
ວັນທີ 8 ທັນວາ 2025 ປະຊາຊົນທີ່ຢູ່ຟາກເຊລະນອງ ໄດ້ຮ່ວມກັນສ້າງຂົ້ວໄມ້ໄລ່ຂ້າມນໍ້າເຊລະນອງຂົວມີຂະໜາດ ຄວາມກວ້າງ 3 ແມັດ, ຍາວ 260 ແມັດ. ໂດຍໃຊ້ແຮງງານ ຈໍານວນ 126 ແຮງງານ, ມີ 4 ບ້ານ ຄື: ບ້ານ ອາລັອງ, ບ້ານ ປໍ, ບ້ານ ສະວຶ ແລະ ບ້ານ ຕະຫຼີງ ເມືອງນອງ ແຂວງສະຫວັນນະເຂດ.
ສໍາລັບການແບ່ງໜ້າວຽກ ຄົນໜຶ່ງຕ້ອງປະກອບສ່ວນໄມ້ກົມ 43 ລໍາ, ໄມ້ໄລ່ 53 ລຳ, ລວມໄມ້ເສັ້ນໄດ້ທັງໝົດ 6,450 ລໍາ, ໄມ້ໄລ່ 7,950 ລຳ ດ້ານວັດຖຸອຸປະກອນມີ: ຕະປູ 8 ແລະ ຕະປູ 10 ລວມທັງໝົດ 20 ແກັດ, ເຫຼັກລວດມັດ 50 ກິໂລ, ຊີມັງ 4 ສອບ.
ການສ້າງຂົວໄມ້ຢູ່ຈຸດນີ້, ແມ່ນສ້າງທຸກໆປີຫລັງໝົດລະດູຝົນ ແລະ ຈະສ້າງສຳເລັດພາຍໃນວັນດຽວ ເຊິ່ງຄາດວ່າອາດຈະເປັນປີສຸດທ້າຍທີ່ຈະໄດ້ເຫັນແລະໄດ້ສຳພັດຂົວໄມ້ແບບນີ້ ແລະ ອາດຈະບໍ່ມີໃຫ້ເຫັນອີກ ເພາະປັດຈຸບັນ ທາງເມືອງນອງ ແຂວງສະຫວັນນະເຂດ ກຳລັງເລັ່ງກໍ່ສ້າງຂົວເບຕົງເສີມເຫລັກອັດແໜ້ນຂ້າມນໍ້າເຊລະນອງ ແລະ ຄາດວ່າຈະໄດ້ນຳໃຊ້ໃນຕົ້ນປີ 2026 ນີ້.



ຂໍ້ມູນພາບ: ຂ່າວເມືອງນອງ



