
ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຈັດມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ຄັ້ງທີ 19 ຈະໄດ້ຈັດຂຶ້ນລະຫວ່າງວັນທີ 9-16 ກຸມພາ 2026 ໂດຍການຮ່ວມມືລະຫວ່າງ ຄະນະກໍາມະການປົກຄອງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ.
ທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ, ປະທານຈັດງານມະຫະກຳບຸນຊ້າງ ປະຈໍາປີ 2026 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ແຂວງໄຊຍະບູລີ ໃນວັນທີ 6 ທັນວາ 2025 ຜ່ານມານີ້ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີປະຊາກອນຊ້າງຫລາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໆໃນ ສປປ ລາວ ແລະ ໄດ້ຈັດມະຫະກໍາບຸນຊ້າງຜ່ານມາແລ້ວ 18 ຄັ້ງ. ຈຸດປະສົງ ກໍເພື່ອເປັນການອະນຸລັກ, ຮັກສາຊ້າງບໍ່ໃຫ້ສູນພັນ ເນື່ອງຈາກຊ້າງເປັນມູນມໍລະດົກຂອງຊາດ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ອະດີດຕະການ ໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນແຂວງໄຊຍະບູລີ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງໄຊຍະບູລີ ໃຫ້ຫລາຍຂຶ້ນ.
ສຳລັບການຈັດມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໃນປີ 2026 ນີ້ ຖືວ່າເປັນຄັ້ງທີ 19 ໂດຍມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບ ຂອງການສະເຫລີມສະຫລອງວັນຊາດ ຂອງ ສປປ ລາວ ຄົບຮອບ 50 ປີ, ຊຶ່ງພາຍໃນງານຈະມີກິດຈະກໍາຕ່າງໆ ຄື: ໃນວັນທີ 10 ກຸມພາ 2026 ຕອນເຊົ້າ ຈະມີການແຂ່ງຂັນແລ່ນມິນິມາລາທອນ, ເຮັດພິທີຄອບເລົ່າ, ບໍລິການຂີ່ຊ້າງທົ່ວໄປ ໃນຕອນແລງ ຈະມີພິທີເປີດຕະຫລາດນັດວາງສະແດງສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ແລະ ຊົມການສະແດງສິລະປະ-ວັນນະຄະດີ. ໃນວັນທີ 11-12 ກຸມພາ 2026 ເປັນການຝຶກຊ້ອມໃຫຍ່ຂະບວນແຫ່ຂອງຊ້າງ, ກ້ອນກໍາລັງຂອງ 8 ເຜົ່າ, ກ້ອນກໍາລັງຂອງແຕ່ລະເມືອງ ແລະ ກ້ອນສະແດງຕ່າງໆ ໃນພິທີເປີດງານ ໃນຕອນຄໍ່າຈະມີການປະກວດນາງສາວທິດາບຸນຊ້າງ.
ໃນຕອນເຊົ້າວັນທີ 13 ກຸມພາ 2026 ເປັນມື້ຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ຄວນຊ້າງ; ກວດກາຄວາມພ້ອມຮອບດ້ານ ໃຫ້ແກ່ການເປີດງານຢ່າງເປັນທາງການ. ໃນວັນທີ 14 ກຸມພາ 2026 ເປັນມື້ເປີດມະຫະກໍາບຸນຊ້າງ ປະຈໍາປີ 2026 ຢ່າງເປັນທາງການ ແລະ ຈະໄດ້ຮັບຊົມການສະແດງກາຍະສິນຈາກສູນກາງ. ໃນວັນທີ 15 ກຸມພາ 2026 ບໍລິການຂີ່ຊ້າງຊົມເມືອງ, ທ່ຽວຊົມການສະແດງຂອງຊ້າງ ແລະ ບັນດາກິດຈະກໍາຕ່າງໆໃນງານ; ໃນຕອນຄໍ່າຈະມີການສະແດງຄອນເສີດ.
ສຳລັບວັນທີ 16 ກຸມພາ 2026 ແມ່ນພິທີມອບລາງວັນຕ່າງໆໃຫ້ຊ້າງ ແລະ ກ້ອນຂະບວນແຫ່ຂອງແຕ່ລະເມືອງ. ສ່ວນກິດຈະກໍາດ້ານການທ່ອງທ່ຽວ ມີກິດຈະກໍາສະແດງຂອງຊ້າງ 15 ລາຍການ. ພາຍໃນຕົວເມືອງໄຊຍະບູລີ ໄດ້ມີສະຖານທ່ອງທ່ຽວທີ່ສວຍງາມ ທີ່ເປັນສະຖານທີ່ສັກກະລະບູຊາ ເປັນຕົ້ນ ວັດສີບຸນເຮືອງ (ບ້ານໃຫຍ່) ທີ່ໄດ້ປະກາດເປັນມໍລະດົກທ້ອງຖິ່ນຂອງແຂວງ. ນອກນັ້ນ, ຍັງມີສະຖານທີ່ກາບໄຫວ້ບູຊາຫໍຫລັກເມືອງ ແລະ ວັດພູທອກ. ສ່ວນສະຖານທີ່ບໍລິການທ່ອງທ່ຽວ ກໍມີສູນອະນຸລັກຊ້າງພູແຄນ, ສູນອະນຸລັກຊ້າງລາວ ອ່າງນ້ຳຕຽນ ແລະ ສວນສາທາລະນະ ລາວ-ຍີ່ປຸ່ນ ໃຫ້ເຂົ້າຢ້ຽມຊົມ. ພ້ອມນີ້, ຍັງໄດ້ມີການຈັດຝຶກອົບຮົມ ໃຫ້ບັນດານັກທຸລະກິດ ແລະ ຜູ້ປະກອບການ ເພື່ອປັບປຸງ ໃຫ້ດີຂຶ້ນດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ມີຄວາມສະອາດປອດໄພ. ຄຽງຄູ່ກັນນັ້ນ, ກໍໄດ້ຄຸ້ມຄອງລາຄາສິນຄ້າ ໃຫ້ສົມເຫດສົມຜົນ ເພື່ອຕອບສະໜອງ ແລະ ສ້າງຄວາມປະທັບໃຈໃຫ້ແກ່ແຂກ, ນັກທ່ອງທ່ຽວ ທີ່ໄດ້ມາທ່ຽວມາຊົມມະຫະກໍາບຸນຊ້າງ ໃນຄັ້ງນີ້.





