວ (Andy Teo) ຜູ້ຮ່ວມກໍ່ຕັ້ງບໍລິສັດຈະເລີນຊັບເວັນເຈີ, ມີຜູ້ນໍາທາງດ້ານການບິນ, ຊ່ຽວຊານ, ຜູ້ປະກອບການດ້ານອຸດສາຫະກໍາການບິນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ຖືເປັນຄັ້ງທີ 3 ແລະ ປະສົບຜົນສຳເລັດອັນຈົບງາມ ສະແດງໃຫ້ເຫັນເຖິງບົດບາດສຳຄັນ ໃນຖານະເປັນເວທີຊັ້ນນຳດ້ານການບິນເອກະຊົນ ແລະ ການເຊື່ອມໂຍງທຸລະກິດລະຫວ່າງພາກພື້ນ ແລະ ນານາຊາດ ກັບຕະຫຼາດການບິນທີ່ກຳລັງເຕີບໂຕຂອງສປປ ລາວ. ນັບແຕ່ການຈັດງານຄັ້ງທຳອິດໃນປີ 2023, ງານ AeroNexus Rendezvous ໄດ້ຈັດຂຶ້ນຢ່າງຕໍ່ ໂດຍຮວບຮວມຜູ້ດຳເນີນການເຮືອບິນ, ຜູ້ໃຫ້ບໍລິການດ້ານການບຳ ລຸງຮັກສາ, ຜູ້ສະໜອງດ້ານນ້ຳມັນເຊື້ອໄຟ, ພາກສະໜັບສະໜູນການບິນ ແລະ ຜູ້ນຳທາງທຸລະກິດເຂົ້າຮ່ວມການ ພົບປະແລກປ່ຽນຄວາມຄິດເຫັນໃນດ້ານອຸດສາຫະກຳດັ່ງກ່າວ. ຊຶ່ງເຫັນໄດ້ວ່າການຈັດງານໃນປີນີ້ມີຄວາມຄຶກຄື້ນ ແລະ ມຸ່ງໜ້າສູ່ອະນາຄົດ ໂດຍຄວບຄຸມຫົວຂໍ້ການພັດທະນາຄວາມຮ່ວມມື, ປະສິດທິພາບການດຳເນີນງານ, ມາດຕະຖານການບຳລຸງຮັກສາເຮືອບິນ, ການຈັດໂຄງສ້າງທາງການເງິນ, ການຈັດຫານ້ຳມັນເຊື້ອໄຟ ແລະ ສັກ ກະຍະພາບຂອງສປປ ລາວ ໃນຖານະຕະຫຼາດການບິນໃໝ່.

ການຈັດງານໃນຄັ້ງນີ້, ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນຄູ່ຮ່ວມທີ່ສຳຄັນຄື: AEGLE Aviation, AEG Fuels, JetBay, ACTSI ແລະ JSSI ຊຶ່ງມີບົດບາດເຮັດໃຫ້ງານໃນຄັ້ງນີ້ສຳເລັດຢ່າງຈົບງາມ.

(ຂ່າວ: ວັນເພັງ, ຂໍ້ມູນ+ພາບ: CSV)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article