23 C
Vientiane
ວັນທີ 10 December, 2025

ເທດສະການອາຫານມາເລເຊຍ 2025

Must read

ສະຖານທູດມາເລເຊຍ ປະຈໍາ ສປປ ລາວ ໄດ້ຈັດງານ ເທດສະການອາຫານມາເລເຊຍ 2025 ຂຶ້ນໃນວັນທີ 4 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ- ມາເລເຊຍ. ໂດຍການເຂົ້າຮ່ວມ ທ່ານ ວິໄລວົງ ບຸດດາຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ແອດີ ເອຍວານ ມາຮມຸດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈໍາ ລາວ, ພ້ອມດ້ວຍ ທຸຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ແອດີ ເອຍວານ ມາຮມຸດ ໄດ້ກ່າວວ່າ: ງານເທດສະການອາຫານ ຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງອາຫານ ແຕ່ຍັງເປັນຂົວຕໍ່ ທາງວັດທະນະທຳລະຫວ່າງສອງປະເທດ ເມເລເຊຍ ແລະ ສປປ ລາວ. ພ້ອມດຽວກັນນັ້ນ ໃນ ປີ 2026 ມາເລເຊຍ ແລະ ສປປ ລາວ ຈະຄົບຮອບ ການສ້າງຕັ້ງ ສາຍພົວພັນທາງການທູດ 60 ປີ ພ້ອມກັບການຈັດງານ Visit Malaysia Year 2026 ທີ່ເຊີນນັກທ່ອງທ່ຽວຈາກທົ່ວໂລກໃຫ້ມາຄົ້ນພົບ ອາຫານຂຶ້ນຊື່ຂອງມາເລເຊຍ.

ທ່ານ ທູດໄດ້ກ່າວວ່າຕື່ມວ່າ: ຜ່ານງານດັ່ງກ່າວພວກເຮົາຫວັງວ່າຈະແບ່ງປັນບໍ່ພຽງແຕ່ອາຫານອັນແຊບເທົ່ານັ້ນ ແຕ່ຍັງຮວບຮວມເລື່ອງລາວ, ປະເພນີ ແລະ ປະສົບການທາງວັດທະນະທຳທີ່ເຮັດໃຫ້ອາຫານມາເລເຊຍມີຄວາມພິເສດ. ຊຶ່ງງານດັ່ງກ່າວແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 4-6 ທັນວາ 2025 ນີ້ ຢູ່ທີ່ໂຮງແຮມ ຮໍລິເດອິນ, ນະຄອນຫລວງວຽງຈັນ.

ພ້ອມດຽວກັນ ເທດສະການອາຫານມາເລເຊຍປີນີ້ບໍ່ພຽງແຕ່ເປີດໂອກາດໃຫ້ຊາວລາວໄດ້ຮູ້ຈັກກັບອາຫານມາເລເຊຍ ແຕ່ຍັງເປັນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article