23 C
Vientiane
ວັນທີ 10 December, 2025

ຫາລືພັດທະນາຖານຂໍ້ມູນພາສາລາວ ທີ່ມີຄຸນນະພາບເພື່ອສົ່ງເສີມ ປັນຍາປະດິດລາວ

Must read

ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ສະຖາບັນຄົ້ນຄວ້າການນໍາໃຊ້ ເຕັກໂນໂລຊີອັດສະລິຍະ ແລະ ສະຖານທູດອົດສະຕຣາລີ ປະຈໍາລາວ ຈັດກອງປະຊຸມວິຊາການ ໃນຫົວຂໍ້: ການພັດທະນາຖານຂໍ້ມູນພາສາລາວ ທີ່ມີຄຸນນະພາບເພື່ອສົ່ງເສີມ ປັນຍາປະດິດລາວ ໃນລະຫວ່າງວັນທີ 4-5 ທັນວາ 2025 ເພື່ອເຊື້ອເຊີນເອົາ ນັກພາສາສາດລາວ, ນັກປະພັນ, ນັກຂ່າວສື່ມວນຊົນ ແລະ ນັກພັດທະນາປັນຍາປະດິດ ທັງພາຍໃນ ແລະ ຕ່າງປະເທດ ປຶກສາແລກປ່ຽນບົດຮຽນ, ວິທີການໃນການຊອກຫາແຫລ່ງຂໍ້ມູນລາວ ເພື່ອເປັນແຫລ່ງ ໃນການພັດທະນາຖານຂໍ້ມູນລາວ ທີ່ມີຄຸນນະພາບເພື່ອສົ່ງເສີມ ປັນຍາປະດິດລາວ.

ໃນໂອກາດນີ້, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: ການຈັດກອງປະຊຸມປຶກສາຫາລື ການພັດທະນາຖານຂໍ້ມູນພາສາລາວ ທີ່ມີຄຸນນະພາບເພື່ອສົ່ງເສີມ ປັນຍາປະດິດລາວ ຄັ້ງນີ້, ຈະເປັນບາດກ້າວໜຶ່ງທີ່ສໍາຄັນ ທີ່ຈະໄດ້ແຫລ່ງພາສາລາວມາພັດທະນາ ຖານຂໍ້ມູນທີ່ມີຄຸນນະພາບ ເພື່ອສົ່ງເສີມການນໍາໃຊ້ພາສາລາວຢູ່ AI ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ເນື່ອງຈາກວ່າ ການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເທົ່າໃດຍິ່ງຕ້ອງໄດ້ລະມັດລະວັງ ເພາະເຄື່ອງມືເຫລົ່ານີ້ ມີທັງດ້ານບວກ ແລະ ດ້ານລົບຄຽງຄູ່ກັນໄປ ຄືເງົາຕາມຕົນ ສະນັ້ນ, ຜູ້ຊົມໃຊ້ກໍຕ້ອງມີສະຕິ ໂດຍສະເພາະ ການເອົາຂໍ້ມູນ ດ້ານສິດທິສ່ວນບຸກຄົນ ແລະ ຄວາມລັບຂອງຊາດ ໄປໃຊ້ຢູ່ໃນລະບົບດັ່ງກ່າວ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ປັດຈຸບັນ, ປັນຍາປະດິດ (AI) ພວມເປັນທີ່ນິຍົມໃຊ້ໃນລາວ ເປັນຕົ້ນ ChatGPT, DeepSeek, Claude, Gemini ແລະ Copilot, ຊຶ່ງ AI ເຫລົ່ານີ້ ສາມາດອ່ານ, ແປພາສາ, ສະຫລຸບ, ວິເຄາະຂໍ້ຄວາມ ແລະ ບັນຫາຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ AI ເຫລົ່ານັ້ນ, ໄດ້ໄປເອົາຂໍ້ມູນຈາກແຫລ່ງຕ່າງໆ ບາງຄັ້ງການຂຽນບໍ່ຖືກຕາມຫລັກໄວຍາກອນລາວ, ບາງຄັ້ງກໍຂຽນປະສົມລະຫວ່າງ ພາສາລາວ ແລະ ໄທ, ເນື້ອໃນ ແລະ ສະຖິຕິຂໍ້ມູນຈໍານວນບໍ່ໜ້ອຍ ແມ່ນບໍ່ເປັນທາງການ. ນອກຈາກນີ້, ເຫັນວ່າສື່ມວນຊົນລາວຈໍານວນຫລາຍ ກໍໄດ້ນໍາໃຊ້ AI ມາເປັນເຄື່ອງມື ຊ່ວຍວຽກປະຈໍາວັນ ເນື່ອງຈາກວ່ອງໄວ, ປະຢັດເວລາ ແລະ ມີປະສິດທິພາບກວ່າເກົ່າ ໂດຍສະເພາະ ການຕັດຕໍ່ວິດີໂອຂ່າວ, ສະຫລຸບຂ່າວ-ບົດ ແລະ ຜະລິດຕະພັນສື່ອື່ນໆ, ແຕ່ເພື່ອຫລີກເວັ້ນຄວາມຜິດພາດ ຕ້ອງໄດ້ນໍາໃຊ້ບັນດາປັນຍາປະດິດ ຢ່າງລະມັດລະວັງ ເພື່ອຫລີກລ້ຽງຄວາມຜິດພາດ ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຮ່ວມເປັນສ່ວນໜຶ່ງປະສານງານ ລະຫວ່າງຊ່ຽວຊານຜູ້ພັດທະນາ-ນໍາໃຊ້ ພາສາລາວຢ່າງຖືກຕ້ອງ ແລະ ຊ່ຽວຊານຜູ້ພັດທະນາປັນຍາປະດິດ ມາແລກປ່ຽນບົດຮຽນຮ່ວມກັນ ເພື່ອປຶກສາສົນທະນາໃນຫົວຂໍ້ຕ່າງໆ ຈະເປັນບາດກ້າວໜຶ່ງທີ່ສໍາຄັນ ທີ່ຈະໄດ້ແຫລ່ງພາສາລາວ ເພື່ອມາພັດທະນາຖານຂໍ້ມູນທີ່ມີຄຸນນະພາບ ເພື່ອສົ່ງເສີມການນໍາໃຊ້ພາສາລາວຢູ່ AI ໄດ້ຕາມແຜນທີ່ວາງໄວ້.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article