ການພົບປະແລກປ່ຽນບົດຮຽນລະຫວ່າງ ສານປະຊາຊົນ ແຂວງຄຳມ່ວນ ສປປ ລາວ ແລະ ສານປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນທີ່ແຂວງຄໍາມ່ວນ ໃນວັນທີ 8 ທັນວານີ້, ໂດຍມີທ່ານ ໜູການ ສຸວັນນະລາດ ຮອງປະທານສານປະຊາຊົນແຂວງຄໍາມ່ວນ, ທ່ານ ຫວໍ ບາ ລິວ ຮອງປະທານສານປະຊາຊົນ ແຂວງກວາງຈິ, ມີຄະນະປະທານສານປະຊາຊົນປະຈໍາເຂດ, ຜູ້ພິພາກສາ ແລະ ພະນັກງານສານທັງສອງຝ່າຍເຂົ້າຮ່ວມ.

ການພົບປະຄັ້ງນີ້, ຕາງໜ້າສານປະຊາຊົນສອງແຂວງ ໄດ້ຜັດປ່ຽນກັນແຈ້ງສະພາບລວມຂອງແຂວງ ແລະ ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສານປະຊາຊົນໃນໄລຍະຜ່ານມາ ລວມເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການປະຕິບັດໜ້າທີ່ຂອງແຕ່ລະຝ່າຍໃຫ້ກັນຮັບຊາບ ເພື່ອເປັນບົດຮຽນແລກປ່ຽນເຊິ່ງກັນ ແລະ ກັນ ນໍາໄປປັບປຸງແກ້ໄຂ ແລະ ພັດທະນາຂົງເຂດສານປະຊາຊົນຂອງຕົນໃນຕໍ່ໜ້າ.ໂອກາດດຽວກັນ, ຍັງໄດ້ເຊັນບົດບັນທຶກ ເພື່ອເປັນບ່ອນອີງໃນການພົວພັນຮ່ວມມືໃນຕໍ່ໜ້າ ຊຶ່ງມີເນື້ອໃນຄື: ທັງສອງຝ່າຍຈະສືບຕໍ່ປະສານງານຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດລະບຽບການກ່ຽວກັບການຮ່ວມມືຊ່ວຍເຫຼືອດ້ານຕຸລາການຢ່າງມີປະສິດທິພາບ ໃນການຮັບໃຊ້ ແລະ ມອບໝາຍຄວາມຍຸຕິທຳ ເພື່ອຍົກສູງປະສິດທິພາບຂອງການແກ້ໄຂຄະດີແພ່ງ ແລະ ການຮ່ວມມືຊ່ວຍເຫຼືອດ້ານຕຸລາການໃນຂົງເຂດການດຳເນີນຄະດີອາຍາ ເພື່ອຕ້ານອາຊະຍາກຳຂ້າມຊາດ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບໃນພາກພື້ນ, ສອງຝ່າຍຈະດຳເນີນກິດຈະກຳຮ່ວມມື ເພື່ອແລກປ່ຽນບົດຮຽນໃນວຽກງານການຕັດສິນ, ເສີມສ້າງການຮ່ວມມືໃນການປ້ອງກັນ ແລະ ຕ້ານອາຊະຍາກໍາ ພ້ອມທັງຈັດກອງປະຊຸມ ລະຫວ່າງ ຜູ້ພິພາກສາ ແລະ ພະນັກງານສານຂອງສອງຝ່າຍ, ຮ່ວມກັນສືບຕໍ່ຄົ້ນຄວ້າ ແລະ ສ້າງກົນໄກການປະສານງານ, ແບ່ງປັນຂໍ້ມູນຢ່າງມີປະສິດທິພາບ ແລະ ວ່ອງໄວ ເພື່ອອຳນວຍຄວາມສະດວກໃຫ້ເແກ່ການຈັດຕັ້ງປະຕິບັດກິດຈະກຳຮ່ວມມື, ຈັດກອງປະຊຸມປີລະຄັ້ງ ຫຼື ສອງປີຕໍ່ຄັ້ງ ເພື່ອສ້າງເງື່ອນໄຂໃຫ້ຜູ້ພິພາກສາ ແລະ ພະນັກງານສານຂອງສອງແຂວງໄດ້ພົບປະ ແລະ ແລກປ່ຽນບົດຮຽນໃນວຽກງານວິຊາຊີບ ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສານປະຊາຊົນແຂວງຄໍາມ່ວນ ແລະ ສານປະຊາຊົນແຂວງກວາງຈິ.

(ຂ່າວ-ພາບ: ກອງຄໍາ)



